Header Ads

ຂ່າວປອມ ກໍລະນີ 7 ຄົນໄທ ທີ່ຫຼົງເຂົ້າມາດິນແດນຍັງບໍ່ໄດ້ຮັບການສັກວັກຊິນຈາກລາວ



ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ ລະບາດຂອງພະຍາດໂຄວິດ-19 ແຂວງຈໍາປາສັກໄດ້ລາຍງານໃຫ້ຮູ້ວ່າ:  ກໍລະນີສື່ສັງຄົມອອນລາຍ ແລະ ສື່ບາງສໍານັກຂອງໄທ ໄດ້ລາຍງານຂ່າວວ່າ ມີພົນລະເມືອງ 7 ຄົນທີ່ຄົນຊາດໄທ ປະຊາຊົນຢູ່ແຂວງອຸບົນລາດຊະທານີ ປະເທດໄທ ໄດ້ເຂົ້າປ່າເພື່ອຊອກຫາເຄື່ອງປ່າຂອງດົງຢູ່ບໍລິເວນຊາຍແດນລາວ-ໄທ ແລະ ໄດ້ພາກັນຫຼົງປ່າເຂົ້າມາດິນແດນລາວ ຢູ່ແຂວງຈໍາປາສັກ ເມື່ອວັນທີ 1 ສິງຫາ 2021 ທີ່ຜ່ານມາແມ່ນມີມູນຄວາມຈິງ. ປັດຈຸບັນ ພວກກ່ຽວທັງໝົດໄດ້ຖືກນໍສຕົວໄປຢູ່ສູນຈໍາກັນບໍລິເວນຊົວຄາວຫຼັກ 21 ແຂວງຈໍາປາສັກ ຕາມມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບ່ດຂອງພະຍ່າດໂຄວິດ-19 ຂອງ  ສປປ ລາວ ແລະ ເຈົ້າໜ້າທີ່ຝ່າຍລາວງ ກຳລັງດໍາເນີນການເຈລະຈາເຈົ້າໜ້າທີ່ໄທ ເພື່ອສົ່ງພວກກ່ຽວກັບຄືນປະເທດແບບຖືກກົດໜາຍ ແລະ ປະຕິບັດສົນທີສັນຍາລະຫວ່າງສອງປະເທດ.


ນອກນັ້ນ. ຄະນະສະເພາະກິດໄດ້ລາຍງານຕື່ມອີກວ່າ : ສະເພາະກໍລະນີທີ່ສື່ໄທບາງສໍານັກລາຍງານວ່າ 7 ຄົນໄທຫຼົງເຂົ້າມາແຂວງຈໍາປາສັກໄດ້ຮັບການສັກຢາ ວັກຊິນຕ້ານພະຍາດໂຄວິດ-19  ຈາກລາວຮຽບຮ້ອຍແລ້ວນັ້ນແມນບໍ່ມີມູນຄວາມຈິງ. 


ທີ່ມາ : ວຽງຈັາທາຍ

© ໂຕະນໍ້າຊາ | tonamcha.com
 ____
Powered by Blogger.