Header Ads

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືເຂົ້າສູ່ລວງເລີກ



ວັນທີ 6 ມີນາ 2019 ຜ່ານມານີ້, ຄະນະຜູ້ແທນຂັ້ນສູງແຂວງຊຽງ ຂວາງ ນຳໂດຍສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ພ້ອມ ດ້ວຍຄະນະໄດ້ເດີນທາງໄປຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ເຊີນລາ ສສ ຫວຽດນາມ ໃຫ້ກຽດ ຕ້ອນຮັບໂດຍ ສະຫາຍ ຮ່ວາງ ວັນ ເຈີດ ເລຂາພັກແຂວງ ປະ ທານສະພາປະຊາຊົນແຂວງເຊີນ ລາ ພ້ອມດ້ວຍຄະນະ.

ໂອກາດນີ້ ຄະນະຜູ້ແທນທັງ ສອງຝ່າຍກໍໄດ້ພົບປະແລກປ່ຽນ ບົດຮຽນນຳກັນ ເຊິ່ງການນຳ ແຂວງເຊີນລາ ກໍໄດ້ລາຍງານ ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງເຊີນລາ ໃນໄລຍະ ຜ່ານມາ ເຊິ່ງໄດ້ຮູ້ວ່າແຂວງເຊີນ ມີພົນລະເມືອງ1.243.0007 ຄົນ, ມີ 12 ຊົນເຜົ່າ, ມີ 11 ເມືອງ ກັບ 1 ນະຄອນ ມີ 204 ຕາແສງ ໂດຍຖືເອົາການປູກຕົ້ນໄມ້ໃຫ້ ໝາກ ແລະ ລ້ຽງປາກະຊັງເປັນ ລາຍຮັບພື້ນຖານເສດຖະກິດ.

ສ່ວນສະຫາຍເຈົ້າແຂວງໆຊຽງ ຂວາງ ກໍໄດ້ກ່າວລາຍງານການ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງໃນໄລຍະ ຜ່ານມາ ກໍຄືການຮ່ວມມືກັບ ແຂວງເຊີນລາ ເຊິ່ງໄດ້ຊ່ວຍເຫຼືອ ການພັດທະນາພື້ນຖານໂຄງ ລ່າງ, ວຽກງານກະສິກຳ, ຍົກ ລະດັບພະນັກງານພັດທະນາຊັບ ພະຍາກອນມະນຸດທີ່ແຂວງຊຽງ ຂວາງ. ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ແລກປ່ຽນຄຳເຫັນເພື່ອ

ຖອດຖອນບົດຮຽນກ່ຽວກັບວຽກ ງານການອະນຸລັກຮັກສາແຫຼ່ງທ່ອງທ່ຽວດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ, ການຊຸກຍູ້ສົ່ງເສີມປະເພນີ, ຜະລິດຕະພັນທີ່ເປັນເອກະລັກຂອງ ຊົນເຜົ່າເພື່ອເປັນທ່າແຮງໃຫ້ແກ່ ການທ່ອງທ່ຽວ, ການປັບປຸງບູ ລະນະແຫຼ່ງທ່ອງທ່ຽວ, ນະໂຍ ບາຍການດຶງດູດການລົງທຶນໃສ່ ການທ່ອງທ່ຽວ ແລະ ນະໂຍບາຍ ດຶງດູດນັກທ່ອງທ່ຽວເຂົ້າມາ ແຂວງ, ນະໂຍບາຍ ແລະ ວິທີສົ່ງ ເສີມການປູກຕົ້ນໄມ້ໃຫ້ໝາກ, ປູກພືດຫຼັກໃຫ້ເປັນສິນຄ້າ, ນະ ໂຍບາຍວິທີການສົ່ງເສີມການ

ສ້າງໂຮງງານປຸງແຕ່ງຜະລິດຕະ ພັນກະສິກຳ, ການລ້ຽງສັດໃຫຍ່, ຜະລິດຕະພັນຊີ້ນ ແລະ ນົມ, ການແກ້ໄຂຄວາມທຸກຍາກຢູ່ເຂດ ຊົນນະບົດ, ວິທີແກ້ໄຂການຂາດ ເຂີນຄູ ແລະ ແພດໃນຊົນນະບົດ ແລະ ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານໃນສະໄໝຕໍ່ສູ້ປົດ ປ່ອຍຊາດ.

ຄະນະຜູ້ແທນທັງສອງຝ່າຍຍັງ ໄດ້ລົງນາມບົດບັນທຶກຮ່ວມມື ລະຫວ່າງແຂວງຊຽງຂວາງ ກັບ ແຂວງເຊີນລາປີ 2019-2021, ເຊິ່ງແຂວງຊຽງຂວາງລົງນາມ ໂດຍສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆ ຊຽງຂວາງ ແຂວງເຊີນລາ ລົງ ນາມໂດຍສະຫາຍ ນາງ ຈ່າງ ຖິ ຊວັນ ຮອງປະທານຄະນະກຳ ມະການປະຊາຊົນແຂວງ


ໂດຍ ຊ້ອງໜ້າຄະນະຜູ້ແທນທັງສອງ ແຂວງ ໂອກາດນີ້ ແຂວງເຊີນລາ ກໍໄດ້ມອບເງິນຈຳນວນ 5.000.000.000 ດົ້ງ (ສະ ກຸນເງິນຫວຽດນາມ) ເພື່ອກໍ່ ສ້າງຫໍສະໝຸດ ແລະ ຫ້ອງໄອທີ ໃຫ້ໂຮງຮຽນການເມືອງ-ການ ປົກຄອງແຂວງຊຽງຂວາງອີກດ້ວຍ.

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.