Header Ads

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບເນັ້ນ​ເດັດ​ຂາດໂປ່ງ​ໃສ ແລະ ມື​ອາ​ຊີບ



ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດໂດຍ​ຫຍໍ້ຕໍ່​ກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ IX ໂດຍ​ມີ​ຈຸດ​ປະ​ສົງເພື່ອ​ສຸມ​ໃສ່​ແກ້​ໄຂ 2 ບັນ​ຫາ​ດັ່ງ​ກ່າວ​ໃຫ້​ຜ່ອນ​ຄາຍ​ລົງ​ຢ່າງ​ຈະ​ແຈ້ງ ດ້ວຍ​ການ​ປັບ​ປຸງ​ນະ​ໂຍ​ບາຍກໍ​ຄື​ກົນ​ໄກ​ຄຸ້ມ​ຄອງ​ໃນ​ບາງ​ດ້ານ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ ຊຶ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນອກ​ຈາກ​ຈະ​ຢຶດ​ໝັ້ນ​ຕາມຫຼັກ​ການ​ນຳ​ພາ​ຂອ​ງ​ພັກ ແລະ ການ​ຄຸ້ມ​ຄອງ​ດ້ວຍ​ລະ​ບຽບ​ກົດ​ໝາຍ​ແລ້ວຍັງ​ຕ້ອງ​ເນັ້ນ​ຕໍ່ຫຼັກ​ການ​ສະ​ເພາະ​ເຊັ່ນ: “ເດັດ​ຂາດ, ໂປ່ງ​ໃສ ແລະ ມື​ອາຊີບ”.


 ກອງ​ປະ​ຊຸມ​ວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ IX ໃນ​ວັນ​ທີ 5 ສິງ​ຫາ 2021 ທ່ານພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບ​ໂດຍ​ຫຍໍ້​ໃຫ້ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ (ສ​ສ​ຊ) ພິ​ຈາ​ລະ​ນາ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ວ່າ: ຈຸດປະສົງລວມຂອງວາລະແຫ່ງຊາດ ແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດຂອງປະເທດ ໃຫ້ຜ່ອນຄາຍລົງຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກໍຄືກົນໄກການຄຸ້ມຄອງໃນບາງດ້ານ ທີ່ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງໃນດ້ານເສດຖະກິດ-ການເງິນ ແລະ ຄວາມສະຫງົບຂອງສັງຄົມ ເປັນກ້າວໆໂດຍໄດ້ກໍານົດເວລາເປັນ 2 ປີ ເຄິ່ງ (ແຕ່ປີກາງປີ 2021 ຫາ 2023). ຫຼັງຈາກນັ້ນ ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົມຄວນ.


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ອີກວ່າ: ຫຼັກການລວມ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ນອກຈາກຕ້ອງຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງດ້ວຍລະບຽບກົດໝາຍແລ້ວ ຍັງຕ້ອງເອົາໃຈໃສ່ ເນັ້ນໜັກຕື່ມຕໍ່ຫຼັກການສະເພາະ ເຊັ່ນ: “ເດັດຂາດ, ໂປ່ງໃສ ແລະ ມືອາຊີບ (ຫຼັກວິຊາການ)”.


ເດັດຂາດ: ໝາຍເຖິງຕ້ອງມີຄວາມຕັດສິນໃຈສູງສຸດ ທັງໃນອົງການຂອງພັກ ແລະ ລັດ ແຕ່ເທິງລົງລຸ່ມ ບົນພື້ນຖານສ້າງຄວາມເຂົ້າໃຈຢ່າງຖືກຕ້ອງທີ່ເປັນເອກະພາບ ກ່ຽວກັບຄວາມຮຸນແຮງຂອງບັນຫາ ແລະ ຄວາມຈໍາເປັນຕ້ອງນໍາໃຊ້ມາດຕະການເດັດຂາດໃນການແກ້ໄຂບັນຫາ ເພື່ອໃຫ້ມີໝາກຜົນຕົວຈິງ.


