Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດ ທີ່ ເມືອງສະໜາມໄຊ, ແຂວງອັດຕະປື




ໃນວັນທີ 06 ກຸມພາ 2019 ຜ່ານມາ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດນຳຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກອຳນາດການປົກຄອງແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນ ເປັນຢ່າງດີ.



ຈຸດປະສົງຂອງການລົງເຄື່ອນໄຫວຢ້ຽມຢາມແຂວງອັດຕະປືຂອງ ທ່ານລັດຖະມົນຕີ ແລະ ຄະນະໃນຄັ້ງນີ້ແມ່ນເພື່ອນຳເອົາເງິນສົດຈຳນວນ 950,000,000 ກີບ ແລະ ເຄື່ອງອຸປະໂພກບໍລິໂພກ ຈຳນວນໜຶ່ງໄປມອບໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນທ້າຍເດືອນກໍລະກົດ 2018 ຜ່ານມາ, ຊຶ່ງເງິນ ແລະ ເຄື່ອງດັ່ງກ່າວແມ່ນໄດ້ຮັບ ການປະກອບສ່ວນຈາກພີ່ນ້ອງນ້ອງຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ພະນັກງານກະຊວງການຕ່າງປະເທດທັງຢູ່ພາຍໃນ ແລະ ປະຈຳການຢູ່ຕ່າງປະເທດ ແລະ ຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈຳນວນໜຶ່ງ, ຕາງໜ້າໃຫ້ແກ່ອຳນາດການປົກຄອງແຂວງ ໂດຍແມ່ນ ທ່ານ ບຸນຮຽນ ແກ້ວບົວພາດ, ຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງອັດຕະປື ເປັນຜູ້ຮັບ ແລະ ພ້ອມທັງໄດ້ລາຍງານ ສະພາບຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດດັ່ງກ່າວໃຫ້ຄະນະຊາບວ່າ ມາຮອດປະຈຸບັນ ແມ່ນໄດ້ຮັບການແກ້ໄຂໂດຍພື້ນຖານ, ປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດແມ່ນໄດ້ຍົກຍ້າຍເຂົ້າ ພັກເຊົາຢູ່ເຮືອນພັກເຊົາຊົ່ວຄາວທີ່ທາງການໄດ້ຈັດສັນໃຫ້, ໄດ້ຮັບການສະໜອງເຂົ້າກິນ, ເງິນອົດໜູນ, ການບໍລິການດ້ານສາທາລະນະສຸກ ແລະ ອື່ນໆ, ສຳລັບ ວຽກງານຈຸດສຸມໃນສະເພາະໜ້າ ແມ່ນການສ້າງເຮືອນຖາວອນ, ຟື້ນຟູພື້ນຖານໂຄງລ່າງ, ພື້ນຖານການຜະລິດເພື່ອຊຸກຍູ້ປະຊາຊົນຫັນເຂົ້າສູ່ການຜະລິດໂດຍໄວ ແນ່ໃສ່ເລັ່ງລັດປົວແປງຊີວິດການເປັນຢູ່ ຂອງເຂົາເຈົ້າ ໃຫ້ເຂົ້າສູ່ສະພາບປົກກະຕິ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງແຂວງ ແລະ ເມືອງທີ່ໄດ້ເອົາໃຈໃສ່ຕັ້ງໜ້າເບິ່ງແຍງ ຊີວິດການ ເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້.

ຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ​ ຍັງໄດ້ຖືເອົາໂອກາດນີ້ລົງໄປພົບປະໂອ້ລົມ ແລະ ອວຍພອນ ນາຍ ແລະ ພົນທະຫານ ທີ່ພວມປະຈຳການຢູ່ກອງພັນ 21 ແຂວງອັດຕະປື ເນື່ອງໃນໂອກາດທີ່ທົ່ວພັກ ທົ່ວ ກອງທັບພວມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ມີຄວາມໝາຍອັນເລິກເຊິ່ງ ອີກດ້ວຍ.


ພາບ-ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.