Header Ads

ຍີ່ປຸ່ນ ຊ່ວຍເຫຼືອລ້າ 65 ຕື້ກ່ວາກີບ ຟື້ນຟູຈາກໄພພິບັດນໍ້າຖ້ວມ ປີ 2018 ຢູ່​ແຂວງ​ອັດ​ຕະ​ປື ແລະ ແຂວງ​ຊຽງ​ຂວາງ



ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ​ສຳ­ລັບ​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ ໃຫ້­ການ​ຟື້ນ​ຟູ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່ ສປປ ລາວ ໃນ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 6 ມີ­ນາ 2019 ຢູ່​ຫ້ອງ­ການ​ສະ­ຫະ​ປະ­ຊາ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ທາ​ເຄ​ຊິ ຮີ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ກັບ​ທ່ານ Octavian Bivol ຜູ້­ຕາງ­ໜ້າ​ອົງ­ການ UNICEF ປະ­ຈຳ ສປປ ລາວ ທ່ານ Avi Sarkar ທີ່​ປຶກ­ສາ​ພາກ​ພື້ນ​ອົງ­ການ UN-Habitat ປະ­ຈຳ ສປປ ລາວ ທ່ານ Nasar Hayat ຜູ້­ຕາງ­ໜ້າ​ອົງ­ການ FAO ປະ­ຈຳ ສປປ ລາວ ໂດຍ​ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ລ້າ​ຄັ້ງ​ນີ້ 7,6 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 65,23 ຕື້​ກີບ ປະ­ກອບ​ມີ ໂຄງ­ການ​ດ້ານ​ການ​ສຶກ​ສາ ໂດຍ​ອົງ­ການ UNICEF ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເພື່ອ​ສົ່ງ­ເສີມ​ການ​ລົງ­ທະ­ບຽນ​ໂຮງ­ຮຽນ ການ​ເຂົ້າ​ຮຽນ​ຢ່າງ​ສະ​ໜໍ່າ​ສະ­ເໝີ ແລະ ການ​ຮຽນ​ຮູ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ໃຫ້​ເດັກ­ນ້ອຍ​ກ່ອນ ແລະ ໄລ­ຍະ​ອາ­ຍຸ​ປະ­ຖົມ​ສຶກ​ສາ ໃນ​ເຂດ​ເມືອງ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ນໍ້າຖ້ວມ ຢູ່​ແຂວງ​ອັດ​ຕະ​ປື ແລະ ແຂວງ​ຊຽງ​ຂວາງ. ນອກ​ນີ້ , ຍັງ​ສະ­ໜັບ­ສະ­ໜູນ​ການ​ສ້າງ​ຄວາມ​ສາ­ມາດ​ຂອງ​ລະ­ບົບ​ການ​ສຶກ​ສາ​ໃນ​ລະ­ດັບ​ຊາດ ແລະ ລະ­ດັບ​ທີ່​ຮອງ​ລົງ​ມາ ເພື່ອ​ເສີມ​ສ້າງ​ຄວາມ​ອົດ­ທົນ ແລະ ທັກ​ສະ­ການ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ­ພິ­ບັດ.

ໂຄງ­ການ WASH ໂດຍ​ອົງ­ການ UNICEF ຈະ​ຊ່ວຍ​ໃຫ້​ປະ­ຊາ­ຊົນ​ເຂົ້າ​ເຖິງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ທາງ​ສຸ​ຂະ​ອະ­ນາ­ໄມ ແລະ ຊ່ວຍ​ໃຫ້​ເດັກ­ນ້ອຍ​ຍິງ-ຊາຍ ເຝິກ­ແອບ​ການ​ຮັກ­ສາ​ສຸ​ຂະ​ອະ­ນາ­ໄມ ໃນ​ຊີ­ວິດ​ປະ­ຈຳ​ວັນ ຢູ່​ແຂວງ​ອັດ​ຕະ​ປື ແລະ ແຂວງ​ຊຽງ​ຂວາງ ໂດຍ​ການ​ຍົກ​ລະ­ດັບ​ຄວາມ​ສາ­ມາດ​ໃຫ້​ວິ­ຊາ​ການ ລັດ­ຖະ­ບານ​ໃນ​ລະ­ດັບ​ຊາດ ແລະ ລະ­ດັບ​ຮອງ​ລົງ​ມາ ເພື່ອ​ເພີ່ມ ແລະ ຮັກ­ສາ​ການ​ບໍ­ລິ­ການ WASH ໃນ​ໂຮງ­ຮຽນ ອົງ­ການ UN-Habitat ຈະ​ຊ່ວຍ​ເຮັດ​ວຽກ​ໃນ​ຂົງ­ເຂດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ

ເຊິ່ງ​ມີ​ເປົ້າ​ໝາຍ​ໃຫ້­ການ​ຊ່ວຍ­ເຫຼືອ​ທີ່​ຈຳ­ເປັນ ແລະ ຄວາມ​ຮູ້​ຊ່ຽວ­ຊານ​ດ້ານ​ເຕັກ­ນິກ​ໃນ​ການ​ກໍ່­ສ້າງ​ສະ­ຖານ­ທີ່​ຫຼົບ​ໄພ ແລະ ເຮືອນ​ຄືນ­ໃໝ່ ໂດຍ​ອີງ­ໃສ່​ຫຼັກ­ການ​ສ້າງ​ໃໝ່​ທີ່​ດີ​ຂຶ້ນ ການ​ສ້ອມ­ແປງ​ເຮືອນ​ຄືນ ຈະ​ອີງ­ໃສ່​ຄວາມ​ເສຍ​ຫາຍ​ຕໍ່​ໂຄງ​ສ້າງ ແລະ ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ເຕັກ­ນິກ ແລະ ອຸ­ປະ­ກອນ​ທີ່​ເໝາະ​ສົມ (ລວມ​ທັງ​ອຸ​ປະ­ກອບ​ຫຼົບ​ໄພ ໃນ​ເວ­ລາ​ຈຳ­ເປັນ). ພາບ-ຂ່າວ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.