Header Ads

ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ



ລັດຖະບັນຍັດ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 001 / ປປທ, ນະຄອນຫຼວງວຽງຈັນ,​ ວັນທີ 20 ກັນຍາ 2017

ວ່າດ້ວຍຄ່າທຳນຽມທາງ: 

- ອີງຕາມ ລັດຖະທຳມະນູນ ແຫ່ງ ສປປລາວ ໝວດ VI ມາດຕາ 67 ຂໍ້ 2
- ອີງຕາມກົດໝາຍວ່າດ້ວຍສວຍສາອາກອນ ເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015
- ອີງຕາມໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 17/ຄປຈ, ລົງວັນທີ 16 ສິງຫາ 2017

ປະທານປະເທດ ແຫ່ງ ສປປລາວ ອອກລັດຖະບັນຍັດ

ມາດຕາ 1: ຈຸດປະສົງ
ລັດຖະບັນຍັດ ສະບັບນີ້ກຳນົດ ຫຼັກການ, ລະບຽບການ, ມາດຕະການກ່ຽວກັບການກຳນົດຄ່າທຳນຽມທາງປະຈຳປີ ເພື່ອຄຸ້ມຄອງລວມສູນ ແລະ ການຈັດຕັ້ງເປັນເອກະພາບກັນໃນຂອບເຂດທົ່ວປະເທດ,​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ດຳເນີນການເຄື່ອນໄຫວທຸລະກິດ ຢູ່ໃນດິນແດນຂອງ ສປປລາວ ລ້ວນແຕ່ມີພັນທະເສຍຄ່າທຳນຽມທາງ, ຮັບປະກັນໃຫ້ທຸກແຫຼ່ງລາຍຮັບ ຈາກຄ່າທຳນຽມທາງ ຕ້ອງມອບເຂົ້າງົບປະມານແຫ່ງລັດຢ່າງລວມສູນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ

ມາດຕາ 2: ຄ່າທຳນຽມທາງ
ຄ່າທຳນຽມທາງ ແມ່ນການກຳນົດຄ່າຢຽບທາງຂອງ ຍານພາຫະນະ ທີ່ເປັນກຳມະສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວທຸລະກິດໃນດິນແດນຂອງ ສປປລາວ.

ມາດຕາ 3 ຫຼັກການ ແລະ ການກຳນົດຄ່າທຳນຽມທາງ
ການກຳນົດຄ່າທຳນຽມທາງຈັດຕັ້ງປະຕິບັດຕາມຫຼັກການດັ່ງນີ້:
- ຈັດຕັ້ງປະຕິບັດຢ່າງລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ
- ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້
- ອີງໃສ່ແຕ່ລະປະເພດຍານພາຫະນະ, ຄວາມແຮງຂອງເຄື່ອງຈັກ, ນ້ຳໜັກ ບັນທຸກຂອງລົດ ລວມທັງນ້ຳໜັກຂອງພາຫະນະ, ບ່ອນນັ່ງສຳລັບຜູ່ໂດຍສານ ລວມທັງຜູ່ຂັບຂີ່.

ມາດຕາ 4 ຍານພາຫະນະ ທີ່ຖືກເສຍຄ່າທຳນຽມທາງ
ຍານພາຫະນະ ທີ່ຕ້ອງເສຍຄ່າທຳນຽມທາງມີດັ່ງນີ້:
- ລົດຈັກສອງລໍ້, ລົດສາມລໍ້
- ລົດຂົນສົ່ງຂະໜາດນ້ອຍ, ກາງ ແລະ ໃຫຍ່
- ຍານພາຫະນະທຸກປະເພດ ເຊິ່ງໄດ້ກຳນົດໄວ້ໃນມາດຕາ 5 ຂອງລັດຖະບັນຍັດສະບັບນີ້ ລ້ວນແຕ່ຕ້ອງໄດ້ຖືກເສຍຄ່າທຳນຽມທາງ, ຍົກເວັ້ນ ຍານພາຫະນະ ທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງລັດຖະບັນຍັດ ສະບັບນີ້
- ລົດນໍາເຂົ້າຊົ່ວຄາວ ເພື່ອການຮັບໃຊ້ໂຄງການ ແລະ ມີກຳນົດເວລາ ຊື່ງໄດ້ຮັບການອານຸຍາດຂຶ້ນທະບຽນຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.

