Header Ads

ບໍລິສັດ ຜະລິດໄຟຟ້າລາວ ຕັດສິນໃຈເລືອກການລະດົມທຶນ ໂດຍຜ່ານການອອກຮຸ້ນກູ້ສະກຸນເງິນບາດ




ພິ­ທີ​ສະ­ຫຼຸບ​ຜົນ­ສຳ­ເລັດ ໃນ​ການ​ອອກ​ຮຸ້ນ​ກູ້​ສະ­ກຸນ​ເງິນ​ບາດ ມູນ​ຄ່າ 17.500 ລ້ານ​ບາດ ໃນ​ສົກ​ປີ 2018-2019 ຂອງ​ບໍ­ລິ­ສັດ ຜະ­ລິດ​ໄຟ­ຟ້າ​ລາວ​ມະ­ຫາ­ຊົນ (ຜ-ຟຟລ) ທີ່​ປະ­ເທດ​ໄທ ໄດ້​ຈັດ​ຂຶ້ນ​ວັນ​ທີ 7 ມີ­ນາ 2019 ທີ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ມະ­ນີ ອິນ​ທິ​ລາດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ປະ­ທານ​ສະ­ພາ​ບໍ­ລິ­ຫານ ບໍ­ລິ­ສັດ ຜ-ຟຟລ ມີ​ບັນ­ດາ​ຄະ­ນະ​ກຳ­ມະ­ການ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ ຜ-ຟຟລ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ ແລະ ອົງ​ກອນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິ­ທີ​ຜູ້­ອຳ­ນວຍ­ການ ຜ-ຟຟລ ຕາງ­ໜ້າ​ໃຫ້​ຜູ້​ບໍ­ລິ­ຫານ​ໄດ້​ຂຶ້ນ​ລາຍ​ງານ​ວ່າ: ຜ-ຟຟລ ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ປີ 2010 ແລະ ກຳ­ລັງ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ແລະ ແຂງ­ແຮງ ພວກ​ເຮົາ​ມີ​ຄວາມ​ປາ­ຖະ­ໜາ​ອັນ​ແຮງ​ກ້າ ທີ່​ຈະ​ເປັນ​ບໍ­ລິ­ສັດ​ນຳ​ໜ້າ​ອັນ​ດັບ​ໜຶ່ງ​ຂອງ​ປະ­ເທດ​ລາວ ໃນ​ການ​ຮັບ­ປະ­ກັນ ແລະ ສະ­ໜອງ​ພະ­ລັງ­ງານ​ໄຟ­ຟ້າ​ໃຫ້​ພຽງ­ພໍ ແລະ ທັນ​ການ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ

ພ້ອມ​ທັງ​ຂະ­ຫຍາຍ​ກຳ­ລັງ​ຕິດ​ຕັ້ງ​ການ​ຜະ­ລິດ​ຂອງ​ບໍ­ລິ­ສັດ​ຈາກ 881 MW ໃຫ້​ເພີ່ມ​ຂຶ້ນ​ປະ­ມານ 2.400 MW ໃນ​ປີ 2023 ການ​ເຂົ້າ​ຫາ​ແຫຼ່ງ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອ​ປະ­ກອບ­ສ່ວນ​ລົງ­ທຶນ​ຕາມ​ແຜນ​ພັດ­ທະ­ນາ​ດ້ານ​ພະ­ລັງ­ງານ​ໄຟ­ຟ້າ​ຂອງ​ລາວ ຈຶ່ງ​ແມ່ນ​ພັນ­ທະ​ໜ້າ­ທີ່ ແລະ ການ​ປະ­ກອບ­ສ່ວນ​ດ້ວຍ​ຄວາມ​ພາກ­ພູມ​ໃຈ​ຂອງ ຜ-ຟຟລ ດ້ວຍ​ເຫດ​ນີ້ ນັບ​ແຕ່​ປີ 2010 ເປັນ­ຕົ້ນ​ມາ ຜ-ຟຟລ ຈຶ່ງ​ໄດ້​ມີ​ການ​ດຳ­ເນີນ​ການ​ລະ­ດົມ​ເພື່ອ​ລົງ­ທຶນ ໂດຍ​ຜ່ານ​ທັງ 2 ຕະ­ຫຼາດ ຄື: ໃນ​ຕະ­ຫຼາດ​ເງິນ ແລະ ຕະ­ຫຼາດ​ທຶນ

