Header Ads

ຕາຍແລ້ວໄປໃສ !! ເລື່ອງລາວ 49 ວັນກັບຊີວິດຫຼັງຄວາມຕາຍ




ຊີວິດຫຼັງຄວາມຕາຍເປັນສິ່ງທີ່ບໍ່ມີໃຜຫາຄໍາຕອບໄດ້ຢ່າງຈັດເຈນ ແຕ່ບອກໄດ້ວ່າເປັນພຽງຄວາມເຊື່ອຂອງຄົນບູຮານທີ່ເລົ່າຂານກັນແບບປາກຕໍ່ປາກສູ່ກັນມາ ເຊິ່ງບາງຂໍ້ມູນກໍມີມາຈາກການບອກເລົ່າຂອງຄົນຕາຍແລ້ວຟື້ນຂື້ນ ໂດຍເລົ່າຕໍ່ໃຫ້ລູກຫຼານຟັງສູ່ກັນມາ. ມື້ນີ້  toanmcha.com ຂໍນໍາເລື່ອງນີ້ມາເລົ່າສູ່ຟັງເພື່ອເປັນຄວາມຮູ້ ແລະ ຄົ້ນຫາຄໍາຕອບວ່າ ຄົນຕາຍແລ້ວໄປໃສຕົກນາລົກ ຫຼື ຂື້ນສະຫວັນ, ເປັນຫຍັງຄົນຕາຍຈິ່ງບໍ່ຮູ້ໂຕເອງຕາຍພາຍໃນວັນ ແລະ ອີກຫຼາຍຂໍ້ສົງໄສ ແລະ ຄໍາຖາມຈາກຊີວິດຫຼັງຄວາມຕາຍ.



ເປັນເລື່ອງຈິງທີ່ມະນຸດ ແລະ ສັດສີ້ນສຸດຄືຄວາມຕາຍ ເພາະຄວາມຕາຍໝາຍເຖິງສະພາບຮ່າງກາຍທີ່ບໍ່ສາມາດໃຫ້ບໍລິການແກ່ຈິດວິນຍານໃຊ້ງານໄດ້ອີກຕໍ່ໄປ ແຕ່ວິນຍານຍັງຄົງຢູ່ ເຖິງແມ່ນວ່າຮ່າງກາຍຈະໝົດອາຍຸໄປແລ້ວ ທັງນີ້ສະພາບການຕາຍຈະບົ່ງບອກໃຫ້ຮູ້ວ່າວິນຍານນັ້ນໄປສູ່ສູຂະຕິ ຫຼື ລົງສູ່ນາລົກພູມ.



https://www.facebook.com/ຄຳເຫງົ້າ-ຮຸ່ງເຮືອງ-ບໍລິການອົກຊີເຢັ້ນ24ຊົ່ວໂມງ-1810523892580343/


ໂດຍທົ່ວໄປແລ້ວເມື່ອຄົນຕາຍຈະມີເລື່ອງເລົ່າແບບວ່າ

1. ຕອນຕາຍໃໝ່ໆຖ້າຫາກສີໜ້າປົກກະຕີ , ຮ່າງກາຍອ່ອນມິ້ນ ແລະ ສີໜ້າຄືກັບຄົນມີຊີວິດຢູ່ ເນື່ອງຈາກໄດ້ບັນລຸກໍາດວງວິນຍານຈະໄປສູ່ສູຂະຕິ
2. ຕອນຕາຍໃໝ່ໆໜ້າຕາຊີດຜາງສະເໜືອນຄົນຕົກໃຈ ສະແດງວ່າວິນຍານໄດ້ຕົກໄປສູ່ນາລົກພູມແລ້ວ
3. ຕອນຕາຍໃໝ່ໆຮ່າງກາຍແຂງກະດ້າງ, ໜ້າຕາເປັນຕາຢ້ານເພາະຄວາມຕົກໃຈ ແລະ ບາງຄົນອາດຈະຮ້ອງຄາງຄ້າຍກັບສັດ ຄົນເຫຼົ່ານັ້ນຈະໄປເກີດເປັນສັດ 4 ຊະນິດ ສັງເກດຈາກຕາ, ຫູ, ດັງ, ປາກ, ຕາຈະມີນໍ້າຕາອອກ. ຫູຈະມີຂີ້ຫູໄຫຼອອກ, ດັງຈະມີຂື້ມູກ, ປາກມີນໍ້າລາຍຟູມປາກ ເປັນທະວານທີ່ບໍ່ສະອາດ 4 ຊ່ອງທາງ ເມື່ອຈິດວິນຍານອອກທາງນີ້ແລ້ວ ຈະເກີດເປັນສັດປະເພດ



