Header Ads

ກອງປະຊຸມລະຫວ່າງ ຮອງປະທານສະພາແຫ່ງຊາດລາວ ແລະຮອງປະທານສະພາ ສສ ຫວຽດນາມ






ອີງຕາມການລາຍງານຂອງ ນສພ ກອງທັບ ວ່າ : ໃນ ວັນທີ 23 ເມສາ 2018 ຜ່ານມານີ້, ທີ່ສະພາແຫ່ງຊາດລາວ ນະ ຄອນຫລວງວຽງຈັນ ໄດ້ມີການ ພົບປະສອງຝ່າຍລະຫວ່າງຄະ ນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ສະຫາຍ ພົນໂທ ແສງ ນວນ ໄຊຍະລາດ ເລຂາທິການ ສູນກາງພັກ, ຮອງປະທານສະ ພາແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນສະພາ ແຫ່ງຊາດຫວຽດນາມນຳໂດຍ ສະຫາຍ ນາງ ຕ໋ອງ ທິ ຝ໋ອງ ກໍາມະການກົມການເມືອງສູນ ກາງພັກ, ຮອງປະທານ ຜູ້ປະຈຳ ການສະພາແຫ່ງຊາດ
ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.ໃນໂອກາດດັ່ງກ່າວ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຕີລາຄາສູງ ແລະ ສະແດງ ຄວາມຂອບໃຈ ຕໍ່ສະຫາຍ ນາງ ຕ໋ອງ ທິ ຝ໋ອງ ແລະ ຄະນະ ທີ່ ໄດ້ນຳເອົາໄມຕີຈິດມິດຕະພາບ ອັນດູດດື່ມ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມຂອງ ພັກ, ສະພາແຫ່ງຊາດ, ລັດຖະ ບານ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງມາຍັງພັກ, ສະ ພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ, ພ້ອມທັງເຊື່ອ ໝັ້ນຢ່າງໜັກແໜ້ນວ່າການມາ ຢ້ຽມຢາມລາວຂອງສະຫາຍ ຮອງປະທານສະພາແຫ່ງຊາດ ໃນຄັ້ງນີ້, ຈະເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການ ເສີມສ້າງມູນເຊື້ອອັນດີງາມແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະ ເພາະລະຫວ່າງ ອົງການນິຕິບັນ ຍັດຂອງສອງປະເທດລາວ-ຫວຽດນາມພວກເຮົາທີ່ມີມາແຕ່ ດົນນານແລ້ວນັ້ນໃຫ້ມີຄວາມ ແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ.
ການພົບປະຄັ້ງນີ້, ແມ່ນຈັດ ຂຶ້ນໃນໂອກາດທີ່ ສະຫາຍ ນາງ ຕ໋ອງ ທິ ຝ໋ອງ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ແລກ ປ່ຽນບົດຮຽນຢ່າງເປັນທາງ ການຢູ່ ສປປ ລາວ ໃນລະຫວ່າງ ວັນທີ 23-26 ເມສາ 2018, ເຊິ່ງຈຸດປະສົງແມ່ນເພື່ອສືບຕໍ່ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ, ໂດຍສະເພາະລະຫວ່າງ ສອງສະພາ ແຫ່ງຊາດລາວ ແລະ ຫວຽດນາມໃຫ້ນັບມື້ເຂົ້າສູ່ລວງ ເລິກ ແລະ ເກີດດອກອອກຜົນ ຍິ່ງໆຂຶ້ນ ແລະ ເພື່ອຈັດຕັ້ງຜັນ ຂະຫຍາຍບົດບັນທຶກວ່າດ້ວຍ ການຮ່ວມມືລະຫວ່າງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມສະບັບລົງວັນທີ 6 ມີນາ 2017. ສຳລັບການພົວ ພັນຮ່ວມມືຂອງສະພາ ແຫ່ງຊາດ ລາວ ແລະ ຫວຽດນາມ ໃນໄລ ຍະ 1 ປີຜ່ານມາເຫັນວ່າສອງ ອົງການນິຕິບັນຍັດຂອງສອງປະ ເທດໄດ້ພົວພັນຮ່ວມມືຊ່ວຍເຫືຼອ ເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ສະໜິດສະໜົມ ແລະ ມີຫລາຍ ດ້ານທີ່ພົ້ນເດັ່ນ, ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມ ນັບແຕ່ການນຳຂັ້ນສູງສຸດຈົນ ຮອດລະດັບວິຊາການ ເປັນຈຳ ນວນຫລາຍຄະນະ, ການຈັດ ກອງປະຊຸມສໍາມະນາ ແລະ ແລກ ປ່ຽນບົດຮຽນກ່ຽວກັບການຈັດ ຕັ້ງປະຕິບັດພາລະບົດບາດນິຕິ ບັນຍັດ, ໃນຫົວຂໍ້ວິທະຍາສາດ “ການຄຸ້ມຄອງໜີ້ສາທາລະນະ, ການຄຸ້ມຄອງ ແລະ ພັດທະນາ ທີ່ດິນ”, ການແລກປ່ຽນທັດສະ ນະ, ຂໍ້ມູນ-ຂ່າວສານ ແລະ ສະ ໜັບສະໜູນ ໃນການເຄື່ອນໄຫວ ວຽກງານຢູ່ເວທີປຶກສາຫາລືລັດ ຖະສະພາພາກພື້ນ ແລະ ສາກົນ.

ໃນໂອກາດນີ້ສະຫາຍ ນາງ ຕ໋ອງ ທິ ຝ໋ອງ ກໍາມະການກົມການ ເມືອງສູນກາງພັກ,ຮອງປະ ທານ, ຜູ້ປະຈຳການສະພາແຫ່ງ ຊາດແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ຕື່ມອີກ .
ໂດຍ: ເພັດໃນຕົມ (ນສພ ກອງທັບ)
© ໂຕະນໍ້າຊາ 
_______
www.tonamcha.com
www.tonamchanews.com


Powered by Blogger.