Header Ads

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ແບບໝັ້ນຄົງ ແລະຍືນຍົງ



ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ແບບໝັ້ນຄົງ ແລະຍືນຍົງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ກໍລະກົດ 2021 ຢູ່ທີ່ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງແຂວງຈໍາປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມມາດ ພົລເສນາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ຮອງປະທານສະພາແຫ່ງຊາດ.ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ທ່ານ ອິມ ມູ ຮອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ.ທ່ານຕາງໜ້າກະຊວງກະສິກຳ ແລະ ປ່າໄມ້,ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງ,ຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມຄັ້ງນີ້ໄດ້ຜ່ານ ບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ).   ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານ ດົງຫົວສາວ ແລະ ເຊປຽນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ,ຊຶ່ງພົ້ນເດັ່ນໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວ ພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານດົງຫົວສາວ ແລະເຊປຽນໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.


ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ   ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເຊິ່ງເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ,ນໍ້າ,ປ່າໄມ້,ຊີວະນາໆພັນ ທໍາມະຊາດແລະສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ,ການສ້າງລາຍຮັບແລະລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸລັກ. 


ຊຶ່ງການທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງ ນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ, ສະນັ້ນກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ,ບໍລິຫານ,ຈັດການ,ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.ຊຶ່ງເປົ້າໝາຍຫຼັກນີ້ແມ່ນເລັງໃສ່ການຮ່ວມມື ແລະຂໍການ ສະໜັບສະໜູນ,ຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.


ໂດຍ : ເກດສະໜາ ແກ້ວສຸວັນນະແສງ

Via Lao National Radio 


© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.