Header Ads

ສະຖານີລົດໄຟລາວ-ຈີນ 11 ແຫ່ງ ຄືບໜ້າຫຼາຍກວ່າ 73% ແລະຄາດວ່າສະຖານີໂດຍສານນະຄອນຫຼວງວຽງຈັນຈະສຳເລັດໃນເດືອນກັນຍາ



ຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ ລວມຄວາມຍາວ 426 ກິໂລແມັດ ສໍາເລັດ 92,80%. ໃນນີ້ວຽກການກໍ່ສ້າງສະຖານີ 11 ແຫ່ງມີຄວາມຄືບໜ້າ 73,96%.


ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ລາຍງານຕໍ່ກອງປະຊຸມ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂຶ້ນທີ່ນະຄອນ ຫຼວງພະບາງ ເມື່ອບໍ່ດົນມານີ້ວ່າ: ລວມຄວາມຄືບຫນ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ລວມຄວາມຍາວ 426 ກິໂລແມັດ ມາຮອດວັນທີ 31 ພຶດສະພາ ປີ 2021 ສໍາເລັດ 92,80%.





ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ, ສະເພາະຄວາມຄືບຫນ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ແຕ່ບໍ່ເຕ່ນ ຫາ ສະຖານີໂດຍສານນະຄອນຫລວງວຽງຈັນ ລວມຄວາມຍາວ 409 ກິໂລແມັດ ປະຕິບັດສໍາເລັດ 98,80% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.


ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ 2 ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ລວມຄວາມຍາວ 17 ກິໂລແມັດປະຕິບັດສໍາເລັດ 72% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ.


ດ້ານວຽກການກໍ່ສ້າງສະຖານີໂຄງການກໍ່ສ້າງທາງລົດໄຟລາວ-ຈີນ 11 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາ ເຕີຍ, ສະຖານີນາຫມໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນໃຕ້ ມາຮອດທ້າຍເດືອນພຶດສະພາມີຄວາມຄືບໜ້າ 73,96%.




ສະຖານີລົດໄຟ ຫຼວງພະບາງ ອອກແບບຕິດຕັ້ງເປັນ 2 ຊານສະຖານີ, 4 ສາຍທາງ ສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ ແລະໄດ້ນໍາໃຊ້ໂຄງສ້າງຊະນິດພິເສດທີ່ເປັນແບບລູກຄືນ ເຊິ່ງອອກແບບໃຫ້ສອດຄ່ອງກັບໂຄງສ້າງຫຼັກຂອງສະຖານີທີ່ມີຄວາມຫມາຍທີ່ວ່າ “ດິນແດນບໍລິສຸດຂອງເມືອງບູຮານ” ເປັນສະຖານີທີ່ມີຄວາມໂດດເດັ່ນທີ່ສຸດ.

ສ່ວນສະຖານີໂດຍສານນະຄອນຫຼວງວຽງຈັນ, ທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ລາຍງານເມື່ອບໍ່ດົນມານີ້ວ່າ: ປັດຈຸບັນກໍາລັງຢູ່ໃນໄລຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້.


ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 15.000 ຕາແມັດ, ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020 ເປັນຕົ້ນມາ ຮູບແບບການກໍ່ສ້າງເປັນໂຄງເຫຼັກທີ່ມີນໍ້າໜັກ 700 ກວ່າໂຕນ ໄດ້ມີການຈັດສັນເປັນແຕ່ລະໂຊນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ.


ທີ່ມາ: ເສດຖະກິດການຄ້າ

© ໂຕະນໍ້າຊາ | tonamcha.com 
 ____
Powered by Blogger.