Header Ads

ຄະນະຜູ້ແທນ ກຳປູເຈຍ ສຳເລັດການຢ້ຽມຢາມທາງການ ແລະ ເຮັດວຽກ ຢູ່ ສປປ ລາວ




ໃນລະຫວ່າງວັນ​ທີ 21-22 ກຸມພາ 2019, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ ສປປ ລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13, ທີ່ ນະຄອນຫຼວງວຽງຈັນ, ຕາມ​ຄຳເຊື້ອ​ເຊີນ​ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ກຳປູເຈຍ.


ໃນຕອນເຊົ້າຂອງວັນທີ 22 ກຸມພາ 2019, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ,ໄດ້ຈັດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປລາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ, ພ້ອມດ້ວຍຫົວໜ້າເຈົ້າໜ້າທີ່ອາວຸໂສ ລາວ-ກຳປູເຈຍ ແລະ ພະນັກງານຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຊຶ່ງທັງສອງຝ່າຍ ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ (JC) ຄັ້ງທີ 12 ທີ່ໄດ້ລົງນາມຮ່ວມກັນ ທີ່ ຊຽມຣຽບ, ຣາຊະອານາຈັກ ກຳປູເຈຍ, ໃນເດືອນທັນວາ ປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆໂດຍສະເພາະແມ່ນ ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ, ການຮ່ວມມືດ້ານເສດຖະກິດພາກພື້ນ ແລະ ສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານອື່ນໆເຊັ່ນ: ວຽກງານຊາຍແດນ, ການຮ່ວມມືດ້ານກົງສຸນ, ການຄ້າ, ການສຶກສາ ແລະ ສາທາລະນະສຸກ. ສອງຝ່າຍ ຍັງວາງແນວທາງການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ ລາວ ​ແລະ ກຳປູເຈຍ. ໃນໂອກາດນີ້, ສອງຝ່າຍ ໄດ້ຮ່ວມກັນຕີລາຄາສູງ ຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ທີ່ໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງເຫັນໄດ້ຈາກຜົນສຳເລັດການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ໃນລະດັບວິຊາການ ນັບທັງສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ຢ່າງເປັນປົກກະຕິ. ອັນພົ້ນເດັ່ນພິເສດ ແມ່ນການຢ້ຽມຢາມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນຕົ້ນເດືອນທັນວາ 2018 ທີ່ຜ່ານມາ, ຊຶ່ງເປັນການປະກອບສ່ວນອັນສຳຄັນຢ່າງຍິ່ງເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານຍາດພີ່ນ້ອງບ້ານໃກ້ເຮືອນຄຽງ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ມີມູນເຊື້ອຍາວນານມານັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈຮ່ວມກັນ.



ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ດ້ວຍຜົນສໍາເລັດອັນຈົບງາມ. ສໍາລັບກອງປະຊຸມ (JC) ຄັ້ງທີ 14ແມ່ນຝ່າຍກຳປູເຈຍ ຈະເປັນເຈົ້າພາບ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ປລາກ ໂຊຄົນ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ,​ ທີ່ ທໍານຽບປະທານປະເທດ ແລະ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາຍົກລັດຖະມົນຕີ. ພາບ-ຂ່າວ: ກະຊວງການຕ່າງປະເທດ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.