ລັດຖະບານ ສປປ ລາວ ເອົາໃຈໃສ່ແກ້ໄຂບັນຫາ ລະເບີດບໍ່ທັນແຕກ
ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ, ໂດຍໄດ້ອອກຄຳສັ່ງ ເລກທີ 39/ນຍ ລົງວັນທີ 28 ກັນຍາ 2016 ວ່າດ້ວຍການເພີ່ມທະວີ ວຽກງານການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ເພື່ອເຮັດໃຫ້ ແຕ່ນີ້ຮອດປີ 2030 ຮັບປະກັນ ໃຫ້ຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດ ຈາກລະເບີດບໍ່ທັນແຕກ ໃນແຕ່ລະປີຫລຸດລົງເທື່ອລະກ້າວ ຈົນຮອດຈຸດຕ່ຳສຸດ, ຮັບປະກັນໃຫ້ສຳເລັດ ການກວດກູ້ລະເບີດ ບໍ່ທັນແຕກຕົກຄ້າງ ຢູ່ ບັນດາພື້ນທີ່ບູລິມະສິດ ພັດທະນາ, ບັນດາບ້ານທີ່ທຸກຍາກ ແລະ ຮັບປະກັນໃຫ້ຜູ້ລອດຊີວິດ ຈາກລະເບີດບໍ່ທັນແຕກທັງໝົດ ໄດ້ຮັບການຊ່ວຍເຫລືອ ທາງດ້ານການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ທີ່ທຸກຍາກໄດ້ຮັບການ ປະກອບອາຊີບ.
ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ເປີດເຜີຍໃຫ້ຮູ້ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະຜ່ານມາ (1996-7/2016) ເນື້ອທີ່ນາຫລາຍກວ່າ 60 ພັນເຮັກຕາ ໄດ້ຮັບການກວດກູ້, ໃນນັ້ນ 40 ພັນກວ່າເຮັກຕາ ແມ່ນເນື້ອທີ່ກະສິກຳ, ຫລາຍກວ່າ 20 ພັນເຮັກຕາ ແມ່ນເນື້ອທີ່ພັດທະນາຕ່າງໆ, ລະເບີດບໍ່ທັນແຕກ ຫລາຍກວ່າ 1,7 ລ້ານໜ່ວຍໄດ້ຖືກທຳລາຍ. ໃນນັ້ນ, ມີລະເບີດບົມໃຫຍ່ຫລາຍກວ່າ 7.500 ໜ່ວຍ, ລະເບີດລູກຫວ່ານ 8 ແສນກວ່າໜ່ວຍ, ລະເບີດຝັງດີນ 7 ພັນກວ່າໜ່ວຍ ແລະ ລະເບີດຊະນິດອື່ນໆ 9 ແສນກວ່າໜ່ວຍ.
ສປປ ລາວ ເປັນປະເທດທີ່ຖືກ ຖິ້ມລະເບີດທາງອາກາດ ຢ່າງໜັກໜ່ວງທີ່ສຸດ ໃນໄລຍະສົງຄາມອິນດູຈີນ ໃນປີ 1964-1973, ມີລະເບີດຖືກຖີ້ມລົງໃສ່ ແຜນດິນລາວ ຫລາຍກວ່າ 2 ລ້ານໂຕນ, ໃນນັ້ນ ສ່ວນຫລາຍແມ່ນ ລະເບີດລູກຫວ່ານ (ບົມບີ) ລະເບີດດັ່ງກ່າວ, ມີປະມານ 270 ລ້ານໜ່ວຍ ແລະ ຍັງມີຈຳນວນຫລາຍ ທີ່ຍັງບໍ່ທັນແຕກ, ນັກວິຊາການ ຄາດວ່າປະມານ 30% ແມ່ນຍັງບໍ່ທັນແຕກ ໝາຍຄວາມວ່າຍັງມີລະເບີດລູກຫວ່ານ ປະມານ 80 ລ້ານໜ່ວຍ ທີ່ຍັງຕົກຄ້າງ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆ ຢ່າງກວ້າງຂວາງ.
ຂ່າວ : ສຸກສະຫວັນ
© ໂຕະນໍ້າຊາ | tonamcha.com
___________
Post a Comment