Header Ads

ສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ອີຢູ ຄົບຮອບ 45 ປີ



ໃນຕອນຄໍ່າຂອງວັນທີ 19 ພະຈິກ 2020, ໄດ້ມີການຈັດພິທີສະເຫຼີມສະຫຼອງ ວັນຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພາບເອີຣົບ (ອີຢູ) ຂຶ້ນຢ່າງເປັນທາງການ ທີ່ ຫໍພິພິທະພັນແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ອີນາ ມາຈູລໍນິແຕ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.




ໃນພິທີທີ່ມີຄວາມໝາຍສຳຄັນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ອີນາ ມາຈຸລໍນິແຕ ໄດ້ກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະ 45 ປີ ນັບຕັ້ງແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 21 ພະຈິກ 1975 ທີ່ຜ່ານມາ. ການພົວພັນຮ່ວມມື ລາວ ແລະ ອີຢູ ແມ່ນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ການຊ່ວຍເຫຼືອໃນແຜນງານ Joint Programing ຂອງ ອີຢູ ແລະ ຈາກບັນດາປະເທດສະມາຊິກ, ຊຶ່ງມາເຖິງປະຈຸບັນ ມີມູນຄ່າລວມທັງໝົດ 500 ລ້ານເອີໂຣ ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາຂັ້ນພື້ນຖານ, ໂພຊະນາການ, ກະສິກຳ ແລະ ການພັດທະນາຊົນນະບົດ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ວຽກສາທາລະນະສຸກ, ການອະນຸລັກສິ່ງແວດລ້ອມ ແລະ ຊີວະນານາພັນ, ການປົກຄອງທີ່ດີ, ສ້າງລັດແຫ່ງກົດໝາຍ ແລະ ອົງການຈັດຕັ້ງທາງສັງຄົມ, ການຄ້າ ແລະ ພາກເອກະຊົນ, ວຽກງານສິດທິມະນຸດ ແລະ ຄວາມສະເໝີພາບບົດບາດຍິງ-ຊາຍ, ການຮ່ວມມືທາງດ້ານວັດທະນະທຳ ແລະ ການເຊື່ອມໂຍງ ລວມທັງ ການຊ່ວຍເຫຼືອດ້ານມະນຸດສະທຳ ຊຶ່ງເປັນການປະກອບສວ່ນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການພັດທະນາແຫ່ງຊາດ ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດຂອງລັດຖະບານ ສປປ ລາວ ເພື່ອແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກ້າວສູ່ການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ, ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ກໍ່ຍັງຈະສືບຕໍ່ເສີມຂະຫຍາຍໃນຫຼາຍຂະແໜງການໃນອະນາຄົດ ເຊັ່ນ: ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ ແລະ ດ້ານອື່ນໆ, ຊຶ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນ ໃຫ້ມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.




ໃນໂອກາດດຽວກັນນີ້, ທັງສອງຝ່າຍກໍ່ໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ. ພິທີສະເຫລີມສະຫລອງໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ, ມີການສະແດງສິນລະປະ ແລະ ວາງສະແດງຮູບພາບການເຄື່ອນໄຫວຂອງສອງຝ່າຍ ໃນໄລຍະຜ່ານມາ.



ພາບ-ຂ່າວ: ກະຊວງການຕ່າງປະເທດ.
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.