Header Ads

ສະຖານະການຊາຍແດນ ລາວ-ກຳປູເຈຍ ເຂົ້າສູ່ສະພາບປົກກະຕິ



ອີງຕາມການລາຍງານຂ່າວຂອງ ຂປລ ວ່າ: ໃນ​ວັນ​ທີ 17 ສິງຫາ 2017 ທີ່​ນະຄອນຫລວງ​ວຽງຈັນ, ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​​ໄດ້ຊີ້​ແຈງ​ຕໍ່ສື່​ມວນຊົນ ກ່ຽວກັບສະພາບ​ການ​ທີ່​ເກີດ​ຂຶ້ນ ​ເມື່ອ​ບໍ່ດົນ​ມາ​ນີ້ ຢູ່​ບໍລິ​ເວນ​ຊາຍ​ແດນ ລະຫວ່າງ​​ເມືອງ​ສະໜາມ​ໄຊ ແຂວງ​ ອັດຕະປື ສປປ ລາວ ​ແລະ ​​ເມືອງ​ແສນປາງ ແຂວງ​ຊຽງ​ແຕງ ຣາຊະ​ອານາຈັກກຳປູ​ເຈຍ​​​ ກໍ​ຄື ແກ້ງ​ຕໍ​ມໍ​ຄອຍ-​ຫ້ວຍ​ຕະ​ເງົາ ​​ເຊິ່ງ​ເປັນບໍລິ​ເວນ​ຊາຍ​ແດນ ​ທີ່​ຍັງຄົງ​ຄ້າງ, ມາ​ຮອດປັດຈຸບັນ ລັດຖະບານ​ສອງ​ປະ​ເທດ ​ໄດ້​ຮ່ວມ​ກັນດຳ​ເນີນ​ການແກ້​ໄຂ ​ໂດຍ​ສັນຕິວິທີ ​ເຮັດ​ໃຫ້ສະຖາ​ນະ​ການ​ທຸກ​ຢ່າງ​​ໃຫ້ເຂົ້າ​ສູ່​ຄວາມ​ເປັນ​ປົກກະຕິ.

ທ່ານແພງສະຫວັນ ແກ້ວປະເສີດ ຫົວໜ້າຫ້ອງການ ຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ: ພາຍຫລັງ​ທີ່​ມີ​ບັນຫາ​ເກີດ​ຂຶ້ນ​ຢູ່​ບໍລິ​ເວນ​ຊາຍ ລາວ-​ກຳປູ​ເຈຍ ​ໃນ​ວັນ​ທີ 12 ສິງຫາ 2017, ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​ເຕ​ໂຈ ຮຸນ​​ເຊນ ນາຍົກລັດຖະມົນຕີ ​ແຫ່ງຣາຊະ​ອານາຈັກ​ກຳປູ​ເຈຍ ​ແລະ ຄະນະ ​ໄດ້​ເດີນທາງ​ມາ​ຢ້ຽມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​ເພື່ອ​ປຶກສາ​ຫາລື​ຊອກ​ຊ່ອງ​ທາງ​ ແກ້​ໄຂ​ບັນຫາ​ດັ່ງກ່າວ ລະຫວ່າງ​ສອງ​ປະ​ເທດທີ່ກຳລັງ​ເຄັ່ງຮ້ອນ. ​ໂອກາດ​ນີ້, ສົມ​ເດັດ​ຮຸນ​ເຊ​ນ ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ສອງ​ຝ່າຍ​ໄດ້​ຫາລື ກ່ຽວກັບ​ແນວທາງ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ ​ຢູ່​ຊາຍ​ແດນ​ ອັດ​ຕະປື-ຊຽງ​ແຕງ ຢ່າງ​ກົງ​ໄປ​ກົງ​ມາ ຖານ​ມິດຕະພາບ, ບ້ານ​ພີ່​ເມືອງ​ນ້ອງ ອັນມີ​ມູນ​ເຊື້ອ​ການ​ພົວພັນ​ອັນ​ດີງາມ ທີ່​ມີ​ມາ​ແຕ່​ດົນ​ນານ.

