Header Ads

ຊາວຜູ້ອອກແຮງງານຫຼາຍພັນຄົນຫຼັ່ງໄຫຼກັນມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ - ອອກເມືອງຈຸດນໍ້າເກິ່ງ ເພື່ອກັບຄືນສູ່ພຸມລຳເນົາຂອງຕົນເອງ



ເນື່ອງຈາກເມືອງ ຕົ້ນເຜິ້ງ ຍັງມີການແຜ່ລະບາດ ຂອງພະຍາດ ໂຄວິດ - 19 ເຊິ່ງໄດ້ສົ່ງຜົນຕໍ່ເສດຖະກິດ ຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ລວມທັງຄົນຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດທີ່ເຂົ້າມາ ດຳເນີນທຸລະກິດ ປະກອບອາຊີບ ທຳມາຫາກິນຢູ່ພາຍໃນເມືອງ ຕົ້ນເຜິ້ງ ໂດຍສະເພາະແມ່ນຊາວຜູ້ແຮງງານທີ່ມາຈາກຕ່າງເມືອງ, ຕ່າງແຂວງ ມາອອກແຮງງານຢູ່ບັນດາ, ໂຮງງານ ແລະ ບໍລິສັດສວນໝາກຖົ່ວເຫຼືອງ ຂອງຄົນຕ່າງປະເທດ. ຍ້ອນສະພາບການດັ່ງກ່າວ ພາຍຫຼັງຜູ້ອອກແຮງງານທີ່ຕົກຄ້າງຢູ່ບັນດາບໍລິສັດພາຍໃນເມືຶອງສ່ວນໃຫຍ່ ໄດ້ຮັບເງິນຄ່າຈ້າງອອກແຮງງານນໍາບັນດາເຈົ້າຂອງບໍລິສັດແລ້ວ ຈຶ່ງໄດ້ພາກັນຫຼັ່ງໄຫຼກັບທ້ອງຖິ່ນລຳເນົາຂອງຕົນເອງ ໂດຍສະເພາະ ແມ່ນໃນລະຫວ່າງ ວັນທີ 20 - 21 ພຶດສະພາ ນີ້ ໄດ້ມີຜູ້ອອກແຮງງານຈໍານວນຫຼາຍພັນຄົນຫຼັ່ງໄຫຼກັນເຂົ້າມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ - ອອກເມືອງຈຸດນໍ້າເກິ່ງ ເພຶ່ອລໍຖ້າການປະສານງານ ລະຫວ່າງ ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຕົນກັບອົງການປົກຄອງເມືອງ ຕົ້ນເຜິ້ງ ເພື່ອປະກອບເອກການສານຮັບຮອງເອົາແຮງງານທີ່ຕົກຄ້າງກັບທ້ອງຖິ່ນໃຜລາວ ຈຶ່ງເຮັດໃຫ້ບັນຍາກາດຢູ່ເຂດດັ່ງກ່າວມີຄວາມແອອັດໄປດ້ວຍຜູ້ຄົນທີ່ລໍຖ້າກັບທ້ອງຖິ່ນ. 





ຕໍ່ກັບສະພາບການດັ່ງກ່າວ ຂໍຝາກຄວາມເປັນຫ່ວງເປັນໄຍ ຈຶ່ງຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທີ່ຈະມາລໍຖ້າກັບຄືນທ້ອງຖິ່ນຂອງຕົນ ປະຕິບັດມາດຕະການປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ - 19 ດ້ວຍການຮັກສາໄລຍະຫ່າງເທົ່າທີ່ຈະເຮັດໄດ້, ໃສ່ຜ້າອັດປາກ - ດັງ ເພື່ອຄວາມປອດໄພຈາກພະຍາດ ໂຄວິດ - 19 ແລະ ຂໍໃຫ້ພີ່ນ້ອງຊາວຜູ້ອອກແຮງງານທຸກຄົນເດີນທາງກັບທ້ອງຖິ່ນຂອງຕົນດ້ວຍຄວາມປອດໄພ.






ພາບ: ຄະນະສະເພາະກິດເມືອງ ຕົ້ນເຜິ້ງ.

ຂ່າວ: ອຸໄທ ພູມມາ

(ນສພ ບໍ່ແກ້ວ)


© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.