(1). ຕາ ມັກເບິ່ງສິ່ງໄຮ້ສາລະ ແລະ ມົກມົ່ນໃນຮູບຕ່າງໆ ຄົນເຫຼົ່ານີ້ເວລາຕາຍໄປ ດວງຕາຈະເບີກກວ້າງ  ແລະ ຈະໄປເກີດເປັນສັດປີກ (ເກີດອອກຈາກໄຂ່)
(2). ຫູ ມັກຟັງເລື່ອງໄຮ້ສາລະ ຫຼື ເລື່ອງຊຸບຊິບນິນທາ ຄົນເຫຼົ່ານີ້ເວລາຕາຍ ຫູຈະສັ້ນຂື້ນ ຈະໄປເກີດເປັນສັດທີ່ເກີດຈາກຄອກ ເຊັ່ນ : ຊ້າງ, ມ້າ, ງົວ ແລະ ຄວາມເປັນຕົ້ນ.


(3). ດັງ ມັກກິ່ນຄາວໂລກີ ເຊັ່ນ : ເງິນຄໍາ, ສຸລານາລີ, ການພະນັນ, ຊື່ສຽງລາບຍົດ ແລະ ຄ່ານິຍົມທີ່ຜິດສິນລະທໍາ ຈະໄປເກີດເປັນແມງໄມ້, ມົດ,ຍຸງ ແລະ ແມງວັນ ເຊິ່ງກໍລະນິບາບໜັກ ດວງວິນຍານຈະຖືກຕີເປັນພິເສດ.
(4). ປາກ ມັກເວົ້າເລື່ອງໄຮ້ສາລະ. ນິນທາ, ວິພາກວິຈານ, ໄສ່ຮ້າຍປ້າຍສີຄົນອື່ນ ແລະ ໃຊ້ຄໍາຫຍາບ (ຄໍາບໍ່ສຸພາບ) ຄົນເຫຼົ່ານີ້ເວລາຕາຍ ປາກຈະອ້າຢູ່ຕະຫຼອດ ແລະ ຈະເກີດເປັນສັດນໍ້າໄປຢູ່ກັບສັດສົກກະປົກເປີະເປື້ອນ.



ເມື່ອວິນຍານອອກຈາກຮ່າງກາຍ ວິນຍານຈະໄປໃສ່ ?

ດວງວິນຍານທີ່ອອກຈາກຮ່າງກາຍໃນມື້ທໍາອິດ ຈະວົນວຽນຢູ່ບໍລິເວນທີ່ຕົນເອງຕາຍ ແຕ່ພໍໄດ້ສະຕິກໍຈະມີມັດຈຸຣາດເຮັດໜ້າທີ່ນໍາເອົາວິນຍານຂອງມະນຸດ ຫຼື ສັດທີ່ເຖິງແກ່ກໍາໄປຍັງຍົມມະໂລກ ເພື່ອກວດສອບບາບ-ບຸນ,ຄວາມດີ ແລະ ຄວາມຊົ່ວ ໃນຂະນະມີຊີວິດຢູ່. ວິນຍານບາບຈະຖືກສົງໂຕໄປນະລົກຂຸມ 8 ໃຫຍ່ ແຕ່ລະຂຸ່ມແບ່ງຍ່ອຍຂຸ່ມລະ 36 ແຫ່ງ ແຕ່ລະແຫ່ງມີການລົງໂທດ ແລະ ທໍລະມານອີກ 800 ດ່ານ ແຕ່ລະດ່ານມີເຄື່ອງທໍລະມານນັບບໍ່ຖ້ວນ ເຊິ່ງວິນຍານບາງດວງອາດຕົກນາລົກທັງ 8 ຂຸ່ມເລີຍ ໂດຍສະເພາະຄົນທີ່ເຮັດກໍາຊົ່ວມະຫັນ ຫຼື ເອີ້ນວ່າອະນັນຕະຣິຍະກໍາ (ອະນັນຕະຣິຍະກັມເຊິ່ງປະກອບມີ 5 ຢ່າງ: (1). ຂ້າພໍ່, (2). ຂ້າແມ່, (3). ຂ້າພະສົງອໍລະຫັນ , (4). ຕົວະຍົວະສົງໃຫ້ແຕກແຍກ ແລະ (5). ທໍາຮ້າຍພະພຸດທະເຈົ້າ.



