Header Ads

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມຢ່າງເປັນທາງການ ທີ່ ປະເທດ ຮົງກາຣີ



ໂດຍຕອບສະໜອງການເຊື້ອເຊີນ ຂອງທ່ານ ວິກຕໍຣ ອໍຣບານ, ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ລັດຖະບານລາວ ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 10-12 ມີນາ 2019, ເຊິ່ງເປັນການຢ້ຽມຢາມ ຄັ້ງປະຖົມມະລຶກ ນັບແຕ່ທ່ານ ໄດ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ເປັນນິມິດໝາຍອັນດີອັນ ແລະ ຍິ່ງໃຫຍ່ ໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ.



ໃນວັນທີ 11 ມີນາ 2019 ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຢ່າງເປັນທາງການ ກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ, ທີ່ສໍານັກງານນາຍົກລັດຖະມົນຕີ ຂອງ ຮົງກາຣີ. ໃນນັ້ນ ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຍາວນານ ລະຫວ່າງ ລາວ-ຮົງກາຣີ. ສອງປະເທດ ເຄີຍໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ທັງໃນຂອບສອງຝ່າຍ ກໍ່ຄື ຫຼາຍຝ່າຍ ຕະຫຼອດມາ, ຄຽງຄູ່ກັນນັ້ນ ທ່ານນາຍົກລັດຖະມົນຕີເຮົາ ໄດ້ສະແດງຄວາມຮູ້ ບຸນຄຸນອັນເລິກເຊິ່ງ ຕໍ່ການຊ່ວຍເຫຼືອ ອັນລໍ້າຄ່າ ຂອງ ລັດຖະບານ ແລະ ປະຊາຊົນ ຮົງກາຣີ ໃຫ້ແກ່ ສປປ ລາວ ໃນພາລະກິດ ຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍ່ຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ. ສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບ ການເພີ່ມທະວີການຮ່ວມມື ໃນຕໍ່ໜ້າ ໂດຍໄດ້ຕົກລົງກັນ ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ, ຊຶ່ງເປັນການຢັ້ງຢືນຄືນ ແລະ ສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຮົງກາຣີ. ເພື່ອຜັນຂະຫຍາຍ ການຕົກລົງດັ່ງກ່າວ, ສອງຝ່າຍເຫັນດີ ເປັນເອກະພາບກັນ ໃຫ້ມີການແລກປ່ຽນ ການຢ້ຽມຢາມ ເຊິ່ງກັນ ແລະ ກັນໃນທຸກລະດັບ ແລະ ທຸກຂະແໜງ, ນັບແຕ່ການນໍາຂັ້ນສູງ ຈົນຮອດລະດັບວິຊາການ ຂອງສອງປະເທດ, ລວມທັງ ລະດັບທ້ອງຖິ່ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຮ່ວມມືຕ່າງໆ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕົກລົງສືບຕໍ່ ການຮ່ວມມືສອງຝ່າຍ ໃນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກຳ, ການເງິນ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. 



ສິ່ງສໍາຄັນ ສອງຝ່າຍ ໄດ້ຕົກລົງເຫັນດີ ຈັດກອງປະຊຸມປຶກສາຫາລື ດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຢ່າງເປັນປົກກະຕິນຳກັນ ແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລາວ-ຮົງກາຣີ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ລັດຖະບານ ຮົງກາຣີ ໄດ້ຕົກລົງເພີ່ມທຶນ ການສຶກສາ ໃຫ້ແກ່ ສປປ ລາວ ຕື່ມອີກ ຈາກ 50 ທຶນ ມາ ເປັນ 100 ທຶນ ຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນໄປ. ປະຈຸບັນ ນັກສຶກສາລາວ ກໍາລັງສຶກສາຮໍ່າຮຽນ ຢູ່ ມະຫາວິທະຍາໄລຕ່າງໆ ຂອງ ຮົງກາຣີ ມີຈໍານວນທັງໝົດ 86 ຄົນ (ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ). 

ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີເຮົາ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈ  ຕໍ່ລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປະຈຸບັນ, ຊຶ່ງນັກສຶກສາລາວ ທີ່ໄດ້ຮຽນຈົບຈາກ ຮົງກາຣີ ໃນເມື່ອກ່ອນ ໄດ້ກາຍເປັນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ແລະ ປະສົບຄວາມສຳເລັດສູງ, ຈຳນວນໜຶ່ງ ມີໜ້າທີ່ຕຳແໜ່ງສຳຄັນ ຢູ່ພາກລັດ ແລະ ຈຳນວນໜຶ່ງ ກໍ່ປະສົບຜົນສຳເລັດ ຢູ່ໃນພາກທຸລະກິດ. ນອກນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ຮົງກາຣີ ທີ່ໄດ້ສະໜອງເງິນກູ້ ທີ່ມີເງື່ອນໄຂຜູກພັນ ບໍ່ມີດອກເບ້ຍ (Tied Aid Credit) ໃຫ້ແກ່ ສປປ ລາວ ໃນໄລຍະທີ 1 ມູນຄ່າ 8,6 ລ້ານໂດລາ, ໄລຍະທີ 2 ມູນຄ່າ 30 ລ້ານໂດລາ, ໄລຍະທີ 3 ມູນຄ່າ 160 ລ້ານໂດລາ ແລະ ຍັງເຫັນດີ ຈະເພີ່ມຈໍານວນເງິນກູ້ຢືມດັ່ງກ່າວ ຂຶ້ນຕື່ມອີກໃນຕໍ່ໜ້າ, ຊຶ່ງເປັນການປະກອບສ່ວນສຳຄັນ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມກັນນັ້ນ, ສອງຝ່າຍ ຈະຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລາວ-ຮົງກາຣີ ທີ່ກໍາລັງດໍາເນີນຢູ່ ສປປ ລາວ ໃຫ້ສຳເລັດຜົນ ຕາມຄາດໝາຍທີ່ກຳນົດໄວ້. ຝ່າຍຮົງກາຣີ ເຫັນດີທີ່ຈະໄປເປີດຫ້ອງການ ຕາງໜ້າກົງສູນ ຂອງຕົນ ຢູ່ນະຄອນຫຼວງວຽງຈັນ ໃນອານາຄົດອັນໃກ້ໆນີ້. ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ລົງນາມເອກະສານຮ່ວມກັນ ສອງສະບັບ ຄື: ສັນຍາວ່າດ້ວຍ ການຍົກເວັ້ນວີຊາການທູດ ແລະ ລັດຖະການ ແລະ ແຜນການຮ່ວມມື ດ້ານການສຶກສາ ສຳລັບໄລຍະ  ປີ 2020-2022 ເຊິ່ງຈະສ້າງເງື່ອນໄຂ ໃຫ້ສອງປະເທດ ໄດ້ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ແໜ້ນແຟ້ນກວ່າເກົ່າ. 

ໃນໄລຍະຢ້ຽມຢາມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຢາໂນສ ອາເດຣ, ປະທານາທິບໍດີ ຮົງກາຣີ ແລະ ທ່ານ ລາຊໂລ ໂກເວີ, ປະທານສະພາແຫ່ງຊາດ ຮົງກາຣີ. ຈາກນັ້ນກໍ່ໄດ້ ໄດ້ໄປວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ດ້ານວັດທະນະທໍາ ແລະ ປະຫວັດສາດ ທີ່ສຳຄັນ ຂອງ ຮົງກາຣີ ຈໍານວນໜຶ່ງ.

ທ່ານ ນາຍົກລັດຖະມົນຕີ ໄດ້ຖືເອົາໂອກາດນີ້ ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າສະດວກ, ຊຶ່ງນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ກໍ່ມີຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ.​ ພາບ-ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.