Header Ads

ການກໍ່ສ້າງເຮືອນໃຫ້ປະຊາຊົນ ທີ່ປະສົບໄພສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກຈະສໍາເລັດປີນີ້



ມາຮອດປັດຈຸບັນ, ການກໍ່ສ້າງເຮືອນຢູ່ຖາວອນ 700 ຫຼັງ ໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ສຳເລັດແລ້ວ 65%  ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສໍາເລັດໃນທ້າຍປີ 2021 ນີ້.

ທ່ານ ລັດຕະນະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ທັງເປັນຄະນະຮັບຜິດຊອບການກໍ່ສ້າງພື້ນຖານໂຄງລ່າງໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ໃນໂອກາດຄົບຮອບ 3 ປີ ເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ (23/7/2018 - 23/7/2021) ວ່າ: ເຮືອນຢູ່ຖາວອນທີ່ກໍ່ສ້າງມີທັງໝົດ 802 ຫຼັງ, ໃນນີ້ ເປັນທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ 66 ຫຼັງ ແລະ ລັດຖະບານໄທ 45 ຫຼັງ ໄດ້ກໍ່ສ້າງສໍາເລັດແລ້ວ. ສ່ວນອີກ 700 ຫຼັງ ແມ່ນທຶນຂອງບໍລິສັດທີ່ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ມູນຄ່າຈຳນວນ 24,5 ລ້ານໂດລາ, ເລີ່ມລົງມືກໍ່ສ້າງນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ມາຮອດປັດຈຸບັນ ການກໍ່ສ້າງໂດຍລວມສໍາເລັດແລ້ວ 65% ໃນນີ້ ມີປະຊາຊົນໄດ້ຢູ່ແລ້ວ 182 ຄອບຄົວ, ສ່ວນທີ່ເຫຼືອຈະສືບຕໍ່ໃຫ້ປະຊາຊົນໄດ້ຢູ່ອາໄສເປັນແຕ່ລະໄລຍະ ເລີ່ມແຕ່ເດືອນສິງຫາຈົນຮອດເດືອນທັນວາປີ 2021 ໃຫ້ສໍາເລັດທັງໝົດ.


ທ່ານ ລັດຕະນະພອນ ເທບສຸວັນ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວ ພົບຄວາມຫຍຸ້ງຍາກສົມຄວນ ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າອຸປະກອນກໍ່ສ້າງ ແລະ ແຮງງານຂອງບໍລິສັດຮັບເໝົາກໍ່ສ້າງບໍ່ສະດວກເທົ່າທີ່ຄວນ. ແນວໃດກໍຕາມ ຄະນະຮັບຜິດຊອບໂຄງການການກໍ່ສ້າງພື້ນຖານໂຄງລ່າງໝັ້ນໃຈວ່າການກໍ່ສ້າງຈະສໍາເລັດແນ່ນອນໃນທ້າຍປີ 2021 ນີ້.


ສໍາລັບການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວແບ່ງອອກເປັນ 4 ປະເພດ ຄື: ປະເພດທີ 1: ເຮືອນກໍ່ສອງຊັ້ນ; ປະເພດທີ 2: ເຮືອນກໍ່ຊັ້ນລຸ່ມ ແລະ ຊັ້ນເທິງໄມ້; ປະເພດທີ 3: ເຮືອນກໍ່ຊັ້ນດຽວ; ປະເພດທີ 4: ເຮືອນມີກ້ອງຕະລ່າງ. ທັງໝົດນີ້ ໄດ້ຈັດແບ່ງໃຫ້ປະຊາຊົນໂດຍອີງຕາມຜົນເສຍຫາຍ ຫຼື ຖານະແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕົວຈິງທີ່ມີການປະເມີນຈາກຄະນະຮັບຜິດຊອບຢ່າງລະ ອຽດແລ້ວ. 


ຂ່າວ-ພາບ: ບຸນຕຽງ ຈັນທະວົງ

(ນສພ ປະຊາຊົນ)


© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.