ມາດຕາ 5 ຄ່າທຳນຽມທາງ
ຄ່າທຳນຽມທາງໄດ້ກຳນົດຕາມແຕ່ລະປະເພດຍານພາຫະນະດັ່ງນີ້

I. ລົດຈັກທີ່ມີສອງລໍ້ ຫຼື ສາມລໍ້
1.1. ລົດຈັກທີ່ມີຄວາມແຮງ ແຕ່ 110 ຊີຊີ ລົງມາ:  15 000 ກີບ
1.2. ລົດຈັກທີ່ມີ ຄວາມແຮງແຕ່ 111-150 ຊີຊີ : 20 000 ກີບ
1.3. ລົດຈັກທີ່ມີຄວາມແຮງແຕ່ 151-200 ຊີຊີ: 30 000 ກີບ
1.4. ລົດຈັກທີ່ມີຄວາມແຮງແຕ່ 201 ຊີຊີ ຂຶ້ນໄປ: 100 000 ກີບ


II. ລົດຂົນສົ່ງສ່ວນຕົວ

2.1. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 1 000 ຊີຊີ ລົງມາ:  100 000 ກີບ
2.2. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 1 001-1 600 ຊີຊີ :  150 000 ກີບ
2.3. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 1 601-2 000 ຊີຊີ :  200 000 ກີບ
2.4. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 2 001-2 500 ຊີຊີ :  250 000 ກີບ
2.5. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 2 501-3 000 ຊີຊີ :  300 000 ກີບ
2.6. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 3 001-4 000 ຊີຊີ :  350 000 ກີບ
2.7. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 4 001-5 000 ຊີຊີ :  400 000 ກີບ
2.8. ລົດເກັງ, ລົດຈີບ, ລົດຕູ້, ລົດກະບະ ທີ່ມີຄວາມແຮງແຕ່ 5 001 ຊີຊີ ຂຶ້ນໄປ:  500 000 ກີບ

III. ລົດຂົນສົ່ງສິນຄ້າ

3.1. ລົດບັນທຸກຂະໜາດນ້ອຍ ມີຄວາມແຮງ 2 500 ຊີຊີ ລົງມາ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 3,5 ໂຕນລົງມາ: 150 000 ກີບ
3.2.  ລົດບັນທຸກຂະໜາດກາງ ມີຄວາມແຮງ 2 501-5 000 ຊີຊີ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 3,5 - 15 ໂຕ່ນ: 200 000 ກີບ
3.3. ລົດບັນທຸກຂະໜາດໃຫຍ່ ມີຄວາມແຮງ 5 001 ຊີຊີ ຂຶ້ນໄປ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 15,1-30 ໂຕ່ນ: 300 000 ກີບ
3.4. ລົດບັນທຸກຂະໜາດໃຫຍ່ ມີຄວາມແຮງ 5 001 ຊີຊີ ຂຶ້ນໄປ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 31-50 ໂຕ່ນ: 400 000 ກີບ
3.5. ລົດບັນທຸກຂະໜາດໃຫຍ່ ມີຄວາມແຮງ 5 001 ຊີຊີ ຂຶ້ນໄປ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດ ແຕ່ 50 ໂຕ່ນຂຶ້ນໄປ ທີ່ໄດ້ຮັບການອານຸຍາດເຮັດການຂົນສົ່ງພິເສດ: 500 000 ກີບ

IV. ລົດຂົນສົ່ງໂດຍສານ

4.1. ລົດຈຳໂບ້, ລົດຕຸກໆ: 50 000​ ກີບ
4.2. ລົດຕູ້ ຫຼື ລົດສອງແຖວຂະໜາດນ້ອຍ ມີຄວາມແຮງ 2 500 ຊີຊີ ຫຼື ມີບ່ອນນັ່ງ ແຕ່ 9 ຄົນລົງມາລວມທັງຜູ້ຂັບຂີ່: 150​ 000 ກີບ
4.3. ລົດຕູ້ ຫຼື ລົດເມຂະໜາດກາງ ມີຄວາມແຮງແຕ່ 2 500 - 5 000 ຊີຊີ ຫຼື ມີບ່ອນນັ່ງ 10-35 ຄົນລວມທັງຜູ່ຂັບຂີ່: 200 000 ກີບ
4.4. ລົດເມ ຂະໜາດໃຫຍ່ ມີຄວາມແຮງເກີນ 5 000 ຊີຊີ ຫຼື ມີບ່ອນນັ່ງເກີນ 35 ຄົນຂຶ້ນໄປ: 400 000 ກີບ

