Header Ads

6 ເຫດຜົນທີ່ Starbucks ສົນໃຈລົງທຶນໃນລາວ ພ້ອມຕັ້ງເປົ້າ 10,000 ສາຂາທົ່ວອາຊີ

ໃນຊ່ວງອາທິດຜ່ານມາຫຼາຍທ່ານອາດຈະໄດ້ອ່ານຂ່າວກ່ຽວກັບກາເຟ Starbucks ປະກາດເປີດສາຂາທໍາອິດທີ່ວຽງຈັນ ໃນປີ 2021 ໂດຍຈະກາຍເປັນຕະຫຼາດລໍາດັບທີ 17 ຂອງ Starbuck ໃນພາກພື້ນນີ້ ພາຍໃຕ້ການຖືລິຂະສິດຂອງບໍລິສັດ ຄອບຟີ ຄອນເຊັບ ປະເທດລາວ (Coffee Concepts (Laos) Ltd)​ ເຄືອບໍລິສັດ “Maxim’s Caterers Limited” (Maxim’s) ທີ່ເປັນພັນທະມິດກັບ Starbucks ສ. ອາເມລິກາກວ່າ 20 ປີ ໂດຍເປັນຜູ້ຖຶລິຂະສິດໃນແບຣນ Starbucks ໃນຮ່ອງກົງ, ສິງກະໂປ, ຫວຽດນາມ ແລະ ກໍາປູເຈຍ.
ແນ່ນອນ ນີ້ຖືເປັນຂ່າວດີສໍາລັບຜູ້ບໍລິໂພກ ຫຼື ນັກດື່ມກາເຟຊາວລາວ ແຕ່ກໍເປັນເລື່ອງທ້າທາຍບໍ່ນ້ອຍສໍາລັບການເຟທີ່ເປັນແບຣນທ້ອງຖີ່ນ (ກາເຟລາວ) ທີ່ຕ້ອງສູ້ກັບແບຣນລະດັບໂລກ ແຕ່ສິ່ງທີ່ໜ້າສົນໃຈຍິ່ງກວ່ານັ້ນຄື Starbucks ເຫັນໂອກາດ ຫຼື ສິ່ງໃດໃນ ສປປ ລາວ ຈິງກ້າວເຂົ້າມາລົງທຶນ . ມື້ນີ້ທີມງານ tonamcha.com ຈິ່ງຂໍນໍາສະເໜີກ່ຽວກັບ 6 ເຫດຜົນທີ່ Starbucks ສົນໃຈລົງທຶນໃນລາວທີ່ມີປະຊາກອນພຽງ 7.2 ລ້ານຄົນເທົ່ານັ້ນ : (1). ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ (2). ເປັນຍຸດທະສາດ Emerging Market ທີ່ມີໂອການທາງການລົງທຶນ ເນື່ອງຈາກ ສປປ ລາວ ໄດ້ມີການທໍາລາຍຂໍ້ຈໍາກັດ ແລະ ມີນະໂຍບາຍເປີດປະຕູການຄ້າ-ການລົງທຶນຜ່ານ Land Locked ໄປສູ່ Land Linked ເພື່ອເປີດຮັບການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂື້ນ ພ້ອມພັດທະນາໂຄງສ້າງພື້ນຖານຫຼາຍດ້ານ ເປັນຕົ້ນແມ່ນໂຄງການລົດໄຟຄວາມໄວສູງລາວ-ຈີນ,​ ໂຄງການເສັ້ນທາງດ່ວນ ວຽງຈັນ-ວັງວຽງ ແລະ ອີກຫຼາຍໂຄງການເພື່ອຮອງຮັບການລົງທຶນ ແລະ ທ່ອງທ່ຽວເປັນຕົ້ນ. (3). ກ່ອນວິກິດການ COVID-19 ເສດຖະກິດ ສປປ ລາວມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ລະດັບ 6% ສົ່ງຜົນໃຫ້ກຸ່ມຄົນຊັ້ນກາງເພີ່ມຂື້ນ ແລະ ມີການພັດທະນາຕົວເມືອງຢ່າງໄວ ເປັນຜົນໃຫ້ກໍາລັງຊື້ເພີ່ມຂື້ນ ແລະ ພືດຕິກໍາການບໍລິໂພກມີການປ່ຽນແປງ ຕ້ອງການບໍລິໂພກ ແລະ ການບໍລິການທີ່ມີຄຸນນະພາບສູງຂື້ນ ພ້ອມທັງຄວາມສະດວກສະບາຍ ຈິ່ງເປັນໂອກາດໃນທຸລະກິດແຟຣນໄຊ ແລະ ທຸລະກິດບໍລິການ.
(4). ສປປ ລາວ ເປັນປະເທດກະສິກໍາເປັນແຫຼ່ງປູກກາເຟທີ່ມີຊື່ສຽງລະດັບໂລກ ແລະ ມີເງື່ອນໄຊສົ່ງອອກທີ່ດີຈາກ ສະຫະພາບເອີລົບ (5). ສປປ ລາວ ເປັນໜື່ງປະເທດໃນໂລກທີ່ມີສະຖຽງລະພາບດ້ານການເມືອງທີ່ດີໃນພາກພື້ນ ແລະ ລະດັບໂລກ (6). Starbucks ຕັ້ງເປົ້າໝາຍຂະຫຍາຍສາຂາໃນພາກພື້ນອາຊີ ໃຫ້ໄດ້ຫຼາຍກວ່າ 10,000 ສາຂາ ໂດຍມີຕະຫຼາດອາຊີຕາເວັ້ນອອກສຽງໃຕ້ນອນຢູ່ໃນໜື່ງ Strategic Market.
ຂໍ້ມູນ: brandbuffet - ຮຽບຮຽງ © ໂຕະນໍ້າຊາ
© ໂຕະນໍ້າຊາ | tonamcha.com
___________
Powered by Blogger.