ໂປ່ງໃສ: ຫຼັກການນີ້ສໍາຄັນຫຼາຍ, ໃນຂະບວນການແກ້ໄຂບັນຫາ ບັນດາມາດຕະການທີ່

ຮັບຮອງເອົານັ້ນຕ້ອງໂປ່ງໃສ ປະຊາຊົນສາມາດມີສ່ວນຮ່ວມທັງຂອດຈັດຕັ້ງປະຕິບັດຕົວຈິງ ແລະ ຂອດການຕິດຕາມ, ກວດກາຄວາມຄືບໜ້າຕ່າງໆໄດ້. ຄວາມໂປ່ງໃສ ຍັງສະແດງເຖິງຄວາມຊື່ສັດ, ຈິງໃຈຂອງລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ຊຶ່ງຈະເປັນແນວປ້ອງກັນທີ່ດີທີ່ສຸດໃຫ້ແກ່ຜູ້ທີ່ຕັດສິນໃຈປັບປຸງປ່ຽນແປງ ທັງເປັນເຄື່ອງມືທີ່ດີທີ່ສຸດໃນການສ້າງຄວາມເຊື່ອໝັ້ນ, ເຫຼື້ອມໃສສັດທາຈາກພາຍໃນ ແລະ ສາກົນ ຕໍ່ລັດຖະບານທີ່ມີຄວາມຕັ້ງໃຈແກ້ໄຂບັນຫາຂອງຕົນເອງ ແລະ ຈະເປັນແຮງຈູງໃຈດຶງດູດການສະໜັບສະໜູນຂອງກໍາລັງແຮງຈາກທຸກພາກສ່ວນພາຍໃນຊາດ ໃນການຈັດຕັ້ງປະຕິບັດ. 


ມືອາຊີບ (ຫຼັກວິຊາການ): ການແກ້ໄຂບັນຫາເສດຖະກິດ-ການເງິນ ກໍຄືບັນຫາຢາເສບຕິດ ຈໍາເປັນຕ້ອງນໍາໃຊ້ຄວາມຮູ້ ຄວາມຊໍານານ ໃນລະດັບທີ່ແນ່ນອນ ທາງດ້ານຫຼັກວິຊາການ ແລະ ວິຊາສະເພາະຂອງພາກສ່ວນກ່ຽວຂ້ອງ ຊຶ່ງບໍ່ອາດສາມາດເຮັດຕາມລໍາພັງໃຈ ຫຼື ຄວາມຮູ້ສຶກອັດຕະວິໄສຂອງຜູ້ໃດຜູ້ໜຶ່ງໄດ້; ການແກ້ໄຂບັນຫາຈໍາເປັນຕ້ອງໄດ້ນໍາໃຊ້ຄວາມຊ່ຽວຊານສະເພາະດ້ານເຊັ່ນ: ດ້ານການເງິນ, ທະນາຄານ, ກົດໝາຍ ແລະ ອື່ນໆ ເຂົ້າມາຊ່ວຍວິເຄາະ, ສັງເຄາະການວາງແຜນ ແລະ ໃຫ້ຄໍາແນະນໍາແກ່ລັດຖະບານຜູ້ມີອໍານາດຕັດສິນບັນຫາຕ່າງໆ ໝາຍຄວາມວ່າການແກ້ໄຂບັນຫາທັງໝົດນັ້ນ ຕ້ອງເປັນໄປຕາມຫຼັກວິຊາການ ບົນພື້ນຖານຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງກົກຮາກທີ່ແທ້ຈິງຂອງບັນຫາ ຕະຫຼອດຮອດວັດທະນະທໍາ, ການເຄື່ອນເໜັງຂອງກົນໄກທາງດ້ານການເງິນ, ການບໍລິຫານຂອງອົງການລັດຂັ້ນຕ່າງໆທີ່ເກີດຂຶ້ນທຸກຂັ້ນ ເພື່ອສາມາດວິເຄາະໃຫ້ໄດ້ ເຖິງແກ່ນແທ້ຂອງບັນຫາ ແລ້ວຫາວິທີແກ້ໄຂແບບຍືນຍົງ ເພື່ອຮັບມືກັບສະພາບທີ່ເປັນຢູ່ໃນປັດຈຸບັນ ແລະ ໃນອະນາຄົດ.


