Header Ads

ປະທານສະພາ ເຄື່ອນໄຫວຢ້ຽມຢາມ ເມືອງລະມາມ ແຂວງເຊກອງ


ວັນພະຫັດ 28 ມີນາ 2019,​ ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາຢູ່ເມືອງລະມາມ ແຂວງເຊກອງ;​ ເຂົ້າຮ່ວມມີທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ ການເງິນ ແລະ ການກວດສອບ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ, ມີທ່ານ ພອນເພັດ ຄິວລາວົງ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງ ທັງເປັນປະທານສະພາປະຊາຊົນແຂວງ (ສພຂ) ເຊກອງ, ບັນດາຮອງປະທານກໍາມາທິການ, ຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ-ຮອງເລຂາທິການ ສພຂ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ເຈົ້າເມືອງ, ຕາງໜ້າບັນດາພະແນການຂອງເມືອງ ຕະຫລອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງໆລະມາມ ໄດ້ລາຍງານສະພາບຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງເມືອງ; ເມືອງລະມາມແມ່ນເມືອງເທສະບານແຂວງ ເປັນເມືອງສູນກາງ ທາງດ້ານການເມືອງ, ເສດຖະກິດ ວັດທະນະທໍາ-ສັງຄົມ ແລະ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບມີ 7.888 ຄອບຄົວ, ມີພົນລະເມືອງ 31.850 ຄົນ,​ ຍິງ 18.823 ຄົນ,​ມີ 10 ຊົນເຜົ່າ ທີ່ມີຮີດຄອງປະເພນີ-ວັດທະທະທໍາ ແລະ ການດໍາລົງຊີວິດທີ່ເປັນເອກະລັກແຕກຕ່າງກັນ.
ໃນໄລຍະໜຶ່ງປີຜ່ານມາ ອັດຕາການຂະຫຍາຍຕົວແມ່ນເພີ່ມຂຶ້ນ 10,14%, ລວມຍອດຜະລິດຕະພັນພາຍໃນ 466,20 ຕື້ກີບ,​ ລາຍໄດ້ຕໍ່ຫົວຄົນບັນລຸໄດ້ 12,08 ລ້ານກີບ ຫລື ເທົ່າກັບ 1.510 ໂດລາສະຫະລັດ ຕໍ່ຄົນຕໍ່ປີ; ໃນນັ້ນ ຂະແໜງກະສິກໍາ ເພີ່ມຂຶ້ນ 9,97%, ຂະແໜງອຸດສະຫະກໍາ ເພີ່ມຂຶ້ນ 12,08% ແລະ ຂະແໜງການບໍລິການ ເພີ່ມຂຶ້ນ 9,87%.
ປັດຈຸບັນ ທົ່ວເມືອງມີບ້ານພດທະນາທັງໝົດ 28 ບ້ານ ເທົ່າກັບ 65,11%, ມີຄອບຄົວພັດທະນາ 5.283 ຄອບຄົວ ເທົ່າກັບ 74,12%; ທາງເມືອງໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ ເປັນຕົ້ນແມ່ນຫົນທາງ, ໄດ້ຂະຫຍາຍລະບົບຊົນລະປະທານໄດ້ 17 ແຫ່ງ ເຊິ່ງສາມາດສະໜອງນໍ້າໃຫ້ເນື້ອທີ່ການຜະລິດກະສິກໍາໄດ້ 2.673 ເຮັກຕາ. ຂະບວນການຜະລິດສິນຄ້າຂອງປະຊາຊົນ ໄດ້ເກີດມີໜໍ່ແໜງ ແລະ ມີຫລາຍຄອບຄົວໄດ້ກາຍເປັນຕົວແບບ; ໄດ້ມີການຕັ້ງກຸ່ມການຜະລິດສິນຄ້າຢູ່ 6 ບ້ານທົດລອງສາມສ້າງ ແລະ ໜຶ່ງບ້ານຈຸດສຸມຂອງລັດຖະບານ.


ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງເມືອງລະມາມ ເຊິ່ງທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ; ໃຫ້ເອົາໃຈໃສ່ວຽກງານສາທາລະນະສຸກ ການດູແລສຸຂະພາບຂອງປະຊາຊົນ ການສ້າງນາງພະຍາບານໃຫ້ພຽງພໍ; ວຽກງານສຶກສາ ໃຫ້ເບິ່ງຄືນໃໝ່ໃນການວາງແຜນ ຕ້ອງເລີ່ມຈາກຄວາມຕ້ອງການຂອງຮາກຖານຂຶ້ນມາ;
ສ່ວນທາງດ້ານຊັບພະຍາກອນທີ່ດິນນັ້ນ ຕ້ອງມີການຈັດສັນທີ່ດີ ເພື່ອດຶງດູດ ແລະ ອໍານວຍຄວາມສະດວກແກ່ການລົງທຶນ, ຕ້ອງວາງແຜນການພັດທະນາທີ່ດິນໃນ 5 ປີຕໍ່ໜ້າ ໃຫ້ສາມາດກໍານົດ ບ່ອນໃດເປັນບ່ອນລ້ຽງສັດ, ປູກຝັງ, ທ່ອງທ່ຽວ ແລະ ອື່ນໆ ເພື່ອດຶງດູດນັກລົງທຶນ; ດ້ານການຄຸ້ມຄອງບໍລິຫານລັດຕາມກົດໝາຍ ໃຫ້ເຊື່ອມຊຶມບັນດາກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍການລົງທຶນ, ແກ້ໄຂບັນດາສິ່ງກີດຂວາງຕ່າງໆຕໍ່ການລົງທຶນ ແລະ ອື່ນໆ.
ຈາກນັ້ນ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມບ້ານແກ້ງຫລວງ ເມືອງລະມາມ, ເຊິ່ງພາຍຫລັງໄດ້ຮັບຟັງການລາຍງານສະພາບໂດບລວມຂອງບ້ານຈາກທ່ານ ບຸນລຽງ ບຸດຄໍາກຽດ ນາຍບ້ານໆແກ້ງຫລວງ, ທ່ານປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອລົມປະຊາຊົນ ເຊິ່ງທານໄດ້ເນັ້ນໃຫ້ຮັກສາສຸຂະພາບ ດໍາລົງຊີດວິດໃຫ້ມີຫລັກອະນາໄມ, ຊຸກຍູ້ໃຫ້ລູກຫລານເຂົ້າເຖິງການສຶກສາ, ສົ່ງເສີມການຜະລິດຫັດຖະກໍາເປັນສິນຄ້າ, ເສີມຂະຫຍາຍທ່າແຮງການປູກຝັງລ້ຽງສັດ ເທິງທີ່ດິນທີ່ອຸດົມສົມບູນ ໂດຍມີການຈັດສັນທີ່ດິນທີ່ດີ,​ ຊ່ວຍເຫລືອຄອບຄົວທີ່ຍັງທຸກຍາດໃຫ້ພົ້ນທຸກໂດຍໄວ ໂດຍອີງໃສ່ທ່າແຮງຂອງແຕ່ລະຄອບຄົວ. ພາບ-ຂ່າວ: ສພຊ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.