Header Ads

ກຽມເປີດງານຕະຫລາດ ນັດແຮງງານໃນຕົ້ນເດືອນພຶດສະພາ 2018ນີ້





ພະແນກແຮງງານ ແລະ ສັດຫວັດດີການສັງຄົມ ນະຄອນຫລວງ ກຽມເປີດງານຕະຫລາດ ນັດແຮງງານ ໃນ ລະຫວ່າງ ວັນທີ 4-8 ພຶດສະພາ ທີ່ສູນການຄ້າລາວ-ໄອເຕັກ, ຄາດວ່າ ຈະມີຜູ້ເຂົ້າຮ່ວມງານ ປະມານ 5 ກວ່າພັນຄົນ ແລະ ຈະມີ ຜູ້ມາລົງທະບຽນ ສະໝັກວຽກຫລາຍກວ່າ 3 ພັນຄົນ, ອີກ 300 ກວ່າຄົນ ຄາດວ່າ ຈະໄດ້ຖືກບັນຈຸ ເຂົ້າເຮັດວຽກ ໃນຕຳແໜ່ງງານ, ໃນງານມີບັນດາຫົວໜ່ວຍແຮງງານເຂົ້າຮ່ວມ ຕັ້ງບຸດ ຮັບສະໝັກງານຈຳນວນ 150 ບຸດ ແລະ ມີຕຳແໜ່ງຫວ່າງ ຫລາຍກວ່າ 2 ພັນຕຳແໜ່ງ.



ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ ຫລວງວຽງຈັນ, ໄດ້ກ່າວວ່າ: ໃນງານຖະແຫລງຂ່າວ ງານຕະຫລາດນັດແຮງງານ ປີ 2018 ໃນ ວັນທີ 20 ເມສາ ນີ້ວ່າ: ຈຸດປະສົງ ຂອງການຈັດງານຄັ້ງນີ້, ກໍແມ່ນເພື່ອປະຕິບັດຕາມ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ຂອງ ນະຄອນຫລວງວຽງຈັນ ຄາດໝາຍທີ່ 3 ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ ປະກົດຜົນເປັນຈິງ ໃນການຄວບຄຸມ ອັດຕາການຫວ່າງງານ ໃຫ້ຢູ່ໃນລະດັບ 2% ຕໍ່ປີ, ພັດທະນາສີມືແຮງງານໃຫ້ໄດ້ 15 ພັນຄົນ ແລະ ຈັດຫາ ວຽກເຮັດງານທຳ ໃຫ້ໄດ້ 35 ພັນຄົນ; ເພື່ອສ້າງເງື່ອນໄຂ ແລະ ເອື້ອອຳນວຍ ຄວາມສະດວກ ໃຫ້ຜູ້ຕ້ອງການເຮັດວຽກ ແລະ ຫົວໜ່ວຍແຮງງານ ໄດ້ພົບປະກັນ, ລູກຈ້າງມີໂອກາດໄດ້ໂອ້ລົມ ກັບນາຍຈ້າງໂດຍກົງ ນຳໄປສູ່ການສະໝັກ ແລະ ຖືກບັນຈຸ ເຂົ້າໃນຕຳແໜ່ງງານທີ່ເໝາະສົມ ກັບຄວາມຮູ້ຄວາມສາມາດ ຂອງຜູ້ຊອກວຽກ; ເປັນເວທີໃນການສົ່ງເສີມການຕະຫລາດ ຂອງອົງກອນເຊັ່ນ: 


ຜະລິດຕະພັນ-ການບໍລິການ ລວມທັງການ ເປີດຊ່ອງທາງ ໃຫ້ແຕ່ລະອົງກອນ ໄດ້ຊອກຫາຄູ່ຮ່ວມ ທຸລະກິດໃໝ່ ແລະ ປູກຈິດສຳນຶກ ໃຫ້ຜູ້ປະກອບການ (ນາຍຈ້າງ) ແລະ ຜູ້ຊອກວຽກ ( ລູກຈ້າງ ) ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍ ປ່ຽນແປງໃໝ່ ແລະ ລະບຽບກົດໝາຍ ທີ່ກ່ຽວຂ້ອງກັບ ວຽກງານແຮງງານ ໂດຍສະເພາະ ແມ່ນການຈັດຈ້າງງານ ພ້ອມຮັບຮູ້, ເຂົ້າໃຈ ພາລະບົດບາດ ຂອງວຽກງານແຮງງານຫລາຍຂຶ້ນ.


ຕະຫລາດນັດ ແຮງງານໃນປີນີ້, ແມ່ນຈະຈັດຍິ່ງໃຫຍ່ ກວ່າປີຜ່ານໆມາ ເຊິ່ງມີຫລາຍກິດຈະກຳເຊັ່ນ: ລົງທະບຽນສະໝັກງານ ແລະ ກິດຈະກຳ ໃຫ້ຂໍ້ມູນຂ່າວສານ ກ່ຽວກັບການ ຊອກວຽກເຮັດງານທຳ, ຂໍ້ມູນກ່ຽວກັບ ການຝຶກອົບຮົມວິຊາຊີບ, ຂໍ້ມູນກ່ຽວກັບ ການຂະຫຍາຍຕົວ ຂອງຕະຫລາດແຮງງານ; ການນຳສະເໜີ ແລະ ໂຄສະນາເຜີຍແຜ່ເວັບໄຊ ເພື່ອຊອກຫາ ແຫລ່ງຂໍ້ມູນ ດ້ານການຊອກຫາ ວຽກເຮັດງານທຳ ໂດຍຜ່ານອິນເຕີເນັດ; ຈັດສຳມະນາ ກ່ຽວກັບການສ້າງ ແລະ ພັດທະນາສີມືແຮງງານ, ຄວາມຕ້ອງການ ຂອງຕະຫລາດແຮງງານ, ບັນຫາ ແລະ ສິ່ງທ້າທ້າຍ ໃນການ ຕອບສະໜອງ ດ້ານຄວາມຕ້ອງການ ຂອງແຮງງານ ແລະ ອື່ນໆ ອີກຫລາກຫລາຍ.

ຂ່າວ: ເພັດສະໄໝ 
© ໂຕະນໍ້າຊາ 
_______
www.tonamcha.com

www.tonamchanews.com


Powered by Blogger.