Header Ads

Ikigai (生き甲斐) ການດໍາລົງຊີວິດທີ່ສົມດຸນ ແລະ ມີຄຸນຄ່າ

Iki ຫມາຍຄວາມວ່າດໍາລົງຊີວິດ | Gai ຫມາຍຄວາມວ່າຜົນໄດ້ຮັບຫຼືມູນຄ່າ. ຫມາຍຄວາມວ່າຮ່ວມກັນຄຸນຄ່າຂອງການດຳລົງຊີວິດ ຫລືຊີວິດການເປັນຢູ່,ເຊີ່ງແມ່ນແນວຄິດທີ່ຊາວຍີ່ປຸ່ນປະຕິບັດມາເປັນເວລາດົນນານແລ້ວ ແລະ ເປັນແນວຄິດທີ່ເຮັດໃຫ້ພວກເຮົາເຫັນໄດ້ຄົນຍີ່ປຸ່ນສ່ວນໃຫຍ່ດຳລົງຊີວິດຢ່າງມີຄວາມສຸກຈົນເຖົ້າແກ່.
ໂດຍແນວຄິດນີ້ຕ້ອງຜ່ານການວິເຄາະຈາກ 4 ດ້ານ ຄື : 1. ສິ່ງທີ່ພວກເຮົາຮັກ (What you love ) ສິ່ງທີ່ເຮົາຮັກ ສິ່ງທີ່ພວກເຮົາມັກເຮັດ ຫຼື ບາງສິ່ງບາງຢ່າງທີ່ເຮົາເຮັດແລ້ວທີຄວາມສຸກ 2. ສິ່ງທີ່ພວກເຮົາເຮັດໄດ້ດີ (Waht are you good at) ພວກເຮົາເກັ່ງຫຍັງແດ່? ສາມາດເຮັດໄດ້ດີກ່ວາຄົນອື່ນ ຫຼື ມັນແມ່ນຈຸດເດັ່ນຂອງພວກເຮົາ 3. ສິ່ງທີ່ພວກເຮົາສາມາດຈ່າຍໄດ້ (What you can be paid for) ແມ່ນຫັຍງທີ່ຈະສ້າງລາຍໄດ້? ເພື່ອວ່າພວກເຮົາຈະສາມາດລ້ຽງ ແລະ ດໍາລົງຊີວິດຢູ່ດ້ວຍຕົວເອງ ... 4. ສິ່ງທີ່ໂລກຕ້ອງການ (What the world needs) ມັນແມ່ນຫຍັງທີ່ສັງຄົມ ຫລື ໂລກຕ້ອງການ? ຫຼື ບາງສິ່ງບາງຢ່າງທີ່ເປັນປະໂຫຍດຕໍ່ສັງຄົມ
ຫຼັງຈາກການວິເຄາະແລ້ວ ຈາກນັ້ນໃຫ້ນໍາເອົາແຕ່ລະດ້ານມາລວມກັນກາຍເປັນ … 1. Passion (ແຮງບັນດາໃຈ ຫຼື ຄວາມຫຼົງໄຫຼ ) ເກີດຈາກສິ່ງທີ່ເຮົາຮັກ ແລະ ສິ່ງທີ່ພວກເຮົາເຮັດໄດ້ດີ ສະນັ້ນ ມັນແມ່ນແຮງຈູງໃຈ ສຳລັບພວກເຮົາທີ່ຈະເຕັມໃຈທີ່ຈະເຮັດມັນ. ຕົວຢ່າງ: ບາງຄົນມັກຖ່າຍຮູບ, ບາງຄົນມັກເດີນທາງຄົນດຽວ, ບາງຄົນມັກກິນ, ບາງຄົນມັກດົນຕີ, ແລະ ອື່ນໆ. 2. Profession (ຄວາມຊ້ຽວຊານ ຫຼື ວິຊາຊີບສະເພາະ) ແມ່ນເກີດມາຈາກສິ່ງທີ່ພວກເຮົາເຮັດໄດ້ດີ, ສາມາດເຮັດໄດ້ດີ, ແລະ ສາມາດສ້າງລາຍໄດ້ລ້ຽງຊີບໄດ້ ພ້ອມທັງສະໜັບສະໜູນຕົນເອງ ແລະ ກາຍເປັນອາຊີບຂອງພວກເຮົາໄດ້ ຕົວຢ່າງ: ເພາະວ່າພວກເຂົາເກັ່ງໃນການເຮັດອາຫານ ເພາະສະນັ້ນຈຶ່ງເລືອກທີ່ຈະເປັນພໍ່ຄົວ, ເພາະວ່າຮ້ອງເພງມ່ວນ ເພາະສະນັ້ນຈຶ່ງເລືອກທີ່ຈະເປັນນັກຮ້ອງ, ເພາະວ່າລາວຂຽນ CODE ເກັ່ງ ເພາະສະນັ້ນ ຈິ່ງເລື່ອນເປັນນັກພັດທະນາໂປແກຼມ, ແລະ ອື່ນໆ. (3). Vocation (ທັກສະ ຫຼື ວຽກດ້ານສັງຄົມ) ເກີດມາຈາກສິ່ງທີ່ສັງຄົມຕ້ອງການ ຫຼື ບາງສິ່ງບາງຢ່າງທີ່ເປັນປະໂຫຍດຕໍ່ຄົນອື່ນ ແລະ ສາມາດສ້າງຜົນໄດ້ຮັບແກ່ພວກເຮົາ (ເຊິ່ງຜົນຄອບແທນ ມັນບໍ່ຈຳປັນຕ້ອງມີເງິນສະເໝີ) ເຊັ່ນ: ການເວົ້າ, ການສິດສອນ, ສຶກສາຄົນອື່ນ ຈົນສັງຄົມໃຫ້ຄວາມເຄົາລົບ, ການເປັນອາສາສະໝັກຊ່ວຍສິ່ງແວດລ້ອມ ຈົນໄດ້ຮັບການສະໜັບສະໜູນຈາກອົງກອນ ຫຼື ບໍລິສັດ, ຫລື ທະນາຍຄວາມທີ່ຕ້ອງການຢາກຊ່ວຍເຫຼືອ ກ່ຽວກັບກໍລະນີທີ່ຮູ້ສຶກບໍ່ຍຸດຕິທຳ ເປັນຕົ້ນ (4). Mission (ພັນທະກິດ) ເກີດຈາກສິ່ງທີ່ເຮົາຮັກ ເຮັດແລ້ວມ່ວນ ແລະ ມີຄວາມສຸດ ພ້ອມມີຜົນປະໂຫຍດຕໍ່ສັງຄົມ ຫລື ທົ່ວໂລກ ເຊັ່ນວ່າ: ນຳໃຊ້ລາຍໄດ້ບາງສ່ວນເຂົ້າໃນການບໍລິຈາກໃຫ້ແກ່ບັນດາອົງການຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອສັດທີ່ບໍ່ມີທີ່ຢູ່ອາໃສ, ການໂຄສະນາອະນຸລັກສິ່ງແວດລ້ອມ, ແລະອື່ນໆ (ເປັນການຕອບແທນຕໍ່ສັງຄົມ ທີ່ເຮົາເຮັດແລ້ວມີູຄວາມສຸກ)
ໜາຍເຫດ : ຖ້າທ່ານເບິ່ງວົງໃນຮູບແລ້ວ ການທີ່ຈະນໍາໄປສູ່ຈຸດສູງສຸດຂອງ Ikikai ນັ້ນຕ້ອງເລີ່ມຈາກການວິເຄາະໃນ 4 ດ້ານ ຜ່ານການຄົ້ນຫາຕົນເອງໃນແຕ່ລະດ້ານ ຈາກນັ້ນນໍາສິ່ງທີ່ຄ້າຍຄືກັນມາເຊື່ອງຍົງກັນ. ເຮົາຈະພົຍສິ່ງທີ່ເປັນ Ikikai ຂອງເຮົາ ທີ່ພ້ອມຈະນໍາຊີວິດໄປສູ່ຄວາມສົມດຸນ ແລະ ມີຄຸນຄ່າ.

© ໂຕະນໍ້າຊາ | tonamcha.com
___________
Powered by Blogger.