ທາງດ້ານ ໂຄງປະກອບລວມ ຂອງວາລະແຫ່ງຊາດ ທັງ 2 ສະບັບ ປະກອບມີ 4 ພາກໃຫຍ່ ຄື: ພາກທີ 1: ຄວາມຈໍາເປັນ ແລະ ຮີບດ່ວນ ຂອງວາລະແຫ່ງຊາດ, ພາກທີ 2: ທັດສະນະ-ແນວຄິດຊີ້ນໍາ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ; ພາກທີ 3: ທິດທາງແກ້ໄຂ ແລະ ມາດຕະການ ແລະ ພາກທີ 4: ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ.

    

ສຳ​ລັບວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ

ຖະກິດ-ການເງິນ ໂດຍສັງລວມແລ້ວແມ່ນ: (ໜຶ່ງ) ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ຜະ​ລິດເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂຶ້ນ). (ສອງ) ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ. (ສາມ) ສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ ແລະ ຍົກສູງປະສິດທິຜົນ ການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ. ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາ ໃນການນໍາໃຊ້ລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ທີ່ນໍາໃຊ້ງົບປະມານຂອງລັດ ໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ. (ສີ່) ສ້າງສະຖຽນລະພາບດ້ານການເງິນ. (ຫ້າ) ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍຈະປັບປຸງຮ່າງກົດໝາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.


ສໍາລັບວຽກຈຸດສຸມໃຫຍ່ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສັງ ລວມແລ້ວແມ່ນ: (ໜຶ່ງ) ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ເຮົາ; (ສອງ) ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ. (ສາມ) ປັບປຸງ ກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດໝາຍ, ອົງການຕຸລາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ. (ສີ່) ຍົກສູງປະສິດທິພາບ ດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ. (ຫ້າ) ປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນຂອງການຈັດຕັ້ງຕ່າງໆກ່ຽວຂ້ອງ (ຫົກ) ເພີ່ມທະວີວຽກງານການຮ່ວມມືສາກົນ.


ນອກ​ຈາກ​ນີ້ ລັດ​ຖະ​ບານ​ຍັງ​ສະ​ເໜີ​ປັບ​ປຸງ​ກົດ​ໝາຍກົດ​ໝາຍ​ຈຳ​ນວນ 5 ສະ​ບັບທີ່ພົວພັນກັບວາລະແຫ່ງຊາດທັງສອງສະ​ບັບເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ ຄື: (1) ຮ່າງກົດ ໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ; (2) ຮ່າງກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ; (3) ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້; (4) ຮ່າງກົດໝາຍວ່າດ້ວຍ ອາກອນລາຍໄດ້ ແລະ (5) ຮ່າງກົດໝາຍວ່າດ້ວຍຢາເສບຕິດ. ນອກຈາກນັ້ນ, ຍັງມີຮ່າງດໍາລັດ 2 ສະບັບ ແລະ ຄໍາສັ່ງ 1 ສະບັບ ປະກອບດ້ວຍ: (1) ຮ່າງດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸ່ມເຟືອຍ; (2) ຮ່າງດໍາລັດວ່າດ້ວຍລົດຂອງລັດ ຕິດພັນກັບລົດປະຈໍາຕໍາແໜ່ງ ແລະ (3) ຮ່າງຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.


ຂ່າວ-ພາບ: ຄຳ​ເຮືອງ

ນສພ ປະຊາຊົນ 

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.