Header Ads

ຮອງນາຍົກລັດຖະມົນຕີ ໄດ້ຮັບການປະດັບຫຼຽນ Grand Cordón of the Order of the Rising Sun ຈາກເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ

ໃນວັນທີ່ 25/7/2019 ທີ່ຜ່ານມາ, ພະນະທ່ານ Takeshita Hikihara, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດ ຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ປະດັບຫຼຽນ Grand Cordón of the Order of the Rising Sun (旭日章 Kyokujitsu-shō) ໃຫ້ແກ່ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງີນ ແຫ່ງ ສປປ ລາວ, ພິທີດັ່ງກ່າວໄດ້ຈັດຂື້ນທີ່ໂຮງແຮມ ເສດຖາພາລາດ, ໂດຍມີການເຂົ້າຮ່ວມຂອງບັນດາທ່ານລັດຖະມົນຕີທີ່ກ່ຽວຂ້ອງຂອງລາວ ແລະ ສະມາຊິກຄອບຄົວຂອງທ່ານ ຮອງນາຍົກ ສົມດີ ດວງດີ ຢ່າງພ້ອມພຽງ. ຫຼຽນ Grand Cordond of the Order of the Rising Sun ເປັນຫຼຽນ ສຸງສຸດຂອງພະເຈົ້າຈັກກະພັດ ຢິ່ປຸ່ນ Imperial Japanese ແລະ ລັດຖະບານ ຢີ່ປຸ່ນ ທີ່ໄດ້ມອບເປັນກຽດໃຫ້ແກ່ທ່ານ ຮອງນາຍົກ ສົມດີ ດວງດີ ທີ່ເປັນຜູ້ໄດ້ປະກອບສ່ວນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ລາວ- ຍີ່ປຸ່ນ ຢ່າງແທ້ຈິງໂດຍຜ່ານການປະຕິບັດພັນທະດ້ານນະໂຍບາຍຕ່າງໆທີ່ຈຳເປັນຕະຫຼອດໄລຍະຜ່ານມາ.
ທີ່ມາ:
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.