Header Ads

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ລາຍງານພິເສດ ສປຊ


ໃນວັນທີ 18 ມີນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟີລິບ ອໍສ໌ຕອນ (Mr. Philip Alston), ຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ (UN Special Rapporteur on Extreme Poverty and Human Rights) ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-28 ມີນາ 2019 ຕາມການເຊື້ອເຊີນຂອງລັດຖະບານລາວ.

ໃນການພົບປະຄັ້ງນີ້ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຕ້ອນຮັບຜູ້ລາຍງານພິເສດ ພ້ອມຄະນະ ໃນການມາເຄື່ອນໄຫວຢ່າງເປັນທາງການຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕີລາຄາຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຜູ້ລາຍງານພິເສດ ຊຶ່ງຖືເປັນການຮ່ວມມືທີ່ສໍາຄັນລະຫວ່າງ ສປປ ລາວ ກັບກົນໄກພິເສດຂອງສະພາສິດທິມະນຸດ ສປຊ.
ໃນໄລຍະຜ່ານມາ, ບົນພື້ນຖານນະໂຍບາຍການຕ່າງ ປະເທດສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານລາວ, ສປປ ລາວ ເຄີຍໄດ້ເຊື້ອເຊີນ ແລະ ຕ້ອນຮັບຜູ້ລາຍງານພິເສດ ສປຊ ຄື: ຜູ້ລາຍງານພິເສດ ສປຊ ກ່ຽວກັບເສລີພາບທາງດ້ານສາສະໜາ ໃນປີ 2009 ແລະ ຜູ້ລາຍງານພິເສດ ສປຊ ກ່ຽວກັບການຄ້າຂາຍເດັກ ແລະ ການຂູດຮີດທາງເພດເດັກ ໃນປີ 2017. ການເຊື້ອເຊີນ ແລະ ຕ້ອນຮັບຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດໃນຄັ້ງນີ້ ແມ່ນຢືນຢັນອີກເທື່ອໜຶ່ງເຖິງຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການສືບຕໍ່ປະຕິບັດຄໍາໝັ້ນສັນຍາຂອງ ສປປ ລາວ ໃນຖານະເປັນສະມາຊິກອົງການສະຫະປະຊາຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ຜູ້ລາຍງານພິເສດ ເຫັນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ, ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ໃນປັດຈຸບັນ ໂດຍຜ່ານການສ້າງ ແລະ ຈັດຕັ້ງປະຕິບັດເປົ້າໝາຍແຫ່ງຊາດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ອັນໄດ້ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວ ຫຼຸດລົງເທື່ອລະບາດກ້າວ.

ນອກຈາກນີ້ ທ່ານລັດ ຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ຍົກໃຫ້ຜູ້ລາຍງານພິເສດ ເຫັນໄດ້ເຖິງສິ່ງທ້າທາຍ ແລະ ສາເຫດຂອງຄວາມທຸກຍາກ ຢູ່ ສປປ ລາວ, ເປັນຕົ້ນ ຜົນຮ້າຍຈາກສົງຄາມ ໂດຍສະເພາະລະເບີດບໍ່ທັນແຕກທີ່ຍັງຝັງຢັ່ງຢາຍຢູ່ໃນເນື້ອທີ່ 2/3 ຂອງປະເທດ ໄດ້ສືບຕໍ່ທຳ ລາຍຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ, ກີດຂວາງຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນໄລຍະຂອງສົງຄາມ ປະຊາຊົນລາວບັນດາເຜົ່າ ບໍ່ມີໂອກາດເຂົ້າເຖິງການສຶກສາ, ບໍ່ມີໂອກາດໄດ້ພັດທະນາຕົນເອງ, ພ້ອມດຽວກັນ ປະຊາຊົນບາງຊົນເຜົ່າ ມີຮີດຄອງປະເພນີຄວາມເຊື່ອຖືແບບດັ່ງເດີມ ຊຶ່ງກໍພາໃຫ້ມີຄວາມຫຍຸ້ງຍາກ ໃນການແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ. ນອກນີ້, ໃນຊຸມປີຫຼັງມານີ້ ສປປ ລາວ ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ທີ່ບໍ່ເຄີຍມີມາກ່ອນ.
ການມາຢ້ຽມຢາມ ສປປ ລາວ ຂອງຜູ້ລາຍງານພິເສດ ແມ່ນມີຄວາມສໍາຄັນ ຊຶ່ງຜູ້ລາຍງານພິເສດຈະສາມາດເກັບກໍາຂໍ້ມູນກ່ຽວກັບ ນະໂຍບາຍ, ຄວາມພະຍາຍາມ, ຜົນສໍາເລັດຂອງລັດຖະບານລາວ ໃນການແກ້ໄຂຄວາມທຸກຍາກ, ພ້ອມທັງຈະໄດ້ສໍາພັດກັບສະພາບຄວາມເປັນຈິງຢູ່ ສປປ ລາວ. ທ່ານ ຟິລິບ ອໍສ໌ຕອນ (Philip Alston) ຜູ້ລາຍງານພິເສດ ສປຊ ວ່າດ້ວຍຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ໄດ້ຕ້ອນຮັບ ແລະ ໃຫ້ຂໍ້ມູນທີ່ສໍາຄັນແກ່ຜູ້ລາຍງານພິເສດ ໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ການເຊື້ອເຊີນ ແລະ ການຮ່ວມມືຂອງລັດຖະບານລາວ.


ໃນໄລຍະເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນເວລາ 10 ວັນ ນັບແຕ່ວັນທີ 18-28 ມີນາ 2019 ຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຈະພົບປະ ແລະ ເຮັດວຽກກັບບັນດາກະຊວງ ແລະ ອົງການກ່ຽວຂ້ອງຂອງ ສປປ ລາວ ເປັນຕົ້ນ ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງຍຸຕິທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສູນສະຖິຕິແຫ່ງຊາດ. ພ້ອມດຽວກັນນີ້, ຜູ້ລາຍງານພິເສດ ກໍຈະພົບປະກັບ ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ສານປະຊາຊົນສູງສຸດ. ຜູ້ລາຍງານພິເສດ ຍັງຈະເດີນທາງໄປຢ້ຽມຢາມ ແຂວງຫົວພັນ ແລະ ແຂວງອັດຕະປື ເພື່ອພົບປະກັບອຳນາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ, ຢ້ຽມຢາມໂຄງການລຶບລ້າງຄວາມທຸກຍາກ ແລະ ເບິ່ງສະພາບຄວາມເປັນຈິງຂອງການຊ່ວຍເຫຼືອປະຊາຊົນ ແລະ ການຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກໄພທຳມະຊາດ. ພາບ - ຂ່າວ:  ສຸກສາຄອນ ( ກະຊວງການຕ່າງປະເທດ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.