Header Ads

ຮອງນາຍົກ ເນັ້ນໃຫ້ຮີບຮ້ອນດຳເນີນການແກ້ໄຂບັນຫາທີ່ຍັງຄົງຄ້າງ ລະຫວ່າງລົງເຄື່ອນໄຫວເຮັດວຽກ ທີ່ໂຄງການບໍ່ຄຳ ຄຳເກີດແສນອຸດົມ



​ໃນຕອນເຊົ້າ ຂອງວັນທີ 27 ກຸມພາ 2019 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບຄະນະຮັບຜິດຊອບ ຄຸ້ມຄອງ ແລະ ບໍລິຫານໂຄງການບໍ່ຄຳ ຄຳເກີດແສນອຸດົມ ທີ່ສຳນັກງານໂຄງການດັ່ງກ່າວ, ໂດຍມີທ່ານປະທານ ກຸ່ມບໍລິສັດພອນສັກ, ໃນນາມບໍລິສັດຜູ້ຮັບເໝົາ ສຳປະທານໂຄງການ ພ້ອມດ້ວຍ ຄະນະທີ່ປຶກສາໂຄງການ ແລະ ຜູ້ຕາງໜ້າ ບັນດາຂະແໜງການ ທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.



ກ່ອນອື່ນ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານ ສະພາບການພັດທະນາ ໂຄງການບໍ່ຄຳ ຄຳເກີດແສນອຸດົມ ຈາກທ່ານ ຄຳປຸ່ນ ໂງ່ນກະເສີມສຸກ, ຮອງຜູ້ອຳນວຍການໃຫຍ່ ຝ່າຍເຕັກນິກຂອງໂຄງການ, ຊຶ່ງເຫັນວ່າ: ໂຄງການດັ່ງກ່າວ ມີເນື້ອທີ່ສໍາປະທານ ທັງໝົດ 1.802 ກິໂລຕາແມັດ, ໃນນັ້ນ ປະກອບມີ ເນື້ອທີ່ເຂດຊອກຄົ້ນ 1.340 ກິໂລຕາແມັດ, ເນື້ອທີ່ເຂດສໍາຫຼວດ 409 ກິໂລຕາແມັດ ແລະ ເນື້ອທີ່ຂຸດຄົ້ນ 53 ກິໂລຕາແມັດ, ມີໄລຍະເວລາ ສຳປະທານໃໝ່ ແຕ່ປີ 2018-2025. ສໍາລັບການປະກອບພັນທະ ໃຫ້ແກ່ລັດຖະບານ ປະຈຳປີ 2018 ແມ່ນໄດ້ຊໍາລະແລ້ວ ເກືອບ 6 ແສນໂດລາ, ຍັງຄ້າງຊຳລະ 2 ແສນກວ່າໂດລາ, ຊຶ່ງຈໍານວນ ທີ່ຍັງຄ້າງຊໍາລະນັ້ນ ປະຈຸບັນ ທາງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງລັດ ກໍາລັງດໍາເນີນການຢູ່. ສ່ວນແຮງງານ ຂອງໂຄງການ ມີທັງໝົດ 1.400 ກວ່າຄົນ, ໂດຍແມ່ນແຮງງານລາວ ກວມ 85 ກວ່າສ່ວນຮ້ອຍ. ນອກຈາກນັ້ນ ຄາດໝາຍການຂຸດຄົ້ນແຮ່ ປ້ອນໂຮງງານ ໃນປີ 2019 ແມ່ນປະມານ 30 ພັນໂຕນ/ມື້, ນັບແຕ່ປີ 2020 ເປັນຕົ້ນໄປ ແມ່ນປະມານ 50 ພັນໂຕນ/ມື້.



ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນ ປະກອບຄຳຄິດເຫັນ ແລະ ມີຄຳຖາມເຈາະຈິ້ມ ຕໍ່ບາງບັນຫາ ເປັນຕົ້ນ ການປະກອບພັນທະຕ່າງໆ, ການສຶກສາຄົ້ນຄວ້າ ດ້ານສິ່ງແວດລ້ອມ ແລະ ສັງຄົມ, ການພັດທະນາພື້ນທີ່ ໃນກິດຈະການຕ່າງໆ ຂອງໂຄງການ, ດ້ານການຈັດຕັ້ງ ແລະ ດ້ານແຮງງານ ຂອງໂຄງການ, ຄວາມຮັບຜິດຊອບ ແຕ່ລະວຽກງານ ຂອງຂະແໜງ ການສູນກາງ ແລະ ທ້ອງຖິ່ນແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນ ກ່າວຍ້ອງຍໍຊົມເຊີຍ ຕໍ່ຄວາມສາມາດ ແລະ ຜົນສຳເລັດ ທີ່ທາງໂຄງການ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ ເປັນຕົ້ນ ການນຳໃຊ້ກົນຈັກ, ເຄື່ອງມື ແລະ ເຕັກນິກທີ່ທັນສະໄໝ, ຄວາມຄືບໜ້າ ໃນການປະຕິບັດໂຄງການ ແລະ ອື່ນໆ. ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນດຳເນີນການແກ້ໄຂ ບັນຫາທີ່ຍັງຄົງຄ້າງ ເປັນຕົ້ນ ການລົງເລິກລາຍລະອຽດ ຂອງສັນຍາຍ່ອຍ ແລະ ການກວດກາຢັ້ງຢືນ ຄຸນນະພາບ ແຕ່ລະດ້ານ; ການປະຕິບັດພັນທະຕ່າງໆ, ການແກ້ໄຂຄຳສະເໜີ ຂອງປະຊາຊົນທ້ອງຖິ່ນ, ການຊົດເຊີຍຜົນກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ; ເອົາໃຈໃສ່ ຕໍ່ວຽກງານການປ້ອງກັນ ຄວາມປອດໄພ ຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ນອກຈາກນັ້ນ ກໍ່ໃຫ້ເອົາໃຈໃສ່ປະຕິບັດວຽກງານ ໃຫ້ເປັນໄປຕາມສັນຍາ, ຖືກຕ້ອງຕາມກົດໝາຍ ແລະ ບຽບການ ຢ່າງເຂັ້ມງວດ; ສ້າງເງື່ອນໄຂ ໃຫ້ປະຊາຊົນ ແລະ ສັງຄົມ ໄດ້ຮັບຜົນປະໂຫຍດ ຈາກໂຄງການດັ່ງກ່າວ ຢ່າງແທ້ຈິງ; ສ້າງໃຫ້ກາຍເປັນໂຄງການຕົວແບບ ໃນການພັດທະນາ ຂອງຂະແໜງບໍ່ແຮ່ ໃນອະນາຄົດ; ບັນດາຂະແໜງການ ທີ່ກ່ຽວຂ້ອງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ໂຄງການ ປະສານສົມທົບກັນ ດຳເນີນວຽກງານ ດ້ານຕ່າງໆ ທີ່ກ່ຽວຂ້ອງກັບໂຄງການບໍ່ຄຳ ຄຳເກີດແສນອຸດົມ ໃຫ້ມີຄວາມເປັນເອກະພາບ, ຈະແຈ້ງ ແລະ ຮັບປະກັນໄດ້ ຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ, ປະຊາຊົນ ແລະ ຜູ້ພັດທະນາໂຄງການ.

ໃນໂອກາດເຄື່ອນໄຫວເຮັດວຽກ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ ໂຮງງານຄັດແຍກ, ປຸງແຕ່ງ ແລະ ຜະລິດແຮ່ຄຳ ຂອງໂຄງການດັ່ງກ່າວນີ້ ຕື່ມອີກ.​


ພາບ-ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.