Header Ads

ຄະນະນຳກະຊວງປ້ອງກັນປະເທດອວຍພອນວັນເກີດ ທ່ານ ຄຳໄຕ ສີພັນດອນ



ໃນຕອນແລງຂອງວັນທີ 7 ກຸມພາ 2019 ນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະ ການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດຕາງໜ້າຄະນະນໍາ ກະຊວງປ້ອງກັນປະເທດພ້ອມ ດ້ວຍຄະນະໄດ້ນຳເອົາກະຕ່າ ດອກໄມ້ເຂົ້າອວຍພອນ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະ ດີດປະທານພັກ, ປະທານປະ ເທດ, ເນື່ອງໃນໂອກາດວັນເກີດ ຂອງທ່ານຄົບຮອບ 96 ປີ.

ໂອກາດອັນມີຄວາມໝາຍ, ຄວາມສໍາຄັນນີ້, ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງ ໜ້າຄະນະນໍາກະຊວງປ້ອງກັນປະ ເທດກໍໄດ້ກ່າວສະແດງຄວາມ ຂອບອົກຂອບໃຈແລະຮູ້ບຸນຄຸນ ຢ່າງສູງຕໍ່ທ່ານ ພົນເອກ ຄໍາໄຕ ສີພັນດອນ ທີ່ຍາມໃດກໍໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາກອງທັບ ປະຊາຊົນລາວ ຢ່າງຈົດຈໍ່, ເຮັດ ໃຫ້ກອງທັບປະຊາຊົນລາວນັບ ມື້ເຕີບໃຫຍ່, ເຂັ້ມແຂງ ແລະ ທັນ ສະໄໝ, ສາມາດເຮັດສໍາເລັດ ໜ້າທີ່ໃນການປົກປັກຮັກສາ ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງ ໝັ້ນຄົງ. ພ້ອມກັນນັ້ນ ທ່ານ ຮອງ ລັດຖະມົນຕີກໍໄດ້ອວຍພອນໃຫ້ ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຄວາມ ຜາສຸກ, ອາຍຸຍືນຍາວ ແລະ ສືບຕໍ່ ຊີ້ນໍາ-ນໍາພາ, ສຶກສາອົບຮົມກອງ ທັບປະຊາຊົນລາວໃຫ້ນັບມື້ເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ນສພ ກອງທັບປະຊາຊົນລາວ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.