Header Ads

ນໍ້າຕົກຕາດຫົວຄົນ


ນໍ້າຕົກຕາດຫົວຄົນ 
Tad Hau Khon Waterfall, Sekong Province



ຕາດຫົວຄົນຕັ້ງຢູ່ເຊນໍ້ານ້ອຍຕອນເທິງຕາດແຝກ ເຂດບ້ານດ່ານ, ເມືອງລະມາມ, ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສ່ວຍສົດງົດງາມອີກແຫ່ງໜຶ່ງຂອງແຂວງເຊກອງ ໂດຍຕາດມີຄວາມສູງ 8 - 10 ແມັດ, ແລະ ຍາວ 250 ແມັດ, ເປັນເຂດແດນ ລະຫວ່າງ ແຂວງເຊກອງ ກັບແຂວງອັດຕະປື ຊື່ງຫ່າງຈາກເທດສະບານແຂວງ 19 ກິໂລແມັດ ແລະ ຈາກເສັ້ນທາງເລກທີ 16 ໄປຫາຕາດ 1 ກິໂລແມັດ. ສຳລັບຕາດແຫ່ງນີ້ແມ່ນເປີດການບໍລິການໃຫ້ນັກທ່ອງທ່ຽວເຂົ້າຊົມແຕ່ປີ 1999 ເປັນຕົ້ນມາ.
ຕາດຫົວຄົນຕາມການເລົ່າຂານຂອງຜູ້ເຖົ້າຜູ້ແກ່ເຂດບ້ານດ່ານ ແລະ ບ້ານດອນຈັນວ່າ ກ່ອນຈະຕັ້ງຊື່ວ່າຕາດຫົວຄົນນັ້ນຍ້ອນສະໄໝລະບອບຈັກກະພັດຝລັ່ງມາປົກຄອງຢູ່ລາວໄດ້ມີຄົນຕາຍ ໄຫຼມາຕົກຄ້າງຢູ່ກ້ອງຕາດດັ່ງກ່າວຢູ່ເລື້ອຍໆ. ສະນັ້ນ ຜູ້ເຖົ້າຜູ້ແກ່ໃນຂອບເຂດບ້ານດັ່ງກ່າວເລີຍໃສ່ຊື່ຕາດນີ້ວ່າ "ຕາດຫົວຄົນ " ຈົນມາເຖິງປັດຈຸບັນ ແລະ ນໍ້າຕົກຕາດຫົວຄົນກໍກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດເພື່ອມາສຳພັດທໍາມະຊາດທີ່ນີ້.


-----
------------



Powered by Blogger.