ມາດຕາ 6 ຍານພາຫະນະທີ່ຖືກຍົກເວັ້ນຄ່າທຳນຽມທາງ
ຍານພາຫະນະທີ່ຖືກຍົກເວັ້ນຄ່າທຳນຽມທາງ ມີດັ່ງນີ້:
-ຍານພາຫນະນະຮັບໃຊ້ວິຊາສະເພາະ ຂອງອົງການຈັດຕັ້ງລັດບໍລິຫານ-ວິຊາການ, ສະມາຄົມ, ມູນນິທິ ທີ່ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ຊິ່ງໄດ້ຮັບການອານຸຍາດຈາກຂະແໜ່ງການກ່ຽວຂ້ອງ ເຊັ່ນ: ລົດກູ້ໄພ, ລົດຮັບ-ສົ່ງຄົນເຈັບໂຮງໝໍ, ລົດດັບເພີງ, ລົດຖ່າຍທອດສົດວິທະຍຸ-ໂທລະພາບ ແລະ ລົດຮັບໃຊ້ລວມຂອງບັນດາສູນເສຍອົງະ
- ຍານພາຫະນະຮັບໃຊ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໂດຍກົງ (ບໍ່ລວມເອົາລົດທີ່ຮັບໃຊ້ວຽກງານບໍລິຫານຂອງອົງການຕ່າງໆ)
- ລົດກົນຈັກໜັກເຊັ່ນ: ລົດຕັກ, ລົດຈົກ-ຕັກ, ລົດຕັກຂະໜາດນ້ອຍ, ລົດຈົກ, ລົດດຸດ, ລົດກວດ, ລົດຍົກຍໍ, ລົດໂລ, ລົດບັນທຸກພາຍໃນສະໜາມໂຄງການກໍ່ສ້າງ, ລົດຊີເຈາະ, ລົດຂົນສົ່ງວັດສະດຸພາກສະໜາມໂຄງການກໍ່ສ້າງ, ລົດໂລແບບສັ່ນສະເທືອນ, ລົດສີດຢ່າງປູທາງ, ລົດປູຢາງອາດສະຝານ, ລົດໄຖ, ລົດກວາດຕີນຢາງ, ລົດຕັກຕີນຢາງ
-ຍານພາຫະນະຂອງສະຖານທູດ,​ ສະຖານກົງສູນ, ອົງການຈັດຕັ້ງສາກົນທີ່ປະຈຳການຢູ່ ສປປລາວ
- ຍານພາຫະນະທີ່ຮັບໃຊ້ສຳລັບຜູ່ເສຍອົງຄະ ແລະ ຄົນພິການໂດຍສະເພາະ (ຕາມທີ່ໄດ້ກຳນົດໄວ້ໃນລະຫັດເຄົ້າ 87.13 ຂອງສາລະບານ ອັດຕາພາສີ)

ມາດຕາ 7 ການຈັດຕັ້ງປະຕິບັດ
ມອບໃຫ້ລັດຖະບານຊີ້ນຳກະຊວງການເງິນ ແລະ ກະຊວງທີ່ກ່ຽວຂ້ອງ ກຳນົດລະບຽບການ ແລະ ກົນໄກການຄຸ້ມຄອງ ການຈັດເກັບລາຍຮັບຄ່າທຳນຽມທາງຕາມທີ່ກຳນົດໄວ້ໃນລັດຖະບັນຍັດສະບັບນີ້ ໃຫ້ມີຄວາມສະດວກ, ວ່ອງໄວ, ຮັດກຸມ, ໂປ່ງໃສ, ຮັບປະກັນເກັບລາຍຮັບລວມສູນເຂົ້າງົບປະມານແຫ່ງລັດຢ່າງຄົມຖ້ວນ ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການທີ່ວາງອອກ ພ້ອມດຳເນີນການເຜີຍແຜ່, ແນະນຳ ແລະ ນຳພາການຈັດຕັ້ງປະຕິບັດ ເກັບໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ມາດຕາ 8 ຜົນສັກສິດ
ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ຂໍ້ກຳນົດ, ບົດບັນຍັດ ຂອງນິຕິກຳລຸຸ່ມກົດໝາຍ ທີ່ຂັດກັບລັດຖະບັນຍັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານປະເທດ ແຫ່ງ ສປປລາວ

ບຸນຍັງ ວໍລະຈິດ








© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.