Header Ads

ພັນລະຍາທ່ານນາຍົກລັດຖະມົນຕີ ລົງມອບເຄື່ອງຊ່ວຍເຫຼືອປະຊາຊົນຢູ່ແຂວງໄຊສົມບູນ


ໃນວັນທີ 12 ມີນາ 2019 ນີ້, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບ ເຄື່ອງລວມມູນຄ່າ 300 ລ້ານ ກວ່າກີບ ເພື່ອຊ່ວຍເຫຼືອປະຊາຊົນ ແຂວງໄຊສົມບູນ ໂດຍໃຫ້ການ ຕ້ອນຮັບອັນອົບອຸ່ນຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລ ຂາພັກແຂວງ, ເຈົ້າແຂວງໆໄຊ ສົມບູນ ຢູ່ທີ່ສະໂມສອນກອງບັນ ຊາການທະຫານແຂວງໄຊສົມ ບູນ.

ໃນໂອກາດດັ່ງກ່າວນີ້ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ ກໍໄດ້ຂຶ້ນ ລາຍງານໂດຍຫຍໍ້ ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໄຊສົມບູນໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າເຫັນວ່າແຂວງໄຊສົມບູນ ກໍໄດ້ສຸມໃສແກ່ໄຂຄວາມທຸກຍາກ ໂດຍຖືເອົາການປູກຝັງ-ລ້ຽງສັດ ເປັນສິນຄ້າ ແລະ ຖືເອົາການທ່ອງທ່ຽວເປັນປັດໄຈເອື້ອອໍາ ນວຍໃນການຂາຍສິນຄ້າ ເຊິ່ງ ໄດ້ຍົກລະດັບສະຖານທີ່ແຫຼ່ງ ທ່ອງທ່ຽວຕ່າງໆ ທີ່ພົ້ນເດັ່ນໃນ ແຂວງໄຊສົມບູນໃຫ້ມີຄວາມ ສະດວກເປັນຕົ້ນແມ່ນແຫຼ່ງທ່ອງ ທ່ຽວພູເບ້ຍ ເຊິ່ງເປັນພູທີ່ສູງທີ່ ສຸດໃນປະເທດລາວໃນຕໍ່ໜ້າພູ ເບ້ຍຂອງແຂວງໄຊສົມບູນ ຈະປັບ ປຸງເປັນແຫຼ່ງທ່ອງທ່ຽວແຫ່ງ ໜຶ່ງທີ່ສວຍງາມຂອງຊາດອີກ ດ້ວຍ.


ເຄື່ອງທີ່ນໍາມາມອບຊ່ວຍເຫຼືອ ໃນຄັ້ງນີ້ ເປັນຕົ້ນແມ່ນ ເຄື່ອງນຸ່ງ ຫົ່ມ, ໂຕະຕັ່ງນັກຮຽນ, ເຂົ້າສານ, ອາຫານແຫ້ງ, ຄອມພິວເຕີ, ເງິນ ສົດຈໍານວນໜຶ່ງ ລວມມູນຄ່າ ທັງໝົດ 300 ລ້ານກວ່າກີບ ໂດຍຕາງໜ້າຂຶ້ນຮັບຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງ ແຂວງໄຊສົມບູນ ພ້ອມທັງສະແດງຄວາມຮູ້ບຸນຄຸນ ຢ່າງສູງມາຍັງ ທ່ານ ນາງ ນາລີ ສີສຸລິດ ພ້ອມດ້ວຍຄະນະ ທີ່ໄດ້ນຳ ເອົາວັດຖຸປັດໄຈມາຊ່ວຍເຫຼືຶອ ປະຊາຊົນແຂວງໄຊສົມບູນຄັ້ງນີ້, ຈາກນັ້ນ, ພັນລະຍາຂອງທ່ານ ນາຍົກລັດຖະມົນຕີກໍໄດ້ເດີນທາງ ໄປຢ້ຽມຢາມອ້າຍນ້ອງທະຫານ ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດ ຕີນພູເບ້ຍ ທີ່ມີເສັ້ນທາງສູງຊັນ ຫຍຸ້ງຍາກທຸລະກັນດານ ພ້ອມ ທັງໄດ້ມອບອາຫານແຫ້ງ ແລະ ເງິນສົດ ຈໍານວນ 3.000.000 ກີບ ໃຫ້ແກ່ອ້າຍນ້ອງທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ຈຸດດັ່ງກ່າວ ເພື່ອເປັນຂວັນກໍາລັງໃຈໃຫ້ພະ ນັກງານ-ນັກຮົບສູ້ຊົນເຮັດສຳ ເລັດໜ້າທີ່ຂອງຕົນ. ພາບຊຂ່າວ: ແກ້ວ ວິໄລພອນ (ນສພ ກອງທັບ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.