Header Ads

ທ່ານຮອງນາຍົກ ຕ້ອນຮັບທູດດານມາກເຂົ້າຢ້ຽມຂໍ່ານັບ


ຕອນເຊົ້າຂອງວັນທີ 14 ກຸມພາ 2019 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຄີມໂຮລັນ ຄຣິສ ເຕິນເຊັນ (Kim Hojlund Christensen) ເອກອັກຄະລັດຖະທູດ ດານມາກ ປະຈຳ ສປປ ລາວ, ຊຶ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຂອງທ່ານເອກອັກຄະລັດຖະທູດດານມາກ ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ລາວ ແລະ ດານມາກ ໃນໄລຍະຜ່ານມາ, ຊຶ່ງເຫັນວ່າ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບໝາກຜົນ ເປັນຮູບປະທຳຕົວຈິງຫຼາຍຂຶ້ນ, ອັນພົ້ນເດັ່ນແມ່ນການຮ່ວມມື ໃນຂົງເຂດການລົງທຶນ, ໃນນັ້ນ ການມາລົງທຶນຂອງນັກທຸລະກິດ ດານມາກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີປະສິດທິຜົນສູງ, ສອດຄ່ອງກັບນະໂຍບາຍຊຸກຍູ້ ສົ່ງເສີມການລົງທຶນ ຂອງລັດຖະບານລາວ ແລະ ແທດເໝາະກັບທ່າແຮງບົ່ມຊ້ອນ ກໍ່ຄື ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຢ່າງດີ.
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ນຳສະເໜີໃຫ້ຊາບຕື່ມ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມ, ເງື່ອນໄຂທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການ ໃນການລົງທຶນ ຢູ່ ສປປ ລາວ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານການທ່ອງທ່ຽວ, ການບໍລິການ (ໂຮງໝໍທັນສະໄໝ), ການຜະລິດກະສິກຳສະອາດ, ການພັດທະນາພື້ນຖານໂຄງລ່າງຊົນນະບົດ, ອຸດສາຫະກຳປຸງແຕ່ງ, ການພັດທະນາເຕັກໂນໂລຊີ, ລວມທັງ ການພົວພັນຮ່ວມມືທາງດ້ານການຄ້າ, ຊຶ່ງທັງໝົດນັ້ນ ແມ່ນໄດ້ເນັ້ນໃສ່ຕິດພັນກັບການສ້າງວຽກເຮັດງານທຳ, ສ້າງສີມືແຮງງານ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຕາມທິດທີ່ຍືນຍົງ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ. ໃນໂອກາດດຽວກັນ, ທ່ານ ທູດດານມາກ ກໍໄດ້ກ່າວສະ ແດງຄວາມຂອບໃຈຢ່າງສູງຕໍ່ການໃຫ້ກຽດຕ້ອນຮັບຂອງທ່ານຮອງນາຍົກລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນ ໄດ້ຮັບຊາບ ຕໍ່ກັບເງື່ອນໄຂ ຄວາມເປັນໄປໄດ້ ໃນການລົງທຶນ ແລະ ຂະຫຍາຍກິດຈະການ ຂອງນັກລົງທຶນ ດານມາກ ຢູ່ ສປປ ລາວ ໃນອະນາຄົດ.
ນອກນັ້ນ ກໍ່ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຕື່ມອີກຈຳນວນໜຶ່ງ ເພື່ອເປັນຂໍ້ມູນ ແລະ ສ້າງເງື່ອນໄຂ ເຮັດໃຫ້ນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ ສປປ ລາວ ນັບມື້ຫຼາຍຂຶ້ນ ເປັນກ້າວໆ. ຂ່າວ-ພາບ: ກົມປະຊາ ສຳພັນ ສນຍ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.