ພາຍຫຼັງທີ່ຄົນເຮົາຕາຍປະມານ  1-2 ປົກກະຕີແລ້ວ ເຂົາຈະບໍ່ຮູ້ວ່າໂຕເອງຕາຍ ໂດຍຫຼັງຈາກ 7 ວັນຈິງຮູ້ສຶກໂຕວ່າຕາຍແລ້ວ ວິນຍານຈະຖືກກັກບໍລິເວນໄວ້ 49 ວັນ ເພື່ອພິຈາລະນາຄະດີ ໃນລະຫວ່າງນີ້ຜູ້ຕາຍກໍາລັງລໍຖ້າບຸນກຸສົນຈາກລູກຫຼານທາງໂລກທີ່ກໍາລັງດໍາເນີນງານສົບສົ່ງໄປໃຫ້.



ປະກົດການ 49 ວັນຊີວິດຫຼັງຄວາມຕາຍ ຂະນະວິນຍານຂອງຜູ້ຕາຍອອກຈາກຮ່າງກາຍ ຊີວິດຫຼັງຄວາມຕາຍກໍເລີ່ມເປີດສາກ ຫຼື ເລີ່ມຕົ້ນຂື້ນໃນໂລກທີ່ຜູ້ຕາຍຕ້ອງປະເຊີນພຽງລໍາພັງ ເຊິ່ງບໍ່ມີສິງໃດທີ່ມະນຸດເອົາຕິດໂຕໄປໄດ້ນອກຈາກບາບ ແລະ ບຸນເທົ່ານັ້ນ



ເຈັດວັນຮອບ
ວິຍານຜູ້ຕາຍ ຕ້ອງເດີນຜ່ານດົງປ່າ ເຊິ່ງຝູງໜ້າຮ້າຍຄ້າຍກັບເສືອຂວາວທາງ  ແລະ ເມື່ອວິນຍານບາບໄປເຖິງກໍຫວາດກົວບໍ່ກ້າເດີນທາງໄປຕໍ່ ແລະ ຝູງໝາຮ້າຍຈະພະຍາຍາມກັດດວງວິນຍານບາບດວງນັ້ນ. ສ່ວນວິນຍານປະກອບກໍາດີ ເມື່ອມາເຖິງດົງປ່າ ກໍຈະມີຝູງໝາປ່າເທວະດາຄອຍພິທັກຄຸ້ມຄອງ ເຊິ່ງຝູງໝາປ່າຈະຢູ່ນິ້ງເສີຍ ບໍ່ກ້າເຮັດຫຍັງ ຈິງເຮັດໃຫ້ດວງວິນຍານຜ່ານໄປດ້ວຍຄວາມປອດໄພ



ເຈັດວັນຮອບທີ່
ເມື່ອວິນຍານຜູ້ຕາຍຜ່ານມາເຖິງດ່ານປະຕູຜີ ເຈົ້າໜ້າທີ່ຮັກສາດ່ານ ເຫັນດວງວິນຍາບາບກໍຈະທຸມຕີຢ່າງບໍ່ປານີ  ແລະ ຍັງມີພວກເຈົ້າກໍານາຍເວດພາກັນມາທວງໜີ້ເວລານັ້ນ. ສ່ວນວິນຍານຜູ້ປະກອບກໍາດີ ເມື່ອມາເຖິງປະຕີຜີ ຈະມີການຕ້ອງຮັບ ແລະ ສາມາດຜ່ານດ່ານໄປດ້ວຍຄວາມປອດໄພ




ເຈັດວັນຮອບທີ່  3 
ເມື່ອວິນຍານຜູ້ຕາຍມາເຖິງຍົມມະໂລກ ຖ້າເປັນວິນຍານບາບກໍຈະຖືກໂສ້ຟາກໃສ່ ແລະ ຖືກບັງຄັບໄປຍັງແວ່ນສ່ອງກໍາ ເບິ່ງວ່າຍາມມີຊີວິດເຮັດຫຍັງ ພາບກໍຈະປະກົດຂື້ນ ແລ້ວກໍຖືດຄູມໂຕໄປພິຈາລະນາໂທດ. ສ່ວນວິນຍານຜູ້ປະກອບກໍາດີ ເມື່ອມາເຖິງກໍຈະໄດ້ຮັບການຕ້ອນຮັບ ມີເຈົ້າໜ້າທີພາໄປທ່ອງທ່ຽວຂຸມນາລົດຕ່າງໆ ແລະ ພາໄປເບິງພາບຂອງບັນດາຍາດພີ່ນອງທີ່ເຮັດບາບ ແລະ ກໍາລັງລໍຄອຍການພິຈາລະນາຕັດສີນຄວາມຜິດ.



