Header Ads

ມາທໍາຄວາມຮູ້ຈັກ ວິນ​ລ່ຽມ​ຊິນ​ໂດມ ຫລື ພະຍາດ​ນາງ​ຟ້າ ພະຍາດ​ປະ​ຫລາດເພື່ອລູກນ້ອຍຫລີ້ກລ້ຽງພະຍາດນີ້ !



ພໍ່​ແມ່ທຸກຄົນ​ຄວນ​ຮູ້ຈັກ ວິນ​ລ່ຽມ​ຊິນ​ໂດມ ຫລື ພະຍາດ​ນາງ​ຟ້າ ພະຍາດ​ປະ​ຫລາດ​ຫາ​ຍາກ  ເຊິ່ງ tonamcha.com ເຊື່ອວ່າ ລູກແມ່ນ​ດວງ​ໃຈ​ຂອງ​ພໍ່​ແມ່ທຸກຄົນ  ເວລາ​ລູກ​ເຈັບ​ເປັນພໍ່​ແມ່​ຍ່ອມ​ເຈັບ​ຫລາຍກວ່າ​​ເທົ່າ​ຕົວ ໂດຍ​ສະເພາະ​ພໍ່​​ແມ່​ທີ່​ຕ້ອງ​ຄອຍ​ເບິ່ງແຍງ​ລູກໆ​ທີ່​ມີ​ອາການ​ປ່ວຍ​ກຸ່ມ​ອາການ​ດາວນ໌ ຫລື ດາວນ໌​ຊິນ​ໂດມ (Down syndrome) ພະຍາດ​ພັນ​ທຸ​ກຳ​ທີ່​ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ໂຄ​ໂມ​ໂຊມ​ທີ່​ພົບ​ໄດ້​ຫລາຍ​ໃນ​​ທົ່ວ​ໂລກ.

ເຊື່ອ​ວ່າ​ພໍ່​ແມ່​ທຸກ​ຄົນ​ຕ້ອງ​ທຸກ​ໃຈ ແລະ ​ຢາກ​ຫາ​ວິທີ​ປິ່ນປົວ​ລຸກນ້ອຍ​ໃຫ້​ຫາຍ​ເປັນ​ປົກກະຕິ ລວມ​ໄປ​ເຖິງ​ວິທີ​ການ​ລ້ຽງດູ​ລູກ​ທີ່​ປ່ວຍ​ເປັນ​ດາວນ໌​ຊິນ​ໂດ​ມ​ຢ່າງໃດ​ໃຫ້​ດີ​ທີ່ສຸດ​  ແນ່ນອນ​ ພະຍາດ​ວິນ​ລ່ຽມ​ຊິນ​ໂດ​ມ (Williams syndrome) ຫລື (ກຸ່ມ​ອາການ​ວິນ​ລຽມ (Williams–Beuren syndrome) ຫລື WBS) ຖື​ເປັນ​ພະຍາດ​ຂອງ​ພັດທະນາ​ການ​ລະບົບ​ປະສາດ​ທີ່​ພົບ​ໄດ້​ນ້ອຍ​ຫລາຍ​ ເຊິ່ງ​ສາ​ເຫດ​ຂອງ​ພະຍາດ​ດັ່ງ​ກ່າວ​ແມ່ນເກີດ​ຈາກ​ການ​ຫລຸດ​ຫາຍ​ຂອງ​ຍີນ​ປະ​ມານ 26 ຍີນ​​ຂອງ​ໂຄ​ໂມ​ໂຊມ​ຄູ່​ທີ່ 7.  

ສຳລັບ​ເດັກ​ນ້ອຍທີ່​ປ່ວຍ​ໃນ​ກຸ່ມ​ອາການ​ວິນ​ລຽມ​ນັ້ນ​ຈະ​ມີ​ລັກສະນະ​ສະເພາະ​ຄື ເດັກ​ທີ່​ປ່ວຍ​ຈະ​ມີ​ລັກສະນະ​ໃບ​ໜ້າ​ຄ້າຍ​ກັບ ພູ​ຕິ​ເອນຟ໌ (Elfin) ມີ​ດັງ​ແມບ ພຶດຕິກຳ​ລ່າ​ເລີງ​ຜິດ​ປົກກະຕິ, ຍິ້ມ​ງ່າຍ, ຫົວ​​ເກັ່,ງ ຕື່ນ​ເຕັ້ນ​ງ່າຍ, ມັກ​ຕົບ​ມື, ເຂົ້າ​ກັບ​ຄົນ​ແປກ​ໜ້າ​ງ່າຍ ແຕ່​ຄ່ອນ​ຂ້າງ​ພັດທະນາ​ການ​ລ່າ​ຊ້າ ໂດຍ​ສະເພາະ​ເລື່ອງ​ຂອງ​ພັດທະນາ​ການ​ໃນ​ເລື່ອງ​ການ​ໃຊ້​ພາສາ​ຈະ​ຊ້າ​ກວ່າ​ເດັກ​ຄົນ​ອື່ນໆ​.


