Header Ads

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ


ອີງຕາມການລາຍງານຂອງ ນສພ ສະຫວັນພັດທະນາ ວ່າ:  ໃນວັນທີ 13 ມີນາ 2019 ຄະນະປະຕິບັດງານພິເສດ ທະຫານເຂດ 4 ສສ ຫວຽດ ນາມ ເຊິ່ງນຳໂດຍທ່ານ ພົນຈັດ ຕະວາ ຫງວຽນດຶງຮວາ ຮອງ ຫົວໜ້າການເມືອງທັງເປັນ ຫົວຄະນະຊີ້ນຳ 515 ທະຫານ ເຂດ 4 ພ້ອມຄະນະປະຕິບັດ ງານພິເສດແຂວງສະຫວັນນະ ເຂດ ແລະພະແນກການກ່ຽວ ຂ້ອງໄດ້ ພ້ອມກັນລົງຕິດຕາມ ການຂຸດຄົ້ນ, ຊອກຫາອັດຖິທະ ຫານອາສາສະໝັກ ແລະຊ່ຽວ ຊານຫວຽດນາມທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໃນເຂດບ້ານນາ ໝາກເກືອເມືອງອາດສະພອນ.

ໂອກາດນີ້, ທ່ານ ພົນຈັດ ຕະວາ ຫງວຽນດຶງຮວາ ໄດ້ໂອ້ ລົມ ແລະສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະກອງພັນປະ ຕິບັນງານພິເສດ 584 ແລະ ຄະນະພັກ-ຄະນະບັນຊາທະ ຫານເມືອງອາດສະພອນຕະ ຫຼອດຮອດອຳນາດການຄອງ ບ້ານນາໝາກເກືອທີ່ເອົາໃຈ ໃສ່ໃນການໃຫ້ຄວາມຮ່ວມມື ແລະໃຫ້ຂໍ້ມູນໃນການຊອກຄົ້ນ ອັດຖິຄັ້ງນີ້ ຈົນສາມາດຂຸດຄົ້ນ ໄດ້ຕົວຈິງໃນບໍລິເວນຂອບເຂດ ບ້ານດັ່ງກ່າວຈຸດດຽວໄດ້ຈຳ ນວນ 13 ອັດຖິ ຈາກນັ້ນ, ຄະນະລາວ-ຫວຽດນາມກໍ່ ຍັງໄດ້ປຶກສາຫາລືກັນກ່ຽວ ກັບການຂຸດຄົ້ນອັດຖິເພື່ອ ໃຫ້ມີຄວາມສະດວກຂຶ້ນຕື່ມ.


ໂອກາດດຽວກັນ, ທ່ານ ພົນຈັດຕະວາ ຫງວຽນດຶງຮວາ ພ້ອມຄະນະປະຕິບັດງານພິ ເສດແຂວງກວາງຈິ ກໍ່ໄດ້ ມອບຂອງຂວັນເປັນເຄື່ອງ ອຸປະໂພກ-ບໍລິໂພກຈຳນວນ ໜຶ່ງ ເພື່ອຊຸກຍູ້ນ້ຳໃຈ ແລະ ໃຫ້ກຳລັງໃຈຕໍ່ຄະນະກອງ ພັນປະຕິບັດງານພິເສດ 584, ຄະນະອຳນາດການປົກຄອງ ແລະປະຊາຊົນ. ທີ່ຊ່ວຍເຫຼືອໃຫ້ຂໍ້ມູນໃນການຊອກຫາອັດຖິຄັ້ງນີ້ ຈົນໄດ້ຮັບຜົນສຳເລັດ. 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.