Header Ads

ຝຣັ່ງປະກາດແຜນປະຕິຮູບອີຢູ (EU) ຄັ້ງໃຫຍ່ ພ້ອມຕ້ອນຮັບອັງກິດກັບມາຮ່ວມເປັນພາຄິອີກຄັ້ງ



ທ່ານ ເອັມມານຸຍແອນ ມາຄຣົງ  ຜູ້ນໍາປະເທດຝຣັ່ງປະເທດແຜນປະຕິຮູບສະຫະພາບເອີຣົບ (EU) ຄັ້ງໃຫຍ່ ໂດຍຮຽກຮ້ອງໃຫ້ທຸກຝ່າຍເພີ່ມການຮ່ວມມື  ແລະ ຍິນດີຫາກອັງກິດພ້ອມກັບມາຮ່ວມເປັນພາຄີຂອງສະຫະພາບເອີຣົບອີກຄັ້ງ ເຊິ່ງແຜ່ນຂອງ ປະທານາທິບໍດີ ທ່ານ ເອັມມານຸຍແອນ ມາຄຣົງ ປະກອບໄປດ້ວຍການຈັດຕັ້ງກອງກໍາລັງທີ່ສາມາດເຄື່ອນທີ່ໂດຍໄວທີ່ມີງົບປະມານກາງດ້ານຄວາມໝັ້ນຄົງ,ລະບົບບໍລິຫານຈັດການຜູ້ລິ້ໄພ, ກອງກໍາລັງປ້ອງກັນຊາຍແດນ, ມີລັດຖະມົນຕີການຄັງ ( ສະເພາະອີຢູ), ມີງົບບໍລິຫານສະກຸນເງິນຂອງສະຫະພາບເອີຣົບ ( ສະກຸນເງິນເອີໂຣ) ແລະ ປະຕິຮູບໂຄ້ງສ້າງກຸ່ມສະຫະພາບເອີຣົບໃໝ່.








ທ່ານ ມາຄຣົງ ຍັງກ່ວຕື່ມວ່າ ສະຫະພາບເອີຣົບອ່ອນແອ, ເຊື່ອງຊ້າ ແລະ ຂາດປະສິດທິພາບ ແຕ່ການຮ່ວມໂຕກັນເປັນອັນໜຶ່ງອັນດຽວຈະເຮັດໃຫ້ ສະຫະພາບເອີຣົບມີອໍານາດຕໍ່ລອງໃນເວທີໂລກ ແລະ ສາມາດຕໍ່ສູ້ກັບຄວາມທ້າທາຍໃນປັດຈຸບັນ. ນອນນັ້ນ, ທ່ານ ມາຄຣົງ ກໍຍັງສະເໜີໃຫ້ສ້າງຮູບແບບເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມເລື່ອງການເກັບພາສີຄຣາບອນ (carbon tax) ແລະ ພາສີການປ່ຽນມືຂອງຊັບສີນໃນກຸ່ມສະຫະພາບອີກດ້ວຍ.



ທີ່ມາ: Time/euronews 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.