Header Ads

ລາວເປີດນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ 2 ດ່ານ


ກະຊວງການຕ່າງປະເທດໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ ໃນຕອນບ່າຍຂອງມື້ນີ້ 09/07/2019 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ຫວ່າງມໍ່ໆມານີ້ ລັດ​ຖະ​ບານ ແຫ່ງ ສປປ ​ລາວ ໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ (eVisa) ເພື່ອເປັນທາງເລືອກໃໝ່ໜຶ່ງອີກໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.


ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດຢູ່ໃນປະຈຸບັນ, ສໍາລັບລະ​ບົບອອກວີ​ຊາ​ອອນ​ລາຍ ​ໄດ້​ອອກ​ແບບມີ​ລັກ​ສະ​ນະ​ງ່າຍ​ດາຍ, ບໍ່​ສັບ​ສົນ, ສາ​ມາດ​ເຂົ້າ​ໃຈ​ງ່າຍ, ມີ​ຄວາມ​​ສະ​ດວກ, ວ່ອງ​ໄວ ​ແລະ ມີ​ຄວາມ​ປອດ​ໄພ ສຳລັບ​ຜູ້​ຊົມ​ໃຊ້, ຊຶ່ງ​ທຸກ​ຄົນສາ​ມາດສະ​ເໜີ​ຂໍວີ​ຊາ​ເຂົ້າ ສ​ປ​ປ ລາວ ​ທາງອອນ​ລາຍ​ໄດ້​ທຸກ​ເວ​ລາ ແລະ ທຸກ​ສະ​ຖານ​ທີ່ ທີ່​ມີອິນ​ເຕີ​ແນັດ ແລະ ​ເປັນ​ການ​ປະຢັດ​ຄ່າ​ໃຊ້​ຈ່າຍ ຖ້າ​ທຽບ​ໃສ່​ການໄປ​ເອົາ​ຢູ່​ບັນ​ດາສະ​ຖານ​ທູດ, ສະ​ຖານ​ກົງ​ສຸນໃຫຍ່, ຫ້ອງ​ການ​ກົງ​ສຸນ​ຂອງ​ລາວທີ່​ຢູ່ຕ່າງ​ປະ​ເທດ, ລວມ​ທັງເອົາ​ຢູ່​ກັບ​ດ່ານ​ສາ​ກົນ​ຕ່າງໆ.



ລັດຖະບານ ​ໄດ້​ອະນຸຍາດ​ໃຫ້​ນໍາ​ໃຊ້ 7 ດ່ານ ​ຄື: ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ; ຂົວ​ມິດ​ຕະ​ພາບລາວ-ໄທແຫ່ງທີ 1; ​ຂົວ​ມິດ​ຕະ​ພາບລາວ-ໄທແຫ່ງທີ 2; ຂົວ​ມິດ​ຕະ​ພາບລາວ-ໄທແຫ່ງທີ 4; ສະ​ໜາມ​ບິນ​ສາກົນຫຼວງ​ພະ​ບາງ; ສະ​ໜາມ​ບິນ​ສາກົນປາກ​ເຊ ແລະ ດ່ານ​ບໍ່​ເຕັນ ​ເພື່ອ​ເປັນ​ດ່ານ​ໃນ​ການ​ຮອງ​ຮັບ ​ແລະ ບໍລິການ​ສຳລັບ​ຄົນ​ຕ່າງປະ​ເທດ​ທີ່​ນຳ​ໃຊ້​ວີ​ຊາອອນລາຍ ​ເຂົ້າ​ມາ ສປປ ລາວ. ແຕ່​ໃນ​ໃນ​ໄລຍະ​​ເລີ່​ມຕົ້ນ​ ແມ່ນຈະ​ເລີ່​ມ​ໃຫ້​ບໍລິການຢູ່ 2 ດ່ານ​ຄື: ສະໜາມ​ບິນ​ສາກົນວັດ​ໄຕ ​ແລະ ຂົວ​ມິດຕະພາບລາວ-ໄທແຫ່ງທີ່ 1, ຊຶ່ງ​​ໃນ​ປະຈຸ​ບັນ ຜູ້​ທີ່​​ໃຊ້​ວີ​ຊາອອນ​ລາຍ ສາມາດ​ເຂົ້າ ສປປ ລາວ ​ໄດ້ ​ໂດຍຜ່ານ 2 ດ່ານ​ ຕາມ Website: www.laoevisa.gov.la​, ຫຼັງ​ຈາກ​ນັ້ນ, ​ໃນ​ເວລາ​ອັນ​ໃກ້​ນີ້ ຈະ​ຂະຫຍາຍລະບົບ​ໄປ​ສູ່​ດ່ານ​ອື່ນ​ທີ່​ຍັງ​ເຫຼືອ ຈົນ​ກວ່າ​ສໍາ​ເລັດທັງ​ໝົດ 7 ດ່ານ.


ສ່ວນ​ໄລຍະ​ທີ 2 ຈະ​ໄດ້​ມີ​ການ​ຄົ້ນຄວ້າ ​ແລະ ສະ​ເໜີຂໍອະນຸມັດ ຈາກ​ລັດຖະບານ ​ໃນ​ການສືບ​ຕໍ່​ພັດທະນາ ຢູ່​ດ່ານ​ສາກົນ​ອື່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໂດຍ​ອີງ​ໃສ່​​ເງື່ອນ​ໄຂ ​ແລະ ​ຄວາມ​ຈໍາ​ເປັນຕົວ​ຈິງໃນ​ອະນາຄົດ. ການ​ຈັດ​ຕັ້ງ​ປະຕິບັດ​ລະບົບອອກວີ​ຊາ​ອອນ​ລາຍນີ້ ຈະ​ເປັນສິ່ງກະ​ຕຸກຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ ລະ​ຫວ່າງ ​ລັດ​ຖະ​ບານ ກໍ​ຄື​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ຂອງ ສ​ປ​ປ ລາວ ກັບ ປະ​ເທດ​ຕ່າງໆ ທີ່​ບໍ່​ມີສັນ​ຍາ​ຍົກ​ເວັ້ນ​ວີ​ຊາ ກັບ ສປ​ປ​ລາວ ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວແຂງ​ແຮງກວ່າ​ເກົ່າ, ໂດຍ​ສະ​ເພາະ​ໃນ​ດ້ານ​ການ​ທ່ອງ​ທ່ຽວ, ຊຶ່ງຈະ​ເປັນ​ການ​ປະ​ກອບ​ສ່ວນອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມຂອງ ສ​ປປ ລາວ ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ.

ເຂົ້າຮ່ວມໃນພິທີເປີດຢ່າງເປັນທາງການ ແມ່ນ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ບັນດາຮອງ​ລັດ​ຖະ​ມົນ​ຕີ, ​ທູ​ຕາ​ນຸ​ທູດ ​ແລະ ຜູ້​ຕາງ​ໜ້າຈາກ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ ປະ​ຈຳ ສ​ປ​ປ ລາວ ເຂົ້າຮ່ວມ 100 ກວ່າທ່ານ.


ຂ່າວ: ສຸກນີລັນດອນ | ພາບ: ຄຳພັນ (ໜັງສືພິມວຽງຈັນທາຍ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.