Header Ads

ເຫດນັກທ່ອງທ່ຽວ ຊາຍຊາວຈີນ ຈົມນໍ້າເສຍຊີວິດຢູ່ຕາດກວາງຊີ



ລສຍງານຈາກ ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງລາຍງານໃນວັນທີ 26 ກຸມພາ 2019 ເວລາ 14:24 ໂມງ ວ່າໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 071 1625 ວ່າມີຄົນຈົມນໍ້ານອນຫມົດສະຕິຢູ່ຕາດກວາງຊີ​ ນະຄອນ ຫຼວງພະບາງ.




ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ໄດ້ອອກກວດສອບເຫດເຫັນຄົນເຈັບ 1 ຄົນ ເພດຊາຍ  ນອນຫມົດສະຕິຢູ່ ແລະຊີບພະຈອນບໍ່ມີ ນັກທອງທ່ຽວຊາວຕ່າງຊາດ ແລະແພດສຸກສາລາ ໄດ້ເຮັດການ ປ້ຳຫົວໃຈ (CPR) ຖ້າ. ດັ່ງນັ້ນ,  ທາງທີມງານຫນ່ວຍກູ້ຊີບ ອົງການ​ກາ ແດງລາວ​ຫລວງພະບາງ​ ຈຶ່ງໄດ້ໃຫ້ການປະຖົມພະຍາບານເບື້ອງຕົ້ນ​ ເຮັດ ​CPR ປະມານ 30 ນາທີ ແຕ່ກໍ່ບໍ່ຕອບສະໜອງ ແລ້ວ​ນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.  ອີງຕາມການບອກເລົ່າຂອງຜູ້ຢູ່ໃນເຫດການ ຜູ້ກ່ຽວແມ່ນດີ່ມເບຍແລ້ວລົງຫລີນນໍ້າ ແຕ່ພໍລອຍໄປໄດ້ໄລຍະຫນຶ່ງກໍ່ຈົມລົງ ມີພົນລະເມືອງດີເຫັນຈຶ່ງຊ່ວຍຂື້ນມາຈາກນໍ້າ. 
ພາບ-ຂ່າວ: ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.