Header Ads

ເປີດຫໍພິພິທະພັນວຽງຈັນສິລະປະຮ່ວມສະໄໝຢ່າງເປັນທາງການ



ໃນຕອນເຊົ້າຂອງວັນທີ 20 ກຸມພາ 2019 ນີ້ ຢູ່ທີ ບ້ານຊ່າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດຫໍພິພິທະພັນວຽງຈັນສິລະປະຮ່ວມສະໄໝຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍການນໍາ ແລະແຂກທີ່ມີກຽດເຂົ້າຮ່ວມ.





ໃນໂອກາດນີ້ ທ່ານ ພິຊິດ ໄຊຍະທິດ ປະທານ ຫໍພິພິທະພັນວຽງຈັນຮ່ວມສະໄໝ ໄດ້ກ່າວວ່າ: ຮູ້ສຶກພູມໃຈ ທີ່ຈະໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງສີສັນ, ສ້າງແຮງບັນດານໃຈ ແລະປະກອບສ່ວນເຂົ້າໃນການສົ່ງເສີມວຽກງານການທ່ອງທ່ຽວຂອງລາວ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາປະເທດລາວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ໂດຍການນໍາເອົາຜົນງານທີ່ສະສົມມາເປັນເວລາຫຼາຍສິບປີ ດ້ວຍຄວາມມັກ, ຄວາມຮັກ ແລະຄວາມຫຼົງໄຫຼໃນທໍາມະຊາດ ປະສົມປະສານກັບຈິນຕະນາການ ແລະແນວຄິດອັນລໍ້າເລີດຂອງນັກອອກແບບ, ນັກວິຈິດສິນ ແລະນັກແກະສະຫຼັກອັນປານີດ ຈໍານວນຫຼາຍພັນຜົນງານມາວາງສະແດງ ແລະຮັກສາໄວ້ໃຫ້ຄົນລາວ ແລະຄົນຕ່າງປະເທດໄດ້ມາທ່ຽວຊົມ.



ຫໍພິພິທະພັນວຽງຈັນສິລະປະຮ່ວມສະໄໝເປັນພິພິທະພັນໄມ້ແກະສະຫຼັກຮູບຊົງຕ່າງໆ ເຊິ່ງຖືກສ້າງຂຶ້ນຈາກແຮງບັນດານໃຈ ໃນການຄືນຄຸນຄ່າຂອງໄມ້ທີ່ຖືກທໍາລາຍຢ່າງໄຮ້ຄ່າ ໃຫ້ກັບຄືນມາມີຄຸນຄ່າອີກຄັ້ງໂດຍການນໍາໃຊ້ຈິດປັນຍາ ແລະສີມືຂອງຄົນລາວ ໃນການແກະສະຫຼັກລວດລາຍຕ່າງໆທີ່ສະທ້ອນໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີອັນດັ້ງເດີມຂອງລາວ ແລະເປັນເອກະລັກທີ່ຢູ່ຄູ່ກັບປະຊາຊົນລາວແຕ່ໃດມາ. 





ຜະລິດຕະພັນທີ່ຖືກນໍາມາວາງສະແດງໃນຫໍພິພິດຕະພັນແຫ່ງນີ້ ປະກອບມີ ງານສິລະປະຈາກໄມ້ທີ່ຖືກ ຄວັດ, ແກະສະຫຼັກເປັນຮູບຊົງ, ລວດລາຍຕ່າງໆ, ຮູບປັ້ນຂອງພະພຸດທະຮູບອັນເປັນມິ່ງຂວັນຂອງຊາວລາວ ແລະຊາວສາສະໜາພຸດ ທີ່ໄດ້ຮັບການປັ້ນ, ຫຼໍ່ ຢ່າງປານີດ ແລະບັນດາຮູບແຕ້ມທີ່ສື່ໃຫ້ເຫັນເຖິງ ການດໍາລົງຊີວິດແບບວິຖີຊາວບ້ານໃນແຕ່ລະຊົນເຜົ່າຂອງລາວ ລວມທັງປະເພນີຂອງປະຊາຊົນກຸ່ມອາຊຽນນໍາອີກ. ພາບ-ຂ່າວ: CRI-FM93 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.