 ພາຍຫລັງ​ສຳ​ເລັດ​ການ​ພົບ​ປະ​ ຂອງ​ນາຍົກລັດຖະມົນ​ຕີສອງ​ປະ​ເທດລາວ-​ກຳປູ​ເຈຍ ກໍ​ໄດ້​ຖະ​ແຫລ​ງ ການ​ຮ່ວມຕໍ່ສື່​ມວນ​ຊົນ ກ່ຽວກັບ​ຜົນ​ການ​ຫາລື​ຮ່ວມ​ກັນ ​ເຊິ່ງສອງ​ຝ່າຍ​ເຫັນ​ດີ​ ຖອນ​ກຳລັງ​ທະຫານ​ທັງໝົດ ອອກ​ຈາກ​ບໍລິ​ເວນ​ຊາຍ​ແດນ​ທີ່​ຍັງ​ຄົງ​ຄ້າງ ​ໃຫ້​ກັບ​ຄືນ​ກົມ​ກອງ ​ແລະ ທີ່​ຕັ້ງ​ເດີມ ບໍ່​ໃຫ້​ກາຍ​ຕອນ​ເຊົ້າ​ ຂອງ​ວັນ​ທີ 13 ສິງຫາ 2017, ​ໃນ​ຂະນະ​ທີ່​ ສົມ​ເດັດ​ຮຸນ​ເຊ​ນ ກໍ​ໄດ້​ສັ່ງ​ໃຫ້​ຢຸດຕິ​ການ​ສ້າງ​ເສັ້ນທາງ​ເຂົ້າ​ ໃນ​ເຂດ​ນັ້ນ ​ແລະ ຖອນ​ກອງ​ກຳລັງ​ທະຫານ ​ທີ່​ໄປ​ສະ​ສົມ​ໄວ້​ໃນ​ເຂດ​ນັ້ນ ກັບ​ຄືນ​ກົມ​ກອງ ​ເພື່ອ​ເຮັດ​ໃຫ້​ສະຖາ​ນະ​ການ​ຄວາມ​ເຄັ່ງ​ຕຶງ ​ເຂົ້າ​ສູ່​ຄວາມ​ເປັນ​ປົກກະຕິ ​ເພື່ອ​ສ້າງ​ຄວາມໝັ້ນ​ໃຈ​ໃຫ້​ແກ່​ປະຊາຊົນ​ທັງ​ສອງ​ປະ​ເທດ ​ແລະ ຈະ​ບໍ່​ໃຫ້​ເກີດ​ເຫດການ​ ທີ່​ບໍ່​ເພິ່ງ​ປາຖະໜາຂຶ້ນ​ອີກ.

ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ ມອບ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ກໍ​ຄື​ ຄະນະ​ກຳມະການ​ຊາຍ​ແດນ​ຮ່ວມ ລາວ-​ກຳປູ​ເຈຍ, ກຳປູ​ເຈຍ-​ລາວ ສືບຕໍ່ປຶກສາ​ຫາລື ​ແລະ ​ເຈລະຈາ​ແກ້​ໄຂ​ຈຸດ​ຊາຍ​ແດນ ທີ່​ຍັງ​ຄົງ​ຄ້າງ, ພ້ອມ​ທັງ​ໃຫ້​ປັກ​ຫລັກໝາຍຮ່ວມ​ກັນ ​ໃຫ້​ສຳ​ເລັດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ໂດຍ​ອີງ​ໃສ່​ຜົນສຳ​ເລັດ​ທີ່​ຜ່ານ​ມາ ​ແລະ ອີງ​ຕາມ​ເອກະສານ​ຫລັກ​ຖານກ່ຽວຂ້ອງ  ທີ່​ສອງ​ຝ່າຍ​ໄດ້​ຮັບຮອງ​ເອົາ​ຮ່ວມ​ກັນ​ແລ້ວ, ລວມທັງ​ສັນຍາ ​ແລະ ​ແຜນ​ທີ່​ຂອງ​ສອງ​ປະ​ເທດ​ທີ່​ມີ​ຢູ່​ໃນ​ປັດຈຸບັນ  ​ເປັນ​ພື້ນຖານ​ໃນ​ການ​ປຶກສາ​ຫາລື​ຕໍ່​ໄປ. ສອງ​ຝ່າຍ​ຍັງ​ຕົກລົງ​ຈະ​ສືບຕໍ່ສ້າງ​ເງື່ອ​ໄຂ ​ໃຫ້​ມີ​ການ​ປຶກສາ​ຫາລື ​ແລະ ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ນຳ​ກັນ ຢ່າງ​ເປັນ​ປົກກະຕິ ​ເພື່ອ​ຮ່ວມ​ກັນ​ແກ້​ໄຂ ​ບັນຫາ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຜົນ​ດີ.

