Header Ads

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 2 ຂອງແຂວງສະຫວັນນະເຂດທີ່ເສຍຊີວິດ



ອີງຕາມການລາຍງານຂອງ ໂທລະພາບ ແຂວງສະຫວັນນະເຂດ ແລະ ກູ້ໄພແຂວງສະຫວັນນະເຂດວ່າ: ໃນເຊົ້າວັນທີ 27 ກໍລະກົດ 2021 ມື້ນີ້ຜູ້ຕິດເຊື້ອ ໂຄວິດ-19 ຢູ່ແຂວງສະຫວັນນະເຂດເສຍຊີວິດເພີ່ມອີກ 1 ຄົນ ເປັນເພດຍິງ ອາຍຸ 23 ປີ ຢູ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ  ເຊິ່ງເປັນກໍລະນີທີ 2 ຂອງແຂວງສະຫວັນນະເຂດທີ່ເສຍຊີວິດ. ຂໍ້ມູນເບື້ອງຕົ້ນຜູ້ກ່ຽວແມ່ນແຮງງານກັບຈາກປະເທດເພື່ອນບ້ານ ພາຍຫລັງກັກກັນຢູ່ສູນ ແລະ ກວດພົບເຊື້ອ ແລ້ວເຂົ້າຮັບການປິ່ນປົວແຕ່ວັນທີ 9 ກໍລະກົດ 2021 ແລະ ໄດ້ເສຍຊີວິດໃນເຊົ້າວັນທີ 27 ກໍລະກົດ 2021. 


ຂໍ້ມູນເພີ່ມເຕີມ : https://www.facebook.com/TVsavannakhet.ch12/photos/a.670402869749942/3939280692862127/


© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.