Header Ads

ປະທານປະເທດ ຕ້ອນຮັບ ຮອງປະ ທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະມາພັນທະລັດສະວິດ



ໃນວັນທີ 4 ສິງຫາ 2021 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິກນາຊີໂອ ກາດສິດສ ຮອງປະທາ ນາທິບໍດີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດສະວິດ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມ ຢາມທາງການຢູ່ ສປປ ລາວ ລະຫວ່າງວັນທີ 3-4 ສິງຫາ 2021.

 ໃນໂອກາດດັ່ງກ່າວ, ທ່ານປະທານປະ ເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອິກນາຊີໂອ ກາດສິດສ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມທາງການຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນນິມິດໝາຍອັນດີ ໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ສະວິດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ. 


ພ້ອມນັ້ນ, ທ່ານປະທານປະເທດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດ ຖະບານ ແລະ ປະຊາຊົນສະວິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເປັນຕົ້ນແມ່ນ ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ, ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ, ອາຊີວະສຶກສາ, ການຈ້າງງານ ແລະ ການພັດທະນາສີມືແຮງງານ.


ໃນໂອກາດດຽວກັນ, ທ່ານ ອິກນາຊີໂອ ກາດສິດສ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານປະທານປະເທດ ໃນການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງສະແດງຄວາມເຫັນດີເປັນເອກະພາບ ກ່ຽວກັບ ການຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືມາແຕ່ຍາວນານ ລະຫວ່າງ ລາວ-ສະວິດ. 


 ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານຮອງປະທານາທິບໍດີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດສະວິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສູນຈໍາກັດບໍລິເວນ (ຫລັກ 27) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງດ້ານວັດ ທະນະທຳທີ່ສຳຄັນຕ່າງໆ ໃນນະຄອນຫລວງວຽງຈັນ ເຊັ່ນ: ພະທາດຫລວງວຽງຈັນ, ພິພິທະພັນ ຫໍພະແກ້ວ ແລະ ຫໍພິພິ ທະພັນ ວັດສີສະເກດ.


ຂ່າວ: ສິງຄຳ, ພາບ: ເກດສະໜາ

Via Lao National Radio 


© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.