Header Ads

ຖອດລະຫັດ 9 ເຄັບລັບຄວາມສໍາເລັດຂອງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິກາ



1. ຄວາມພອ້ມ
 ການກຽມຄວາມພ້ອມຖືເປັນໝາກຫົວໃຈສຳລັບທຸກພາລະກິດ. ການສະແດງວິໄສທັດຄັ້ງທຳອິດລະຫວ່າງ ທ່ານ ບາຣັກ ໂອບາມາ ແລະ ທ່ານ ມິດ ຣອມນີ(ຄູ່ແຂ່ງ) ຜົນປະກົດວ່າ ທ່ານ ທ່ານ ມິດ ຣອມນີ ສາມາດເຮັດໄດ້ດີກວ່າ ທ່ານ ບາຣັກ ໂອບາມາ ແຕ່ມີຫຼາຍນັກວິເຄາະໃຫ້ຂໍ້ສັງເກດວ່າ ທ່ານ ໂອບາມາອາດມີຄວາມພ້ອມໝ້ອຍກວ່າຄູ່ແຂ່ງ ຫຼື ອາດກະກຽມຂໍ້ມູນຍັງບໍ່ພຽງພໍສຳລັບເວທີທຳອິດ. ສະນັ້ນ, ການສະແດງວິໄສທັດພາຍຫຼັງຈະເຫັນໄດ້ຄວາມແຕກຕ່າງເຊິ່ງ ທ່ານ ໂອບາມາເຮັດໄດ້ດີກວ່ານັດທຳອິດຢ່າງຈັດເຈນ;

2. ຄວາມເປັນຜູ້ນຳຕະຫຼອດການ
 ເຖິງແມ່ນວ່າຈະມີໂພສຂ່າວຫຼາຍສຳນັກຂ່າວອອກມາເພື່ອນໍາສະເໜີຜົນຄວາມນິຍົມລະຫວ່າງຄູ່ແຂ່ງ ແຕ່ໃນຈິດວິນຍານຂອງຜູ້ນຳ ທ່ານເລືອກທີ່ຈະຮັບມື ແລະ ແກ້ໄຂບັນຫາຂອງສ່ວນລວມກ່ອນເລື່ອງສ່ວນຕົວ ໂດຍທ່ານ ໂອບາມາປະກາດຢຸດການຫາສຽງແຕ່ກັບມາຮັບມືກັບພະຍຸ ແຊນດີແທນ ທີ່ກຳລັງຈະພັດເຂົ້າອາເມຣິກາ ໃນປີນັ້ນ;

3. ກົນລະຍຸດດ້ານຈິດຕະວິທະຍາ
 ຫຼັງຈາກຮັບມືກັບພະຍຸ ແຊນດີແລ້ວ. ທ່ານ ໂອບາມາກັບສູ່ສະໜາມເລືອກຕັ້ງ ທ່ານເລືອກລັດທີ່ພັກຕົນເອງມີຄະແນນສຽງຢູ່ແລ້ວໂດຍນຳໃຊ້ຍຸດທະສາດດ້ານຈິດຕະວິທະຍາເພື່ອສ້າງພາບວ່າມີຜູ້ສະໜັບສະໜູນຈໍານວນຫຼາຍສະໜັບສະໜູນ ແລະ ຕໍ່ຍອດພາບລັກນັ້ນ ໃຫ້ຜູ້ສະໜັບສະໜູນລັດອື່ນເຫັນພາບ ເຊິ່ງຜົນຈະເກີດຄວາມເຊື່ອໝັ້ນ ແລະ ເທຄະແນນສຽງໃຫ້ທ່ານ ເຊີ່ງເປັນຍຸດທະຍາດນີມີຜົນທາງຈິດຕະທິຍາຕໍ່ຜູ້ສະໜັບສະໜູນ;

4. ຮຽນຮູ້ຈາກສິ່ງທີ່ຜິດພາດ
ທ່ານ ໂອບາມາ ອອກມາຖະແຫຼງກ່ຽວກັບບັນຂໍ້ຜິດພາດໃນການສະແດງວິໄສທັດຄັ້ງທຳອິດ ພ້ອມກັບບັນດານະໂຍບາຍທີ່ບໍ່ທັນໜ້າພໍໃຈ ແລະ ທ່ານເອງກໍ່ຍອມຮັບ ແລະ ພອ້ມທີ່ຈະຮຽນຮູ້ຈາກສິ່ງຜິດພາດນັ້ນເພື່ອນຳມາເປັນບົດຮຽນ ແລະ ປັບປຸງໃຫ້ດີຂື້ນໃນອະນາຄົດ;

5. ຮູ້ບຸນຄຸນ
ພາລະກິດທຳອິດຂອງ ທ່ານ ໂອບາມາພາຍຫຼັງຊະນະການເລຶອກຕັ້ງ ທ່ານອອກມາສະແດງຄວາມຮູ້ບຸນຄຸນ,ຂອບໃຈຕໍ່ຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນ ແລະ ການສະໜັບສະໜູນເຂົາໃນສະໃໝທີສອງ ພ້ອມທຫງຂອບໃຈທຸກພາກສ່ວນລວມທັງທີມງານ ແລະ ຊົມເຊີຍຄູ່ແຂ່ງເຊັນດຽວກັນ ເຊິ່ງນັ້ນບໍ່ໝາຍເຖີງຍຸດທະສາດດ້ານຈິດຕະວິທະຍາເທົ່ານັ້ນ ແຕ່ມັນຫາກສະແດງເຖິງນໍ້າໃຈ ແລະ ພາວະຜູ້ນຳອັນຍິ່ງໃຫ່ຍ;

