Header Ads

ລັດຖະມົນຕີກະຊວງ ຮສສ ລົງຊຸກຍູ້, ຢ້ຽມຢາມປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ແຂວງອັດຕະປື ແລະ ເຄື່ອງຊ່ວຍເຫລືອ



ໃນວັນທີ 5 ກຸມພາ 2019 ຜ່ານມານີ້ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຄະນະກໍາມະທິການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະ ຊວງແຮງງານ ແລະ ສະຫວັດດີການ, ປະທານ ຄະນະກໍາມະທິການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສັງຄົມ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ປະຊາ ຊົນ 300 ກວ່າຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ .




ເມື່ອເດືອນຜ່ານມານີ້, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໄດ້ຈ່າຍເງິນ 10.000 ໂດລາສະຫະລັດ ໃຫ້ຄອບຄົວຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຈາກເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດ 2018 ຜ່ານມາ, ຊຶ່ງນັບແຕ່ວັນທີ 24 ກໍລະກົດ 2018 ເຖິງປັດຈຸບັນ, ໄດ້ມີພໍ່ແມ່ປະຊາຊົນ, ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມອບເຄື່ອງຊ່ວຍເຫລືອ ແລະ ກູ້ໄພ ເພື່ອການຊ່ວຍເຫລືອທາງດ້ານມະນຸດສະທໍາໄພພິບັດນ້ຳຖ້ວມໃນ ສປປ ລາວ ໄດ້ບັນລຸເຖິງ 133 ຕື້ກວ່າກີບ. ໃນນີ້, ເປັນເງິນສົດຫລາຍກວ່າ 52 ຕື້ກີບ, ເປັນເຄື່ອງອຸປະໂພກ-ບໍລິໂພກ ຫລາຍກວ່າ 80 ຕື້ກີບ ແລະ ເຂົ້າ 710 ກວ່າໂຕນ.



ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 23 ກໍລະກົດ 2018 ໄດ້ມີພະຍຸລະດູຮ້ອນຈາກປະເທດຈີນ ຕອນໃຕ້ພັດປົກຄຸມທຸກພາກທົ່ວປະເທດເຮົາ ໂດຍສະເພາະແຂວງອັດຕະປື ໄດ້ມີສະພາບຝົນຕົກໃນລະດັບປານກາງ ແລະ ໜັກໄດ້ເຮັດໃຫ້ນ້ຳຖ້ວມຂັງ, ຖ້ວມຊຸໃນ 3 ເມືອງ ຄື: ເມືອງສະໜາມໄຊ, ເມືອງພູວົງ ແລະ ເມືອງ ສາມັກຄີໄຊ. ໃນນີ້, ເມືອງສະໜາມໄຊແມ່ນໄດ້ຮັບຜົນກະທົບຕົວຈິງ ມີ 19 ບ້ານ 4.635 ຄອບຄົວ, 19.897 ຄົນ, ເສຍຫາຍ 100% ມີ 6 ບ້ານ, ມີ 1.611 ຄອບຄົວ, ມີ 7.095 ຄົນ, ຍິງ 3.684 ຄົນ, ເຮືອນເປ້ເພເສຍຫາຍ 1.520 ເຊິ່ງເປັນບ້ານທີ່ລຽບຕາມສາຍນໍ້າເຊປ່ຽນ ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍທັງໝົດໃນປັດຈຸບັນ 71 ສົບ, ຍິງ 31 ສົບ. 

ສຳລັບດ້ານກະສິກຳ ຖືກນ້ຳຖ້ວມເນື້ອທີ່ນາ ຂອງປະຊາຊົນ 7.097 ເຮັກຕາ, ເນື້ອທີ່ສວນເສຍຫາຍ 15 ເຮັກຕາ ແລະ ຊົນລະປະທານເສຍຫາຍ 4 ແຫ່ງ ມູນຄ່າເສຍຫາຍເບື້ອງຕົ້ນ ຫລາຍກວ່າ 619 ຕື້ກີບ.






ທີ່ມາ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີດການສັງຄົມ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.