Header Ads

ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍານົດ 3 ຍຸດທະສາດຂອງຊາດ



ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນລະຫວ່າງວັນທີ 21- 25 ມິຖຸນາ 2021 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ໂດຍມີບັນດາສະຫາຍກຳມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ ເຂົ້າຮ່ວມຢ່າງຄົບຖ້ວນ. ໂດຍປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. 


ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາທີ່ເປັນຍຸດທະສາດຂອງຊາດ ເປັນຕົ້ນແມ່ນ : 


(1) ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານສດຖະ ກິດ-ການເງິນ;

(2) ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາສບຕິດ.

(3) ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງ ທຸກຂອດໃນ ວຽກງານພະນັກງານ.


ທັງ 3 ຫົວຂໍ້ດັ່ງກ່າວ ລ້ວນແຕ່ເປັນບັນດາບັນຫາສຳຄັນຮີບດ່ວນ ທີ່ເລັ່ງທວງໃຫ້ຕ້ອງເຊີດຊູບົດບາດການນໍາພາຊີ້ນໍາໂດຍກົງ ແລະ ຮອບດ້ານ ຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອສຸມໃສ່ບັນຊາແກ້ໄຂຢ່າງເປັນລະບົບ ແລະ ມີປະສິດທິຜົນ ຕິດພັນກັບການປັບປຸງພາຍໃນກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ການກຳນົດ 3 ບັນຫາດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ອັນເດັດດ່ຽວໜຽວແໜ້ນ ຂອງພັກເຮົາ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ທາງດ້ານເສດຖະກິດ, ສັງຄົມ ແລະ, ວຽກງານພະນັກງານ ແນໃສ່ເຮັດໃຫ້ຄາດໝາຍ, ທິດທາງ, ໜ້າທີ່ ທີ່ໄດ້ກໍານົດອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.





ຄະນະບໍລິຫານງານສູນກາງພັກ ໄດ້ເອກະພາບໃຫ້ທິດຊີ້ນໍາ ວ່າ: 

ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແມ່ນບັນຫາທີ່ໄດ້ສະສົມມາເປັນເວລາດົນນານ, ເຖິງວ່າ ຜ່ານມາພັກ-ລັດເຮົາ ໄດ້ມີຄວາມພະຍາຍາມແກ້ໄຂ ດ້ວຍຫຼາຍມາດຕະການ ແຕ່ກໍຍັງບໍ່ທັນສາມາດສ້າງການຫັນປ່ຽນຢ່າງຕັ້ງໜ້າໄດ້ເທື່ອ ແລະ ສືບຕໍ່ເປັນສິ່ງທ້າທາຍ ຕໍ່ການນໍາພາຂອງພັກ -ແລະ ການຄຸ້ມຄອງບໍລິຫານຂອງ ພັກ-ລັດຖະບານ ໃນຊຸມປີຕໍ່ໜ້າ, ບົນພື້ນຖານນັ້ນ ໄດ້ຍົກລະດັບການແກ້ໄຂບັນຫາ. ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ທີ່ຮີບດ່ວນ ເພື່ອຄົ້ນຄວ້າ ແລະ ວາງມາດຕະການອອກ ຢ່າງເປັນລະບົບ, ໃຊ້ເວລາອັນແນ່ນອນ ນັບແຕ່ສ້າງຖານການຜະລິດ-ທຸລະກິດ, ການບໍລິການ ເພື່ອຕອບສະໜອງການຊົມໃຊ້ຢູ່ພາຍໃນ, ເພີ່ມການສົ່ງອອກ ແລະ ສ້າງຄວາມເຂັ້ມແຂງ ຂອງຖານລາຍຮັບ, ການເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຈ່າຍ ແລະ ການດໍາເນີນບັນດາມາດຕະການປະຢັດ ຢ່າງຈິງຈັງ ແນໃສ່ສ້າງຄວາມເຂັ້ມແຂງ ກໍ່ຄືການຍົກສູງປະສິດທິພາບການຄຸ້ມຄອງມະຫາພາກຂອງລັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດຂອງປະເທດເຮົາ.


ການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາ ແມ່ນບັນຫາທີ່ມີຄວາມສຳຄັນ, ຈໍາເປັນຮີບດ່ວນ, ທັງເປັນບັນຫາທີ່ກວ້າງຂວາງ ແລະ ມີຄວາມສັບສົນ., ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ, ບັ່ນທອນຄຸນນະພາບຊີວິດຂອງປະຊາຊົນ, ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ, ດັ່ງນັ້ນ ການແກ້ໄຂບັນຫາດັ່ງກ່າວ ຈຶ່ງຕ້ອງຖືເປັນໜ້າທີ່, ຄວາມຮັບຜິດຊອບ, ເປັນ "ພາລະກິດທົ່ວປວງຊົນ" ເລີ່ມຈາກສະຖາບັນຄອບຄົວ, ສະຖາບັນການສຶກສາ ໂດຍແມ່ນ ພັກ-ລັດ ເປັນແກນກາງ ໃນການນໍາພາຊີ້ນໍາ ເພື່ອຂັບເຄື່ອນການແກ້ໄຂບັນຫາຢາເສບຕິດ, ດ້ວຍມາດຕະການຕ່າງໆ ໃນສະເພາະໜ້າ ແລະຍາວນານ. ໃນນັ້ນ ສົມທົບແໜ້ນການສະກັດກັ້ນ, ປ້ອງກັນ, ແລະ ດໍາເນີນການປາບປາມ ຂະບວນການ, ເຄືອຂ່າຍຢາເສບຕິດ ຢ່າງເປັນລະບົບ ໄປພ້ອມໆກັນກັບການດຳເນີນແກ້ໄຂຄະດີຂະບວນຍຸຕິທຳຕາມກົດໝາຍ ໃຫ້ເຂັ້ມງວດ, ໂປ່ງໃສ, ຍຸຕິທຳ.





ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບວ່າ ບັນດາມາດຕະການໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ວາງອອກ ຕ້ອງນໍາໄປສູ່ການຊີ້ນໍາຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຊີດຊູຄວາມເປັນເຈົ້າການສູງສຸດຂອງທຸກພາກສ່ວນໃນລະບົບການເມືອງ ຕິດພັນກັບການປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມ, ທົ່ວປວງຊົນ, ສ້າງເປັນຂະບວນການຕົວຈິງ ເພື່ອຈັດຕັ້ງປະຕິບັດ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ ພາຍໃຕ້ການນໍາພາຊີ້ນໍາ ຂອງຄະນະພັກ, ການຄຸ້ມຄອງບໍລິຫານຂອງອົງການປົກຄອງ ຢູ່ແຕ່ລະຂັ້ນ. 


ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພະນັກງານຂອງພັກ ໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນສາເຫດຕົ້ນຕໍ ທີ່ພາໃຫ້ມີຄວາມຫຍຸ້ງຍາກ ໃນວຽກງານພະນັກງານ ໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ທຸກຂອດໃນວຽກງານພະນັກງານ ໃນຊຸມປີຕໍ່ໜ້າ,ຍົກສູງຄວາມສາມາດນຳພາ ຂອງອົງ ຄະນະພັກແຕ່ລະຂັ້ນ ຕໍ່ກັບວຽກງານພະນັກງານ ເພື່ອຮັບປະກັນໃຫ້ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານເປັນລະບົບ, ມີຄຸນະພາບ ຕາມທິດຫັນເປັນໜຸ່ມ ໃຫ້ມີຄວາມໜັກແໜ້ນ ຕິດພັນກັບການບໍາລຸງສ້າງ, ຈັດວາງ, ຊັບຊ້ອນ, ການຄຸ້ມຄອງ, ປະເມີນຜົນ, ການປະຕິບັດນະໂຍບາຍ ແລະ ການປະຕິບັດມາດຕະການທາງວິໄນຕໍ່ພະນັກງານ ຢ່າງເປັນລະບົບ ແລະ ເຂັ້ມງວດ.

ກອງປະຊຸມຄົບຄະນະສະໄໝວິສາມັນຂອງບໍລິຫານງານສູນກາງພັກ XI ຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນ, ຊັ້ນຄົນຕ່າງໆ, ນັກທຸລະກິດ ແລະ  ຜູ້ປະກອບການໃນທົ່ວປະເທດ ຈົ່ງໃຫ້ການສະໜັບສະໜູນ, ຮ່ວມມື, ຕິດຕາມ, ກວດກາ, ຊ່ວຍເຫຼືອ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມຂະບວນການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ກໍ່ຄືການປັບປຸງກໍ່ສ້າງ-ພະນັກງານ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ສ້າງໄດ້ຄວາມສາມັກຄີເປັນປຶກແຜ່ນໃນລະບົບການເມືອງ-ສັງຄົມມີປະຊາທິປະໄຕ, ຍຸຕິທຳ, ປະເທດຊາດມັ່ງຄັ່ງເຂັ້ມແຂງ ແລະ ກ້າວຂຶ້ນສູ່ຈຸດໝາຍຢ່າງບໍ່ຢຸດຢັ້ງ.


Via Lao National Radio 

© ໂຕະນໍ້າຊາ | tonamcha.com
 _____
Powered by Blogger.