6. ມີເປົ້າໜາຍທີ່ຈັດເຈນ
 ເຮົາອາດຈະເຫັນເປົ້າໜາຍທີ່ຈັດເຈນຂອງ ທ່ານ ໂອບາມາ ໃນການຫາສຽງຜ່ານນະໂຍບາຍ ແລະ ເປົ້າໝາຍທີ່ຊັດເຈນ ເຊິ່ງຈະເຫັນຄວາມແຕກຕ່າງກັບ ທ່ານ ມິດຣອມມີ (ຄູ່ແຂ່ງ) ທີ່ມີເປົ້າໜາຍ ຫຼື ນະໂຍບາຍໂອ່ນອຽງໄປມາ ແລະ ບໍ່ຊັດເຈນ ນັ້ນກໍເປັນເຫດຜົນທີ່ເຮັດໃຫ້ ທ່ານ ໂອບາມາ ມີໄຊຊະນະເໜືອນຄູ່ແຂ່ງ;

7. ໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດ
ສິ່ງໜຶ່ງທີ່ເຮົາອາດປະກົດເຫັນໃນການເລຶອກຕັ້ງ ສະຫະລັດອາເມຣິກາທຸກໆຄັ້ງນັ້ນຄືການນຳໃຊ້ເຕັກໂນໂລຊີມາເປັນເຄຶ່ອງມືທີ່ສຳຄັນໃນການກາສຽງ ເຊີ່ງ ທ່ານ ໂອບາມາ ກໍນຳໃຊ້ເຄື່ອງມືເຫຼົ່ນນັ້ນເພື່ອຫາສ່ຽງຜ່ານເຄື່ອຄ່າຍສັງຄົມອອນລາຍເຊັ່ນ: Facebook, Twitter ແລະ ອື່ນໆ. ເຖິງແມ່ນວ່າການຫາສຽງຕ້ອງຢຸດຕິຊົ່ວຄາວລະຫວ່າງປະເຊີນພະຍຸແຊນດີ ແຕ່ທ່ານກໍຍັງສາມາດດໍາເນີນການຫາສຽງຜ່ານສື່ອອນລາຍ. ນັ້ນກໍເປັນປະໂຫຍດຂອງເຕັກໂນໂລຊີທີ່ເຮົາບໍ່ຄວນເບີ່ງຂ້າມ ແລະ ປັດຈຸບັນຍິ່ງມີບົດບາດ ແລະ ເປັນເຄື່ອງມື PR ໃນອະນາຄົດ;

8. ດຶງຈຸດແຂງຕົນເອງອອກມາໃຊ້
ລັດຖະບານພາຍໃຕ້ການນຳໂດຍທ່ານ ໂອບາມາ ມີຈຸດແຂງແມ່ນນະໂຍບາຍການຕ່າງປະເທດ.ສະນັ້ນ, ທ່ານ ໂອບາມາຈິ່ງພະຍາຍາມສະແດງຈຸດແຂງຂອງຕົນເອງອອກມາ ແລະ ເວົ້າໃນຈຸດເສດຖະກິດໃຫ້ໜ້ອຍລົງເພາະເລື່ອງນີ້ ທ່ານ ໂອບາມາ ອາດມີຄະແນນທີ່ບໍ່ດີເທົ່າທີ່ຄວນແຕ່ກໍ່ບໍ່ຂີ້ລາຍຈົນເກີນໄປ. ພ້ອມດຽວກັນນັ້ນ ທ່ານ ໂອບາມາ ກໍ່ພະຍາມດຶງຈຸດແຂງຂອງຕົນໃນການເປັນນັກເວົ້າທີ່ດີເລີດເພື່ອອະທິບາຍປະເດັນຕ່າງໆໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍຂື້ນ;

9. ຄອບຄົວ
 ສິ່ງທີ່ຜູ້ສະໜັບສະໜູນປະທັບໃຈ ແລະ ທ່ານ ໂອບາມາເອງບໍ່ເຄີຍລືມນັ້ນຄື "ຄອບຄົວ" ທຸກຄັ້ງທີ່ທ່ານປະກົດຕົວໃນການປາໄສ, ພາບທີ່ອອກທາງສື່ອອນລາວ ແລະ ສື່ອື່ນໆ ລວມທັງການຫາສຽງໃນລັດຕ່າງໆ ເຮົາຈະປະກົດເຫັນຄອບຄົວຂອງທ່ານທຸກຄັ້ງເຊິ່ງເປັນຜູ້ສະໜັບສະໜູບຄົນທຳອິດ ແລະ ເປັນຄະແນນສຽງທີ່ປະເມີນຄ່າບໍ່ໄດ້. ດັ່ງນັ້ນ, ບໍ່ແປກໃຈເລີຍວ່າຜູ້ສະໜັບສະໜູນເບິ່ງເຫັນຫຍັງໃນອະນາຄົດ ແລະ ນະໂຍບາຍຂອງທ່ານ ຈົນເປັນທີ່ມາຂອງນະໂຍບາຍ Obama Care ໃນທີ່ສຸດ.
-----------------
tonamcha | tonamcha.com





Powered by Blogger.