Header Ads

ຂົວລົດໄຟຂ້າມນໍ້າຂອງ ນະຄອນຫລວງພະບາງ ຈະສຳເລັດທ້າຍ 2019



ການກໍ່ສ້າງຂົວຂ້ານໍ້າຂອງ ເສັ້ນທາງລົດໄຟ ລາວ-ຈີນ ລະຫວ່າງບ້ານດອນຈໍ້-ບ້ານສະນົກ ນະຄອນຫລວງພະບາງ, ເຊິ່ງຮັບເໝົາໂດຍ ບໍລິສັດ ກໍ່ສ້າງທາງລົດໄຟເລກ 8 ສປ ຈີນ, ມາຮອດປັດ ຈຸບັນ ຢູ່ໃນໄລຍະເລັ່ງປັບປຸງຕີນຂົວ ແລະ ວາງຄານຂົວ ໃຫ້ເຊື່ອມຈອດກັນສຳເລັດແລ້ວກວ່າ 80%, ຄາດວ່າຈະໃຫ້ສຳເລັດທັງໝົດ ໃນທ້າຍເດືອນຕຸລາ 2019 ນີ້.

ທ່ານ ຈາງ ເຫວີຍ ຜິງ ຜູ້ຈັດການບໍລິສັດ ກໍ່ສ້າງທາງລົດໄຟເລກ 8 ຊ່ວງສັນຍາທີ 3 ແຂວງຫລວງພະບາງ ເປີດເຜີຍຕໍ່ສື່ມວນຊົນ ລາວ-ຈີນ ເມື່ອບໍ່ດົນມານີ້ວ່າ: ຂົວແຫ່ງນີ້ ມີຄວາມຍາວ 1.458 ແມັດ, ມີເສົາທັງໝົດ 35 ຕົ້ນ, ການກໍ່ສ້າງໄດ້ເນັ້ນຄວາມຮັບປະກັນດ້ານຄຸນນະພາບ ແລະ ມາດຕະຖານດ້ານສິ່ງແວດລ້ອມ, ທັງໃສ່ໃຈເລື່ອງຄວາມປອດໄພຢ່າງເຄັ່ງຄັດ. ສະເພາະຢູ່ໃນຄວາມຮັບຜິດຊອບ ຂອງບໍລິສັດ ກໍ່ສ້າງທາງລົດໄຟເລກ 8 ຜ່ານແຂວງຫລວງພະບາງ ມີຄວາມຍາວ 37 ກິໂລແມັດ, ມີອຸໂມງ 10 ແຫ່ງ ແລະ ຂົວ 24 ແຫ່ງ, ເຊິ່ງທຸກໜ້າວຽກ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ມີຄວາມຄືບໜ້າຕາມແຜນ, ການແກ້ໄຂຊົດເຊີຍຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ກໍມີຜົນສຳເລັດຕາມຂັ້ນຕອນ ແລະ ໄດ້ຮັບການຮ່ວມມືຈາກຊຸມຊົນເປັນຢ່າງດີ.



ທ່ານ ຈາງ ເຫວີຍ ຜິງ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງຂົວທາງລົດໄຟຂ້າມນ້ຳຂອງແຫ່ງນີ້, ຍັງໄດ້ປະ ກອບສ່ວນສ້າງວຽກເຮັດງານທຳ ແລະ ສະໜັບສະໜູນບາງດ້ານ ແກ່ຊຸມຊົນອ້ອມຂ້າງເຊິ່ງບໍລິສັດ ກໍ່ສ້າງທາງລົດໄຟເລກ 8 ໄດ້ບັນຈຸພະນັກງານທັງໝົດເກືອບ 400 ຄົນ.

ໃນນີ້, ເປັນກຳມະກອນຄົນລາວທ້ອງ ຖິ່ນກວມ 40% ເຮັດໜ້າທີ່ຂັບລົດ, ຊ່າງຈອດ, ຊ່າງກົນຈັກ ແລະ ກຳມະກອນທົ່ວໄປ, ເຂົາເຈົ້າມີຄວາມພູມໃຈ ທີ່ໄດ້ຮ່ວມເຮັດວຽກກັບບໍລິສັດພວກເຮົາ, ທັງມີຄວາມຮັກແພງສາມັກຄີກັນ ລະຫວ່າງ ກຳມະກອນຈີນ-ລາວ ຕະຫລອດມາ ເໝືອນກັບຄວາມສາມັກຄີຂອງການນຳ ພັກ-ລັດ ແລະ ປະຊາຊົນສອງຊາດ ຈີນ-ລາວ ທີ່ໄດ້ຮ່ວມມືກັນຢ່າງຮອບດ້ານ ໂດຍສະເພາະການຜັນຂະຫຍາຍ ໜຶງແລວ ໜຶ່ງເສັ້ນທາງ ກໍຄືເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຜົນສຳເລັດສູງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດໃນອະນາຄົດ.


ທ້າວ ນີ ກຳມະກອນລາວ, ເຊິ່ງເຮັດໜ້າທີ່ຂັບລົດເຄນ ໄດ້ບອກກັບນັກຂ່າວວ່າ: ຕົນເອງໄດ້ມາເຮັດວຽກນຳບໍລິສັດ ໃນການສ້າງຂົວແຫ່ງນີ້ໄດ້ 2 ປີກວ່າແລ້ວ, ແຕ່ກອ່ນເຮັດນຳເອກະຊົນ ໄດ້ເງິນບໍ່ຫລາຍປານໃດ ຈຶ່ງໄດ້ມາສະໝັກຢູ່ທີ່ນີ້, ເຊິ່ງໄດ້ຮັບເງິນເດືອນເລີ່ມຕົ້ນ 6 ລ້ານກີບ, ຈາກນັ້ນ ຕົນເອງໄດ້ມີການພັດທະນາສີມື ແລະ ຂະຫຍັນຕໍ່ວຽກງານ ຈຶ່ງໄດ້ຮັບເງິນເພີ່ມສູງຂຶ້ນອີກ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ.

ານ ນາງ ກຸນທອງ ສຸວັນເລີດ ຮອງອຳນວຍການໂຮງຮຽນປະຖົມສົມບູນ ບ້ານສະນົກ ນະ ຄອນຫລວງພະບາງ, ເຊິ່ງຢູ່ບໍລິເວນໃກ້ກັບຂົວ ໄດ້ໃຫ້ຮູ້ວ່າ: ຜ່ານມາໂຄງການໄດ້ໃຫ້ການຊ່ວຍເຫລືອ ດ້ານອຸປະກອນການຮຽນ-ການສອນ, ອຸປະກອນກິລາ, ສະໜັບສະໜູນການຮຽນ-ການສອນ ພາສາຈີນ ແລະ ພາສາອັງກິດ, ໃຫ້ຄວາມຮ່ວມມືແນະນຳ ການໃຫ້ຄວາມຮູ້ດ້ານສິ່ງແວດລ້ອມແກ່ນັກຮຽນ. ສິ່ງສຳຄັນ ທາງໂຄງການ ໄດ້ຊ່ວຍພັດທະນາໂຄງລ່າງເຂດບ້ານສະນົກ ເພື່ອຄວາມສະດວກແກ່ຊຸມຊົນອີກດ້ວຍ. ພາບ-ຂ່າວ: ຂປລ 



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.