ເຈັດວັນຮອບທີ່  4
ເມື່ອມາເຖິງດ່ານພູເຈ້ຍເງິນເຈ້ຍຄໍາ ການຂື້ນໄປເທິງພູນີ້ແມ່ນຍາກລໍາບາດ ເຊິ່ງຕ້ອງອາໄສເຈ້ຍເງິນເຈ້ຍຄໍາ  ຈາກລູກຫຼານ ແລະ ຍາດພີ່ນ້ອງໃນໂລກມະນຸດງົມງວາຍເຜົາສົ່ງໄປໃຫ້ທັບຖົມຈົນເປັນກອງພູເຂົາ ເຊິ່ງຕາມຄວາມເປັນຈິງແລ້ວ ຜູ້ຕາຍຈະໄດ້ຮັບ ແຕ່ກໍໄຮ້ປະໂຫຍດ

ເຈັດວັນຮອບທີ່  5
ວິນຍານຜູ້ຕາຍມາເຖິງຫໍເບິ່ງບ້ານເກົ່າ ໄດ້ເຫັນລູກຫຼານ ຄົນໃນຄອບຄົບຕ່າງໄຫ້ວທຸດດ້ວຍຄວາມໂສກເສົ້າເສຍໃຈກບັການຕາຍຂອງຕົນ ເຖິງຕອນນີ້ແມ່ນໄດ້ຮູ້ວ່າຕົນເອງຕາຍແລ້ວ ແລະ ບໍ່ອາດຈະກັບບບ້ານໄດ້ອີກ ໄດ້ແຕ່ອາໄລອາວອນເທົ່ານັ້ນ



ເຈັດວັນຮອບທີ່  6 
ເມື່ອວິນຍານຜູ້ຕາຍມາເຖິງດ່ານບັນຊີບາບ ຈະສັ່ງໃຫ້ເຈົ້ານ້າທີ່ກວດສອບເບິ່ງບາບຜູ້ທີ່ຕາຍໄດ້ສ້າງສະສົມຕອນມີຊີວິດ ຖ້າວິນຍານທີມີກໍາດີກໍຈະໄປສູ້ພົບພູມທີ່ດີ

ເຈັດວັນຮອບທີ່   7
ເມື່ອວິນຍານຜູ້ຕາຍໄປເຖິງດ່ານກວດສອບ ຍົມມະບານຈະສັ່ງເລຂາໃຫ້ເລຂາກວດສອບວ່າຜູ້ຕາຍຕອນມີຊີວິດຢູ່ໄດ້ຂ້າສັດຕັດຊີວິດ ຫຼື ບໍ່ ຖ້າຢູ່ໃນສີນ ,ລະເວັ້ນການຂ້າສັດ ແລະ ບໍ່ບຽດບຽນຜູ້ອື່ນ ກໍຈະຖືກສົ່ງໄປພົບພູມທີ່ດີ.




ສິ່ງທີ່ສໍາຄັນບໍ່ແມ່ນການຢ້ານກົວນາລົກ ແຕ່ແມ່ນການໝັ່ນສ້າງຄວາມດີ (ກໍາດີ) ໃນຕອນທີ່ມີຊີວິດຢູ່  ນາລົກ  ຫຼື ສະຫວັນບໍ່ແມ່ນສິ່ງລວງໂລກ ຊີວິດຫຼັງຄວາມຕາຍເທົ່ານັ້ນທີ່ມີຄໍາຕອບ ແຕ່ສິ່ງທີ່ເປັນຈິງ ແລະ ຄວາມຈິງທີ່ທຸກຄົນຕ້ອງຈື່ສະເໝີວ່າມະນຸດທຸກຄົນມີຈຸດເລີ່ມຕົ້ນ, ຕັ້ງຢູ່ ແລະ ດັບສະຫຼາຍຕາມທໍາມະຊາດສິງທີ່ຕິດໂຕໄປໄດ້ຫຼັງຄວາມຕາຍແມ່ນກໍາດີ ແລະ ກໍາຊົ່ວ ຢ່າມົວແຕ່ຢ້ານຄວາມຕາຍ ແຕ່ຈົ່ງຢ້ານກົວທີ່ຕ້ອງຕາຍໂດຍທີ່ບໍ່ທັນໄດ້ສ້າງຄວາມດີ ເພາະຄວາມດີນີ້ແຫຼະທີ່ຈະເຮັດໃຫ້ຄົນລະນຶກຊື່ເຮົາໄວ້ໃນໂລກໃບນີ້ ແລະ ຄວາມດີນີ້ແຫຼະຄືສານລືມບໍ່ສູນ


© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.