Header Ads

ມີຜູ້ເສຍຊີວິດແລ້ວ 4 ຄົນ ຈາກພະຍາດໄຂ້ຍຸງລາຍໃນທົ່ວປະເທດ



ອີງ​ຕາມ​ການ​ລາຍ​ງານ​ຂອງ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ວັນ​ທີ 28 ມີ ນາ 2019 ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 29 ທັນ­ວາ 2018 ຫາ 28 ມີ­ນາ 2019 ໄດ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ທົ່ວ​ປະ­ເທດ 1.338 ກໍ­ລະ­ນີ ແລະ ເສຍ​ຊີ­ວິດ 4 ກໍ­ລະ­ນີ ໃນ​ນີ້ ແຂວງ​ອັດ​ຕະ​ປື​ມີ 264 ກໍ­ລະ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ 299 ກໍ­ລະ­ນີ ເສຍ​ຊີ­ວິດ 4 ກໍ­ລະ­ນີ ຈຳ­ປາ​ສັກ 294 ກໍ­ລະ­ນີ ຫຼວງ​ນໍ້າ​ທາ 168 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 55 ກໍ­ລະ­ນີ ສາ­ລະ​ວັນ 49 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 28 ກໍ­ລະ­ນີ ເຊ​ກອງ 28 ກໍ­ລະ­ນີ ຄຳ​ມ່ວນ 22 ກໍ­ລະ­ນີ ແຂວງ​ວຽງ​ຈັນ 18 ກໍ­ລະ­ນີ ຫຼວງ​ພະ​ບາງ 8 ກໍ­ລະ­ນີ ໄຊ​ຍະ​ບູ​ລີ 2 ກໍ­ລະ­ນີ ອຸ­ດົມ​ໄຊ ຊຽງ​ຂວາງ ໄຊ​ສົມ­ບູນ ແຂວງ​ລະ 1 ກໍ­ລະ­ນີ ສ່ວນ​ບໍ່​ແກ້ວ ຜົ້ງ​ສາ­ລີ ຫົວ­ພັນ ແມ່ນ​ບໍ່​ພົບ​ກໍ­ລະ­ນີ.



ສ່ວນ​ນະ­ຄອນ­ຫຼວງ​ວຽງ​ຈັນ ນວ ພົບ​ກໍ­ລະ­ນີ​ເກີດ​ຂຶ້ນ​ໃໝ່​ໃນ​ວັນ​ທີ 28 ມີ­ນາ 2019 ຈຳ­ນວນ 3 ກໍ­ລະ­ນີ ເປັນ​ຍິງ 1 ກໍ­ລະ­ນີ ລວມ​ກໍ­ລະ­ນີ​ສະ​ສົມ​ທັງ​ໝົດ 299 ກໍ­ລະ­ນີ ເສຍ​ຊີ­ວິດ 4 ກໍ­ລະ­ນີ ໃນ​ນີ້ ເມືອງ​ໄຊ​ເຊດ​ຖາ​ພົບ​ກໍ­ລະ­ນີ​ໄຂ້­ຍຸງ​ລາຍ​ສະ​ສົມ 57 ກໍ­ລະ­ນີ ສີ​ໂຄດ​ຕະ­ບອງ 54 ກໍ­ລະ­ນີ ໄຊ​ທາ­ນີ 49 ກໍ­ລະ­ນີ ສີ​ສັດ­ຕະ​ນາກ 37 ກໍ­ລະ­ນີ ຈັນ­ທະ​ບູ​ລີ 30 ກໍ­ລະ­ນີ ຫາດ​ຊາຍ​ຟອງ 29 ກໍ­ລະ­ນີ ສັງ​ທອງ 19 ກໍ­ລະ­ນີ ນາ​ຊາຍ​ທອງ 16 ກໍ­ລະ­ນີ ແລະ ປາກ​ງື່ມ 8 ກໍ­ລະ­ນີ.

ເພື່ອ​ເປັນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນວ ໄດ້​ສຸມ​ໃສ່​ຜັນ​ຂະ­ຫຍາຍ ຄຳ​ແນະ­ນຳ​ວ່າ​ດ້ວຍ​ການ​ກະ­ກຽມ​ສະ­ກັດ​ກັ້ນ​ພະ­ຍາດ​ໄຂ້­ຍຸງ​ລາຍ ໂດຍ​ໄດ້​ສຸມ​ໃສ່​ຊີ້​ນຳ​ໃຫ້​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ 9 ຕົວ​ເມືອງ ລົງ​ຊີ້​ນຳ​ປະ­ຊາ­ຊົນ​ອະ­ນາ­ໄມ​ສິ່ງ­ແວ­ດລ້ອມ ກຳ­ຈັດ​ແຫຼ່ງ​ເຜາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ ໄປ​ພ້ອມ​ກັບ​ປະ­ສານ​ໃຫ້​ບັນ­ດາ​ບ້ານ ເອົາ­ໃຈ­ໃສ່​ລົງ​ກວດ​ໜອນ​ນ້ຳ​ຍຸງ​ລາຍ ພ້ອມ​ທັງ​ໂຄ­ສະ­ນາ​ສຸ​ຂະ​ສຶກ​ສາ ໂດຍ​ສະ­ເພາະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຫຼັກ­ການ 5 ປ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.