Header Ads

ຄັງແຮເຂົ້າອາຊຽນ +3 ມອບ 2 ພັນກວ່າໂຕນ ຊ່ວຍປະຊາຊົນເມືອງສະໜາມໄຊ



ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈໍາເປັນໃນເວລາປະສົບບັນກາສຸກເສີນດ້ານສະ ບຽງອາຫານ ຫຼື ເກີດໄພພິບັດທໍາມະຊາດ ແລະມີເປົ້າໝາຍເພື່ອຊ່ວຍເຫຼືອສຸກເສີນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ປະກອບສ່ວນໃນການປົວແປງຈິດໃຈ ແລະແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິຕາມເວລາອັນເໝາະສົມ. 






ກະຊວງການເງິນໄດ້ມອບເຂົ້າສານຈ້າວຄັງແຮເຂົ້າອາຊຽນ +3 ຕາມພັນທະຂອງລັດຖະບານ ສປປ ລາວ ຈໍານວນ 2.221,40 ໂຕນ ລວມມູນຄ່າ 16,66 ຕື້ກີບ ໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ, ເພື່ອນໍາໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍມີພິທີເຊັນບົດບັນທຶກມອບ-ຮັບຂຶ້ນໃນວັນ ທີ 7 ມີນາ 2019 ທີ່ກະຊວງການເງິນ, ໃຫ້ກຽດກ່າວມອບໂດຍ: ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການເງິນ ແລະ ກ່າວຮັບໂດຍ: ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ. ຂ່າວ: ເພັດສະໄໝ 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.