Header Ads

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ອອກແຈ້ງການກ່ຽວກັບມາດຕະການຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ທີ່ເດີນທາງມາແຕ່ປະເທດໄທ


ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ເພື່ອປະຕິບັດຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ບັນດາ ແຈ້ງການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ຢູ່ ສປປ ລາວ. ຈຶ່ງແຈ້ງໃຫ້ບັນດາທ່ານ ເອົາໃຈໃສ່ປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາ ແຮງງານລາວ ຫຼື ພົນລະເມືອງລາວ ທີ່ຕົກຄ້າງຢູ່ ຣາຊະອານາຈັກໄທ, ໂດຍຕ້ອງປະຕິບັດຕາມກົນໄກ ຄືດັ່ງນີ້:


1. ແຮງງານລາວ ຫຼື ພົນລະເມືອງລາວ ທີ່ມີເອກະສານເດີນທາງຖືກຕ້ອງ, ຄົບຖ້ວນ ໃຫ້ຖືເອົາກົນໄກການປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ


2. ການຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ທີ່ເດີນທາງໄປ ຣາຊະອານາຈັກໄທ ແບບບໍ່ຖືກຕ້ອງ ໃຫ້ປະຕິບັດ

ຄືດັ່ງນີ້: (ສຶກສາອົບຮົມ, ກ່າວເຕືອນ ແລະ ຫ້າມບໍ່ໃຫ້ມີການປັບໃໝ)


2.1 ຜູ້ທີ່ມີເອກະສານ ຫຼື ຂໍ້ມູນ ທີ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ເຊັ່ນ: ບັດປະຈຳຕົວ, ສໍາມະໂນຄົວ ຫຼື ໜັງສື

ຢັ້ງຢືນອື່ນ ໃຫ້ປະຕິບັດ ຕາມກົນໄກການປະສານສົມທົບ ກັບດ້ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ;


2.2 ຜູ້ທີ່ບໍ່ມີເອກະສານ ຫຼື ຂໍ້ມູນ ທີ່ບໍ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ໃຫ້ປະສານສົມທົບກັບດ່ານເຊິ່ງໜ້າ

ເພື່ອເກັບກໍາຂໍ້ມູນ ເຊັ່ນ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ໃນ ສປປ ລາວ, ໄປເຮັດວຽກຫຍັງຢູ່ ໄທ, ເບີໂທພໍ່-ແມ່ ຫຼື

ຍາດພີ່ນ້ອງຢູ່ ລາວ ເພື່ອສັງລວມຂໍ້ມູນ ປະສານຫາພາກສ່ວນກ່ຽວຂ້ອງ ພິສູດວ່າເປັນພົນລະເມືອງລາວແທ້ ກ່ອນຈະອະນຸຍາດ ໃຫ້ເດີນທາງເຂົ້າ ສປປ ລາວ;


3. ການຮັບເອົາ ພົນລະເມືອງລາວ ຫຼື ແຮງງານລາວ ທຸກຄັ້ງ ຕ້ອງຮີບຮ້ອນປະສານສົມທົບກັບ ຄະນະສະເພາະກິດ

ທ້ອງຖິ່ນນັ້ນ ເພື່ອພາຕົວພວກກ່ຽວ ໄປກວດຫາເຊື້ອ COVID-19 ແລະ ໄປຈໍາກັດບໍລິເວນ ຕາມສະຖານທີ່ ທີ່ກໍານົດໄວ້.ຈາກນັ້ນ ໃຫ້ສັງລວມຂໍ້ມູນລາຍງານ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາວັນ (14:00 ໂມງ).


ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.



© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.