ໃນ​ນັ້ນ ເວົ້າ​ສະ­ເພາະ ການ​ລະ­ດົມ​ທຶນ​ຜ່ານ​ຕະ­ຫຼາດ​ທຶນ​ແບບ​ບໍ່​ມີ​ຫຼັກ​ຊັບ​ຄ້ຳ­ປະ­ກັນ​ຈາກ​ລັດ­ຖະ­ບານ ເຊັ່ນ: ລະ­ດົມ​ທຶນ​ໃນ​ຕະ­ຫຼາດ​ຫຼັກ​ຊັບ​ລາວ 3 ຄັ້ງ ລວມ​ເປັນ​ເງິນ​ທັງ​ໝົດ 675 ລ້ານ​ໂດ​ລາ​ສະ­ຫະ­ລັດ ລະ­ດົມ​ທຶນ​ຈາກ​ການ​ອອກ​ຮຸ້ນ​ກູ້​ສະ­ກຸນ​ເງິນ​ບາດ ແລະ ໂດ​ລາ​ສະ­ຫະ­ລັດ​ທີ່​ປະ­ເທດ​ໄທ 4 ຄັ້ງ ລວມ​ເປັນ​ເງິນ​ທັງ​ໝົດ 1.041 ລ້ານ​ໂດ​ລາ ເຊິ່ງ​ລວມ​ມູນ​ຄ່າ​ການ​ລະ­ດົມ​ທຶນ​ຕະ­ຫຼອດ​ໄລ­ຍະ 8 ປີ­ຜ່ານ­ມາ ເທົ່າ​ກັບ 1.716 ລ້ານ​ໂດ​ລາ ສົ່ງ​ຜົນ​ເຮັດ​ໃຫ້ ຜ-ຟຟລ ສາ­ມາດ​ຂະ­ຫຍາຍ​ກຳ­ລັງ​ການ​ຜະ­ລິດ​ຂອງ​ຕົນ​ເອງ ເພີ່ມ​ຂຶ້ນ​ແບບ​ກ້າວ​ກະ­ໂດດ ຈາກ 387 MW ໃນ​ປີ 2010 ມາ​ເປັນ 1.729 MW ໃນ​ປີ 2019.

ສຳ­ລັບ​ການ​ລະ­ດົມ​ທຶນ​ສົກ​ປີ 2018-2019 ຖື​ໄດ້​ວ່າ​ເປັນ​ບົດ​ທົດ​ສອບ​ອີກ​ຄັ້ງ​ໜຶ່ງ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ຄວາມ​ທ້າ​ທາຍ​ທີ່​ສຸດ​ຂອງ ຜ-ຟຟລ ເນື່ອງ​ຈາກ​ຈຸດ­ປະ­ສົງ​ຫຼັກ​ແມ່ນ​ການ​ຊື້​ເອົາ​ຮຸ້ນ​ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ​ນ້ຳ​ໄຊ​ຍະ​ບູ​ລີ ແລະ ໂຄງ­ການ​ໄຟ­ຟ້າ​ດອນ​ສະ​ໂຮງ ຈາກ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຖື​ຮຸ້ນ​ຢູ່​ໃນ​ຊັດ​ສ່ວນ 20% ເຊິ່ງ​ມີ​ກຳ­ລັງ​ຕິດ​ຕັ້ງ​ຕາມ​ຊັດ​ສ່ວນ​ແມ່ນ 309 MW ລວມ​ມູນ​ຄ່າ​ທັງ​ໝົດ 450 ລ້ານ​ໂດ​ລາ


ນອກ​ນັ້ນ​ແມ່ນ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ​ໂຄງ​ສ້າງ​ໜີ້​ສິນ​ຂອງ ຜ-ຟຟລ ແລະ ເປັນ​ເງິນ​ທຶນ​ໝູ­ນວຽນ​ບໍ­ລິ­ສັດ ຜ່ານ​ການ​ສຶກ​ສາ​ເບື້ອງ​ຕົ້ນ ໂດຍ​ອີງ­ໃສ່​ສະ­ພາບ​ການ​ຕົວ​ຈິງ​ບວກ​ກັບ​ຂໍ້​ຈຳ­ກັດ​ທາງ​ດ້ານ​ເວ­ລາ ແລະ ມູນ​ຄ່າ​ທັງ​ສອງ​ໂຄງ­ການ​ທີ່​ຂ້ອນ​ຂ້າງ​ສູງ ເຮັດ​ໃຫ້ ຜ-ຟຟລ ຕັດ­ສິນ​ໃຈ​ເລືອກ​ການ​ລະ­ດົມ​ທຶນ​ໂດຍ​ຜ່ານ​ການ​ອອກ​ຮຸ້ນ​ກູ້​ສະ­ກຸນ​ເງິນ​ບາດ​ທີ່​ປະ­ເທດ​ໄທ ໃນ​ວົງ​ເງິນ​ບໍ່​ເກີນ 17.500 ລ້ານ​ບາດ ຫຼື ປະ­ມານ 550 ລ້ານ​ໂດ​ລາ ເຊິ່ງ​ໃນ​ເວ­ລາ​ນັ້ນ ຖື​ໄດ້​ວ່າ​ເປັນ​ການ​ລະ­ດົມ​ທຶນ​ທີ່​ເໝາະ​ສົມ​ທີ່​ສຸດ ແລະ ຜ-ຟຟລ ມີ​ໂອ­ກາດ​ທີ່​ຈະ​ສາ­ມາດ​ດຳ­ເນີນ​ການ​ໄດ້​ທ່ວງ​ທັນ​ຕາມ​ເວ­ລາ​ທີ່​ກຳ­ນົດ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.