Header Ads

ລາວ-ຣັດເຊຍ ສືບຕໍ່ຮ່ວມມືດ້ານເຕັກນິກການທະຫານ


ໃນຕອນແລງຂອງວັນທີ 14 ມີນາ 2019 ນີ້, ຢູ່ທີ່ກະຊວງ ປ້ອງກັນປະເທດ ໄດ້ຈັດພິທີເຊັນ ບົດບັນທຶກຊ່ວຍຈຳເນື້ອໃນຂອງ ກອງປະຊຸມໜ່ວຍງານຮ່ວມມື ດ້ານເຕັກນິກການທະຫານລາວ- ຣັດເຊຍ ຄັ້ງທີ IV ຂຶ້ນໂດຍຝ່າຍ ລາວນຳໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນ ລາວ ພ້ອມດ້ວຍຄະນະ, ຝ່າຍ ສ ຣັດເຊຍ ນຳໂດຍ ທ່ານ ບຸກາກົບ ເຊຍຣເກອິນໂນແກນຢຽບວິດ, ຫົວໜ້າກົມຮ່ວມມືດ້ານເຕັກນິກ ການທະຫານກັບຕ່າງປະເທດ (ກົມ1), ອົງການຮ່ວມມືດ້ານ ເຕັກນິກ ການທະຫານ ສ ຣັດເຊຍ ພ້ອມດ້ວຍຄະນະເຂົ້າຮ່ວມ.

ໃນພິທີເຊັນບົດບັນທຶກຊ່ວຍ ຈຳເນື້ອໃນຂອງກອງປະຊຸມໜ່ວຍ ງານຮ່ວມມືດ້ານເຕັກນິກການ ທະຫານລາວ-ຣັດເຊຍ ຄັ້ງທີ IV ຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນສະ ຫຼຸບໝາກຜົນການຮ່ວມມືດ້ານ ເຕັກນິກການທະຫານລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນ ໄລຍະລະຫວ່າງກອງປະຊຸມ ຄັ້ງທີ III ທີ່ຜ່ານມາ, ໄດ້ດໍາເນີນການ ແລກປ່ຽນຄວາມຄິດເຫັນໃນທຸກ ບັນຫາຂອງການພົວພັນຮ່ວມ ມືໃນຂົງເຂດວຽກງານເຕັກນິກ ການທະຫານ, ໄດ້ປຶກສາຫາລືບັນ ຫາທີ່ມີຢູ່ ແລະ ການຮ່ວມມືດ້ານ ເຕັກນິກການທະຫານລະຫວ່າງ ລາວ-ຣັດເຊຍໃນຕໍ່ໜ້າ.


ພ້ອມທັງ ສະຫຼຸບຄືນຜົນການ ເຮັດວຽກ ແລະ ເອກະພາບເນື້ອໃນບົດບັນທຶກ ກອງປະຊຸມ ຄັ້ງທີ IV ເຂົ້າໃນ ຮ່າງບົດບັນທຶກຊ່ວຍຈຳຮ່ວມກັນ ໄດ້ສຳເລັດ ແລະ ພ້ອມກັນລົງນາມ ໃນບົດບັນທຶກເພຶ່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນຕໍ່ ໜ້າໃຫ້ຖືກຕ້ອງຕາມເນື້ອໃນທີ່ໄດ້ ລົງນາມຮ່ວມກັນ. ໂດຍ:​ ເພັດ ສົມນໍວັນ (ນສພ ກອງທັບ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.