ນອກ​ຈາກ​ນີ້​,  ເດັກ​ນ້ອຍທີ່​ປ່ວຍ​ເປັນ​ພະຍາດ​ວິນ​ລ່ຽມ​ຊິນ​ໂດນ​ມ ສ່ວນ​ໃຫຍ່​ມັກ​ຈະ​ມີ​ບັນຫາ​ກ່ຽວກັບ​ລະບົບ​ຫົວ​ໃຈ​ຫລອດ​ເລືອດ ເຊັ່ນ:  ລິ້ນ​ຫົວ​ໃຈ​ຕີບ​ທີ່​ຕຳແໜ່ງ supravalvular ແລະ ​ພາ​ວະ​ແຄ​ຊຽມ​ໃນ​ເລືອດ​ສູງ​ຊົ່ວ​ຄາວ (transient hypercalcemia) ວິນ​ລ່ຽມ​ຊິນ​ໂດມ ຫລື​ ທີ່​ນິຍົມ​ເອີ້ນກັນ​ວ່າ ພະຍາດ​ນາງ​ຟ້າ ຫລື ພະຍາດ​ເທວ​ດາ ຖືກ​ຄົ້ນ​ພົບ​ເທື່ອທຳອິດເມື່ອ​ປີ ຄ. ສ. 1961 ໂດຍ Dr. J. C. P. Williams ທີ່ປະເທດນິວ​ຊີ​ແລນດ໌ .  ພະຍາດ​ຊະນິດນີ້​ສາມາດ​ພົບ​ໄດ້​ໃນ​ເດັກ​ແຮກ​ເກີດ​ຕັ້ງ​ແຕ່ 1 ຕໍ່ 7,500 - 20,000 ຄົນ​ ຫລື​ ເບິ່ງ​ຂໍ້​ມູນ​ເພິ່ມເຕິມ​ໄດ້​ທີ່ williams-syndrome ສຳລັບ​ອາການ​ຂອງ​ພະຍາດ​ສາມາດ​ແບ່ງ​ອອກ​ໄດ້ 3 ລະ​ດັບຄື: 


ລະ​ດັບ​ຕົ້ນ ສາມາດ​ພົບ​ໄດ້​ສະເໝີ​ເກືອບ​ຈະ 100 % ຄືເດັກ​ຈະ​ມີ​ການ​ພັດທະນາ​ການ​ທີ່​ຄ່ອນ​ຂ້າງ​ຊ້າ​ຫຼາຍ ຈະ​ມີ​ບັນຫາ​ໃນ​ເລື່ອງ​ການ​ເວົ້າ ຄື​ສາມາດ​ເວົ້າ​ໄດ້​ບໍ່​ຫຼາຍ​ຄຳ ແລະ ​ຍັງມີ​ບັນຫາ​ໃນ​ເລື່ອງ​ຂອງ​ການ​ເຄື່ອນ​ໄຫວ​ຮ່າງກາຍ ເວລາ​ຍ່າງ​ຈະ​ມີ​ອາການ​ຍ່າງ​ເຊ ແລະ​ ມີ​ພຶດຕິກຳ​ສະເພາະ​ຄື​ຍິ້ມ​ງ່າຍ, ຕື່ນ​ເຕັ້ນ​ງ່າຍ, ຫົວ​ງ່າຍ ແລະ​ ມັກ​ຕົບ​ມື​ເວລາ​ສະແດງ​ອາລົມ​ຕ່າງໆ.

ລະ​ດັບ​ທີ່​ສອງ ສາມາດ​ພົບ​ນ້ອຍ​ກວ່າ 80 % ມີ​ອາການ​ມີ​ລັກສະນະ​ການຂະຫຍາຍຕົວຂອງຫົວ​ຊ້າ, ມັກ​ຈະ​ເລີ່ມ​ກ່ອນ​ອາ​ຍຸ​ 3 ປີ, ມີ​ການ​ຊັກ​ ແລະ ​ຄື້ນ​ສະຫມອງ​ຜິດ​ປົກກະຕິ. 



ລະ​ດັບ​ທີ່​ສາມ ສາມາດ​ພົບ​ໃນ​ 20 ເຖິງ 80 % ມີ​ອາການ​ຕາ​ເຫລ່, ຜິວ - ຜົມ​ສີ​ອ່ອນF ປາກ​ກວ້າງ, ແຂ້ວ​ຫ່າງ ແລະ ຄາງ​ເຢີ້ນ, ລັກສະນະ​ການ​ຍ່າງ​ສະເພາະແໃ່ນ​ຍ່າງ​ຂາ​ກາງ , ມັກ​ຍົກ​ແຂນ ແລະ ​ງໍ​ແຂນຂະນະ​ຍ່າງ.  

ສຶກສາຂໍ້ມູນເພີ່ມເຕີ່ມທີ່:
 © ໂຕະນໍ້າຊາ | tonamcha.com    
___________



Powered by Blogger.