Header Ads

ນວ ຊອກຫາມາດຕະການ ຫຼຸດຜ່ອນເຄື່ອງດື່ມທີ່ມີທາດເຫຼົ້າ ໃນບຸນປີໃໝ່ລາວ



ວັນທີ 18 ມີນາ 2019 ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນໄດ້ຈັດສຳມະນາ “ສະເຫຼີມສະຫຼອງປະເພນີບຸນປີໃໝ່ລາວ ພສ 2562 ເປັນກຽດເຂົ້າຮ່ວມຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະ ຄອນຫຼວງວຽງຈັນ ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງ ຈັນ ພ້ອມດ້ວຍພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.



ເພື່ອລະດົມແນວຄວາມຄິດຈາກພາກສ່ວນຕ່າງໆຕໍ່ກັບການປັບປຸງປ່ຽນແປງບາງຄວາມເຄີຍຊິນ ບາງພຶດຕິກຳທີ່ໄດ້ປະຕິບັດຜ່ານມາໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ສາມາດອະນຸຮັກວັດທະນະທຳຮີດຄອງປະເພນີ ແລະ ເພືອໃຫ້ມ່ວນຊື່ນ ປະຢັດ ສະຫງົບ ສີວິໄລ ເຊັ່ນ: ການຊອກຫາວິທີການ ມາດຕະການ ເພື່ອຫັນປ່ຽນຄວາມເຄີຍຊິນຕໍ່ພຶດຕິ ກຳການຫຼີ້ນນໍ້າ ຫົດນໍ້າຊະຊາຍຕາມຖະໜົນຫົນທາງທີ່ສ້າງຄວາມເປີເປື້ອນ ຄວາມບໍ່ເປັນລະບຽບຮຽບຮ້ອຍເຮັດໃຫ້ການສັນຈອນແອອັດ ໂດຍໃຫ້ແຕ່ລະເມືອງ ຊຸມຊົນກຳນົດເປັນເຂດຫຼິ້ນນໍ້າສະເພາະເມືອງ ຊຸມຊົນໃຫ້ເປັນເຂດສະເພາະ ການຈັດພິທີບາສີສູ່ຂວັນ ງານລ້ຽງສ້າງສັນຂອງອົງການຈັດຕັ້ງຕ່າງໆອ້ອມຂ້າງ ນວ ໂດຍສະເພາະໃຫ້ກຳນົດເອົາມື້ຈັດຕັ້ງປະຕິ ບັດດັ່ງກ່າວໃຫ້ເປັນເອກກະພາບ




ພ້ອມນັ້ນກໍ່ຕ້ອງຊອກຫາວິທີ ມາດຕະການຫຼຸດຜ່ອນການບໍລິ ໂພກເຄື່ອງດື່ມທີມີທາດເຫຼົ້າເຂົ້າໃນກິດສະກຳສະເຫຼີມສະຫຼອງ ແລະ ຕໍ່ຜູ້ຂັບຂີ່ເມົາແລ້ວຂັບ ແລະ ປຶກສາຫາລືຮ່ວມກັນໃນການສົ່ງເສີມກິດຈະກຳຢູ່ສະຖານທີ່ຫຼັກຂອງ ນວ ເຊັ່ນ: ຢູ່ຫາດຊາຍດອນຈັນ ແລະ ບຶງທາດຫຼວງໃຫ້ມີບັນຍາກາດມ່ວນຊື່ນ ມີຄວາມສະຫງົບປອດໄພ ປະຢັດແຕ່ມີສີສັນເພື່ອສ້າງກິດຈະກຳດຶງດູດນັກທ່ອງທ່ຽວມາທ່ຽວຊົມ ນວ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ-ຈີນ. ພາບ-ຂ່າວ ເພັດສະໝອນ (ນສພ ວຽງຈັນໃໝ່)

© ໂຕະນໍ້າຊາ | tonamcha.com
___________



Powered by Blogger.