Header Ads

ລັດຖະມົນຕີວຽກງານພັດທະນາສາກົນ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກນອກແວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ



ໃນວັນທີ 29 ມີນາ 2019, ທີ່ ໂຮງແຮມ ລາວພລາຊາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດຖະມົນຕີວຽກງານພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ການພົບປະດັ່ງກ່າວ ໄດ້ດຳເນີນໄປຢ່າງສ້າງສັນ ແລະ ກົງໄປກົງມາ, ຊຶ່ງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ກັບການຮ່ວມມືຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ນອກແວ ໃຫ້ແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເຊັ່ນ: ໂຄງການໄຟຟ້ານ້ຳຕົກ, ກົດໝາຍ, ການສຶກສາ, ສາທາລະນະສຸກຂັ້ນພື້ນຖານ, ການຄຸ້ມຄອງຊັບ ພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ການພັດທະນາຊັບພະຍາກອນມະນຸດ ແລະ ການສະ ໜັບສະໜູນພາກລັດ, ໂດຍສະເພາະ ແມ່ນການໃຫ້ຄວາມຊ່ວຍເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຢັ່ງຢາຍຢູ່ທົ່ວທຸກພາກຂອງ ສປປ ລາວ, ລວມມູນຄ່າ 26 ລ້ານໂດລາສະຫາລັດ ໃນໄລຍະປີ 2008-2013. 



ໃນໄລຍະປີ 2014-2016, ນອກແວ ໄດ້ໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳສາກົນ ໃນການເກັບກູ້ລະເບີດບໍ່ທັນແຕກໃນມູນຄ່າ 1,4 ລ້ານ ໂດລາສະຫາລັດ ແລະ ໃນໄລຍະປີ 2018-2020 ໃນມູນຄ່າ 4 ແສນໂດລາສະຫາລັດ ຢູ່ໃນແຂວງຈຸດຊຸມຄື: ແຂວງ ຫຼວງພະບາງ ແລະ ແຂວງ ຊຽງຂວາງ. ນອກນັ້ນ, ໃນຂອບອາຊຽນ, ນອກແວ ໃນຖານະເປັນປະເທດຄູ່ຮ່ວມມືຂະແໜງການກັບອາຊຽນ (ASEAN Sectoral Dialogue Partner), ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເສີມຂະຫຍາຍການພົວພັນກັບອາຊຽນ, ອັນພົ້ນເດັ່ນແມ່ນໃນປີ 2016 ມູນຄ່າການຄ້າ ອາຊຽນ-ນອກແວ ມີເຖິງ 4.1 ຕື້ໂດລາສະຫາລັດ, ການລົງທຶນຈາກ ນອກແວ ຢູ່ ອາຊຽນ ມີມູນຄ່າ 25.5 ລ້ານໂດລາສະຫາລັດ, ການສົ່ງອອກຂອງອາຊຽນ ໄປຍັງປະເທດ ນອກແວ ມີມູນຄ່າ 2 ຕື້ໂດລາສະຫາລັດ. ໃນຕອນທ້າຍ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືກັນກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທຳ ກໍ່ຄືສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.


ໃນໂອກາດເດີນທາງມາຢ້ຽມຢ້ຽມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີ ດັກອິນ ອຸນສະເຕນ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມໂຄງການຮ່ວມມືດ້ານການຜະລິດອົງຄະທຽມ ແລະ ເຄື່ອງຄ້ຳຊູ (ອົງຄະທຽມ), ທີ່ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ກ່ຽວກັບ ໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຕ່າງໆທີ່ໂຄງການມີຄວາມຈຳເປັນ, ຊຶ່ງເປັນໂຄງການທີ່ ນອກແວ ໃຫ້ການຊ່ວຍເຫຼືອໃນປັດຈຸບັນ. ນອກຈາກນັ້ນ, ຄະນະຜູ້ແທນ ຍັງໄດ້ເຮັດວຽກຮ່ວມກັບ ອົງການຊ່ວຍເຫຼືອຂອງປະຊາຊົນນອກແວ (NPA) ປະຈຳ ສປປ ລາວ ແລະ ຢ້ຽມຊົມ ສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆ ໃນນະຄອນຫຼວງວຽງຈັນ ອີກດ້ວຍ. ຂ່າວ-ພາບ: ກົມຂ່າວ ກະຊວງການຕ່າງປະເທດ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.