Header Ads

ກໍ່ເຫດທຸບແວ່ນເພື່ອລັກເອົາເຄື່ອງໃນຮ້ານສະດວກຊື້ແລ້ວພະຍາຍາມແລ່ນໜີ້ ແຕ່ໂຊກຮ້າຍຖືກລົດຕໍາຈົນລົງໄປກອງກັບພື້ນ !



ເຫການນີ້ເກີດຂື້ນທີ່  "Lubliniec" ປະເທດໂປແລນ ໂດຍຊາຍຄົນໃນຄລິບນີ້ກໍາລັງພະຍາຍາມທຸບແກ້ວໜ້າຮ້ານສະດວກຊື້ແຫ່ງໜຶ່ງເພື່ອເຂົ້າໄປລັກເອົາເຄື່ອງ ເຊິ່ງພຶດຕິກໍາແບບນີ້ເກີດຂື້ນມາແລ້ວ 2 ຄັ້ງໃນຮອບ 3 ອາທິດທີ່ຮ້ານແຫ່ງນີ້ ແລະ ທຸກຄັ້ງກ້ອງວົງຈອນປິດ (CCTV) ກໍບັນທຶກພາບໄວ້ໄດ້ທຸກຄັ້ງ ແຕ່ມື້ນີ້ຊາຍຄົນນີ້ (ຜູ້ກໍ່ເຫດ) ກັບມາອີກຄັ້ງດ້ວຍຄວາມຫວັງຈະເຮັດແບບເກົ່າ ແຕ່ບັງເອີນຊາຍມີຊາຍຄົນໜຶ່ງຍ່າງເຂົ້າມາຫ້າມຜູ້ກໍ່ເຫດ ແລະ ຜູ້ກໍເຫດກໍ່ເຮັດທ່າທີວ່າຈະທໍາຮ້າຍຊາຍຄົນທີ່ມາຫ້າມນັ້ນ.






ຊາຍຄົນທີ່ມາຫ້າມຈິ່ງໂທຫາເຈົ້າໜ້າທີ່ຕໍາຫຼວດມາຈັບຜູ້ກໍ່ເຫດ ເມື່ອຜູ້ກໍ່ເຫດເຫັນບໍ່ເປັນທ່າ ຈິ່ງຄິດຈະແລ່ນໜີແບບທຸກຄັ້ງ ແຕ່ມື້ນີ້ "ເວດກໍາມີຈິງ"  ຜູ້ກໍ່ເຫດແລ່ນໄປບໍ່ຮອດພໍ 10 ແມັດກັບຖືກລົດຕໍາເຂົ້າຢ່າງຈັງ ເຮັດໃຫ້ນອນລົງໄປກອງກັບພື້ນ. ຂໍ້ມູນເບື້ອງຕົ້ນຂອງເວບໄຊ Maildaily ລາຍງານວ່າ: ຜູ້ກໍເຫດຖືກນໍາໂຕສົ່ງໄປໂຮງໝໍ ແລະ ຖືກຈັບດໍາເນີດຄະດີຕາມກົດໝາຍ. 




ທີ່ມາ: DialyMail
© ໂຕະນໍ້າຊາ | tonamcha.com    

___________



Powered by Blogger.