​ໃນ​ປີ 1995 ລັດຖະບານ​ສອງ​ປະ​ເທດ ​ໄດ້​ຕົກລົງ​ໃຫ້​ມີ​ການ​ສຳ​ຫລວດ ​ແລະ ປັກ​ຫລັກໝາຍຊາຍ​ແດນ​ຮ່ວມ​ກັນ ​ເພື່ອ​ເຮັດ​ໃຫ້​ຊາຍ​ແດນ​ຂອງ​ສອງ​ ປະ​ເທດ​ມີ​ຄວາມ​ຈະ​ແຈ້ງ ​ແລະ ຊັດ​ເຈນ​ ຕະຫລອດ​ການ ທັງ​ເປັນ​ມໍລະດົກ​ຕົກ​ທອດ ​ໃຫ້​ແກ່​ອານຸຊົນ​ລຸ້ນຫລັງ​ສືບ​ທອດ​ກັນ​ຕໍ່​ໄປ. ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ສຳ​ຫລວດ​ທິດ​ທາງ ​ເນັ່ງ​ເສັ້ນ​ຊາຍ​ແດນ​ສຳ​ເລັດ​ປະມານ 87% ຂອງ​ລວງ​ຍາວ​ເສັ້ນ​ຊາຍ​ແດນ​ທັງໝົດ ​ແລະ ​ໄດ້​ກໍ່ສ້າງ​ຫລັກໝາຍຊາຍ​ແດນ​ຈຳນວນ 121 ຫລັກໝາຍ. ​ແຕ່​ຄຽງຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ຍັງ​ມີ​ຂໍ້ຄົງຄ້າງ​ຈຳນວນໜຶ່ງ ທີ່​ຈະ​ຕ້ອງ​ໄດ້​ປຶກສາ​ຫາລື ​ແລະ ​ແກ້​ໄຂ​ຮ່ວມ​ກັນ, ລວມທັງ​ບໍລິ​ເວນ​ແກ້ງ​ຕໍ​ມໍ​ຄອຍ-​ຫ້ວຍ​ຕະ​ເງົາ  ທີ່​ມີ​ສະພາບ​ພົ້ນ​ເດັ່ນ​ໃນ​ປັດຈຸບັນ ​ເຊິ່ງບໍລິ​ເວນ​ດັ່ງກ່າວ​ສອງ​ຝ່າຍ ຍັງ​ບໍ່ທັນ​ໄດ້​ ດຳ​ເນີນ​ການ​ສຳ​ຫລວດ ​ແລະ ກຳນົດ​ທິດ​ເນັ່ງ​ເສັ້ນ​ຊາຍ​ແດນ ​ເພື່ອ​ປັກ​ຫລັກໝາຍຊາຍ​ແດນ​ຮ່ວມ​ກັນ​ເທື່ອ  ຍ້ອນ​ວ່າ​ສອງ​ຝ່າຍ​ ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ ກ່ຽວກັບ​ພື້ນຖານ​ທີ່​ເປັນ​ບ່ອນ​ອີງ​ ໃນ​ການ​ຂີດ​ເສັ້ນ​ຊາຍ​ແດນ.

ດ້ວຍ​ເຫດ​ນີ້, ລັດຖະບານ​ສອງ​ປະ​ເທດ ຈຶ່ງ​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ກັນ​ວ່າ​ ເປັນ​ຈຸດ​ຄົງ​ຄ້າງ​ມິດ ຕະພາບ ​ແລະ ຫ້າມ​ບໍ່​ໃຫ້​ມີ​ການ​ດຳ​ເນີນ​ກິດຈະການ​ໃດໜຶ່ງ  ​ໂດຍ​ຝ່າຍ​ໃດ​ຝ່າຍໜຶ່ງ ​ແລະ ​ໃຫ້​ຮັກສາ​ບໍລິ​ເວນ​ນີ້ ​ໃຫ້​ຢູ່​ໃນ​ສະພາບ​ເດີມ ຈົນ​ກວ່າ​ທັງ​ສອງ​ຝ່າຍ​ຈະ​ມີ​ການ​ຕົກລົງ ​ກຳນົດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫລັກໝາຍຊາຍ​ແດນ​ສຳ​ເລັດ.


ຂ່າວ:ຣາຊະ​ວົງ-​ພາບ:ສະຫວາດ/ຂປລ  
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.