Header Ads

ພິທີເຊັນບົດບັນທຶກການຮ່ວມດ້ານວິຊາການລະຫວ່າງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ແລະ ບໍລິສັດ ສັນຕິ ພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ



ໃນວັນທີ 12 ມີນາ 2019 ນີ້ ທີ່ ຫ້ອງປະຊຸມສະພາປະຊາຊົນ ແຂວງຫຼວງພະບາງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ແລະ ບໍລິສັດ ສັນຕິ ພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໄດ້ຈັດພິທິເຊັນບົດບັນທຶກຮ່ວມມືດ້ານວິຊາການ ໂດຍສ້າງຕັ້ງສູນຄົ້ນຄວາ, ພັດທະນາ ແລະ ຝຶກອົບຮົມ ໄອທີ ທີ່ແຂວງຫຼວງພະບາງ ໂດຍຮ່ວມເປັນສັກຂີພະຍານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆ ຫຼວງພະບາງ,​ ທ່ານ ສຸລິຍາ ແສງດາລາວົງ ຮອງກົມເຕັກໂນໂລຊີດີຈີຕ໋ອນ , ກະຊວງວິທະຍາສາດ - ເຕັກໂນໂລຊີ , ທ່ານ ສິງຄໍາ ພົມມະລັດ ,​ ຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໂດຍມີມີເຈົ້າຄອງນະຄອນຫຼວງພະບາງ,​ເຈົ້າເມືອງ,​ຮອງເຈົ້າເມືອງ, ຜູ້ແທນກອງປະຊຸມຈາກບັນດາເມືອງ,​ເຈົ້າຂອງທຸລະກິດ ແລະ ບັນດາພະແນກການຕ່າງໆພາຍໃນແຂວງເຂົ້າຮ່ວມ.






ສໍາລັບພິທິເຊັນບົດບັນທຶກການຮ່ວມດ້ານວິຊາການໃນຄັ້ງນີ້ ຕາງໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໂດຍ ທ່ານ ວົງສະຫວັດ ໂສມມະລັດ ຮອງຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຕາງໜ້າ ຝ່າຍບໍລິສັດ ສັນຕິ ພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໂດຍ ທ່ານ ສັນຕິ ສີສຸມານ ປະທານບໍລິສັດ ແລະ ຜູ້ອໍານວຍການ ສູນຄົ້ນຄ້ວາ,​ພັດທະນາ ແລະ ຝືກອົມຮົມ ໄອທີ ຫຼື Information Reseach, Developement and IT Training Center (IRDTC). ຈຸດປະສົງໃນການສ້າງຕັ້ງສູນດັ່ງກ່າວແມ່ນເພື່ອເປັນບ່ອນຄົ້ນຄ້ວາ, ພັດທະນາ ແລະ ຝຶກອົບຮົມດ້ານໄອທີ ພ້ອມທັງເປັນສູນກາງຂໍ້ມູນຂ່ານສານ - ເຕັກໂນໂລຊີ ແລະ ເປັນສູນການຮຽນຮູ້ໃຫ້ແກ່ບັນດາພະແນກການ, ອົງການຈັດຕັ້ງ,ຫົວໜ່ວຍທຸລະກິດ, ຄູອາຈານ, ນັກຮຽນ-ນັກສຶກສາ ແລະ ຜູ້ສົນໃຈທົ່ວໄປ.



ທີ່ມາ: IRDTC- Luangprabang 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.