Header Ads

ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ 4 ໂຄງການ ມູນຄ່າເກືອບຕື້ເຢັນ


ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຈຳ ນວນ 4 ໂຄງການຄື: 1. ໂຄງ ການເພາະພັນປາມູນຄ່າ 200 ລ້ານເຢັນ. 2. ໂຄງການຕ້ານອາຊະຍາກຳຂ້າມຊາດມູນຄ່າ 200 ລ້ານເຢັນ. 3. ໂຄງການຊ່ວຍເຫຼືອນອກໂຄງການມູນຄ່າ 500 ລ້ານເຢັນ. 4. ໂຄງການຂະຫຍາຍລະບົບທໍ່ສົ່ງນາໍ້ປະ ປາຂອງນະຄອນ-ຫຼວງພະບາງ (ຢູ່ໃນຂັ້ນຕອນອອກແບບ) ມູນຄ່າ 97 ລ້ານເຢັນ, ລວມມູນຄ່າການຊ່ວຍເຫຼືອ ສປປ ລາວ ທັງ ໝົດ 4 ໂຄງການມີມູນຄ່າ 997 ລ້ານເຢັນ.ພິທີລົງນາມຮັບເອົາການຊ່ວຍເຫຼືອດັ່ງກ່າວມີຂຶ້ນໃນວັນທີ 20 ມີນາ, ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານລາວ ໂດຍແມ່ນທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາ ເຄຊິ ຮິຄິຮາຣະ (Mr Takeshi Hikihara) ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານນຳ.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນນອນຢູ່ໃນແຜນການຮ່ວມມືລາວ-ຍີ່ປຸ່ນເພື່ອການພັດທະນາ ສປປ ລາວ ແບບຍືນຍົງ ຊຶ່ງນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ເຫັນດີຮ່ວມກັນໃນເດືອນກັນຍາ 2016, ໂດຍປະຕິບັດຄຽງຄູ່ກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ຂອງ ສປປ ລາວ.
ນອກຈາກ 4 ໂຄງການທີ່ໄດ້ລົງນາມໃນຄັ້ງນີ້ແລ້ວ, ໃນວັນທີ 6 ມີນາ 2019 ທີ່ຜ່ານມາກໍໄດ້ມີການລົງນາມຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 4 ໂຄງການຜ່ານບັນດາອົງການຈັດຕັ້ງສາກົນປະຈຳ ສປປ ລາວ ເພື່ອການຊ່ວຍເຫຼືອຟື້ນຟູໄພພິບັດຢູ່ແຂວງອັດຕະປື ເປັນຕົ້ນແມ່ນການຟື້ນຟູກະສິກຳ,ເຮືອນຊານບ້ານຊ່ອງ, ການສຶກສາ ແລະ ການສະໜອງນໍ້າສະອາດແກ່ ສປປ ລາວ ລວມມູນຄ່າ 7,6 ລ້ານໂດລາ.

ໃນພິທີ ທ່ານ ແສງເພັດ ຮ່ວງບຸນຍວງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດໂດຍສະເພາະການຊ່ວຍເຫຼືອທາງການ ເພື່ອການພັດທະນາ ຊຶ່ງຍີ່ປຸ່ນໄດ້ຖືກຈັດເປັນອັນດັບ 1 ໃນບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ, ສະເລ່ຍ 90-100 ລ້ານໂດລາຕໍ່ປີ, ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະ ນຸດ, ສາທາລະນະສຸກ, ວຽກງານກະສິກຳ ແລະ ປ່າໄມ້ ແລະ ອື່ນໆ ຊຶ່ງການຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ຂອງ ສປປ ລາວ ແລະ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນເປັນກ້າວໆ.

ພ້ອມດຽວກັນນີ້ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ສະແດງຄວາມເຊື່ອໝັ້ນວ່າ 4 ໂຄງ ການຊ່ວຍເຫຼືອໃນຄັ້ງນີ້ ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຂະແໜງການປະມົງ, ເພີ່ມຂີດຄວາມສາມາດໃຫ້ແກ່ຂະແໜງການປ້ອງກັນຄວາມສະຫງົບ, ສະໜອງນໍ້າປະປາໃຫ້ແກ່ປະຊາຊົນຊາວນະຄອນ-ຫຼວງພະບາງໄດ້ພຽງ ພໍ ແລະ ສະໜັບສະໜູນການດຸ່ນດ່ຽງງົບປະມານແກ່ ສປປ ລາວ ແລະ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວຂໍໃຫ້ຄຳໝັ້ນສັນຍາວ່າ: ຈະນຳໃຊ້ບັນດາໂຄງການຊ່ວຍເຫຼືອໃນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດແກ່ການພັດທະນາຂອງ ສປປ ລາວ. ຂ່າວ-ພາບ : ສຸກສາຄອນ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.